ພາກທຸລະກິດ ມອບເງິນ ແລະ ເຄື່ອງຊ່ວຍເຫຼືອ ເພື່ອແກ້ໄຂໄພພິບັດ ລວມມູນຄ່າທັງໝົດ 1.1 ຕື້ກີບ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 7 August, 2025
ໝວດ: ຂ່າວ

ໃນຕອນເຊົ້າວັນທີ 5 ສິງຫາ 2025 ທີ່ສຳນັກງານນາຍົກລັດຖະມົນຕີ, ບໍລິສັດ ລາວອາຊີພັດທະນາເສດຖະກິດ ແລະ ການລົງທຶນ ບ໊ອກ ຈຳກັດ ໄດ້ມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຊ່ວຍເຫຼືອແກ້ໄຂຜົນກະທົບຈາກໄພພິບັດ

 

ໃຫ້ແກ່ລັດຖະບານລາວ ລວມມູນຄ່າທັງໝົດ 1.1 ຕື້ກີບ ໂດຍການໃຫ້ກຽດເຂົ້າຮ່ວມ ເປັນສັກຂິພິຍານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ,

 

 

ຊຶ່ງກ່າວມອບໂດຍທ່ານ ມາສຸຍ ຮາວ ແມັດທິວ (Mashui hao Mathew), ປະທານບໍລິສັດ ລາວອາຊີພັດທະນາເສດຖະກິດ ແລະ ການລົງທຶນ ບ໊ອກ ຈຳກັດ ແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍ ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານ, ຜູ້ປະຈຳການຄະນະການຄຸ້ມຄອງໄພພິບັດສູນກາງ; ມີຜູ້ຕາງໜ້າຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

 

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ບໍລິສັດ ລາວອາຊີພັດທະນາເສດຖະ ກິດ ແລະ ການລົງທຶນ ບ໊ອກ ຈຳກັດ ທີ່ໄດ້ໃຫ້ການຊ່ວຍເຫຼືອລັດຖະບານ ກໍ່ຄືປະຊາຊົນລາວ ທັງໄລຍະຜ່ານມາ ແລະ ປັດຈຸບັນ ຊຶ່ງການຊ່ວຍເຫຼືອດັ່ງກ່າວ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງສະພາບການຕົວຈິງ,

 

ເປັນການເສຍສະຫຼະ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ຜູ້ທີ່ປະສົບໄພທໍາມະຊາດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ໂດຍຢືນຢັນວ່າ ຈະນຳເອົາການຊ່ວຍເຫຼືອດັ່ງກ່າວ ໄປມອບໃຫ້ພາກສ່ວນກ່ຽວຂ້ອງ ນຳໃຊ້ດ້ວຍຄວາມໂປ່ງໃສ ແລະ ຖືກເປົ້າໝາຍ ຢ່າງແທ້ຈິງ;

 

ພ້ອມກັນນັ້ນ ກໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບຜົນກະທົບ ກໍ່ຄືຜົນເສຍຫາຍ ຈາກໄພພິບັດນໍ້າຖ້ວມ ທີ່ເກີດຂຶ້ນ ຢູ່ ສປປ ລາວ ໃນປີ 2025 ໂດຍສະເພາະ ໃນໄລຍະທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນທ້າຍເດືອນກໍລະກົດ ທີ່ຜ່ານມາ, ລວມທັງ ການແກ້ໄຂ ແລະ ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບດັ່ງກ່າວ.

 

 

ນອກນັ້ນ, ທ່ານ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບນະໂຍບາຍສົ່ງເສີມການລົງທຶນ ໃນຂະແໜງການຕ່າງໆ ຂອງ ສປປ ລາວ, ລວມທັງ ນະໂຍບາຍຊຸກຍູ້ສົ່ງເສີມການຜະລິດ ແລະ ຊົມໃຊ້ພະລັງງານສະອາດ ເປັນມິດຕໍ່ສິ່ງແວດລ້ອມ, ຕະຫຼອດຮອດ ນະໂຍບາຍສົ່ງເສີມການນຳໃຊ້ພາຫະນະ-ກົນຈັກ ທີ່ນຳໃຊ້ພະລັງງານໄຟຟ້າ ແລະ ອື່ນໆ.

 

ໃນໂອກາດດຽວກັນ, ທ່ານ ປະທານບໍລິສັດ ລາວອາຊີພັດທະນາເສດຖະກິດ ແລະ ການລົງທຶນ ບ໊ອກ ຈຳກັດ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ມອບ-ຮັບເງິນ ແລະ ເຄື່ອງຊ່ວຍເຫຼືອ ໃນຄັ້ງນີ້, ພ້ອມທັງ ແຈ້ງໃຫ້ຊາບ ກ່ຽວກັບສະພາບການດຳເນີນທຸລະກິດ ຂອງບໍລິສັດດັ່ງກ່າວ ທັງຢູ່ ສປ ຈີນ ແລະ ຕ່າງປະເທດຈຳນວນໜຶ່ງ, ລວມທັງ ຄວາມສົນໃຈມາລົງທຶນຢູ່ ສປປ ລາວ ໃນຂະແໜງການທີ່ ສປປ ລາວ ມີທ່າແຮງ ແລະ ສົ່ງເສີມ.

 

ທີ່ມາ: ກົມປະຊາສຳພັນ ຫສນຍ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຢ່າລື່ມກົດຕິດຕາມ