ຜູ້ຮັກສາການປະທານາທິບໍດີມຽນມາ "Myint Swe" ມໍລະນະກໍາແລ້ວເມື່ອວັນທີ 7 ສິງຫາ 2025
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 7 August, 2025
ໝວດ: ຂ່າວ

ລັດຖະບານມຽນມາອອກຖະແຫຼງການຢືນຢັນ ເມື່ອວັນພະຫັດທີ 7 ສິງຫາ 2025 ລະບຸວ່າ ພົນເອກ ມິນສ່ວຍ ຮັກສາການແທນປະທານາທິບໍດີມຽນມາໄດ້ເຖິງແກ່ມໍລະນະແລ້ວ ເມື່ອເວລາ 8.28 ນ. ຂອງເຊົ້າມື້ນີ້ນີ້

 

ຂະນະກຳລັງປິ່ນປົວໃນໂຮງໝໍແຫ່ງໜຶ່ງໃນກຸງເນປິດໍ ເມືອງຫຼວງຂອງມຽນມາ ຈຶ່ງປະກາດໃຫ້ຊາບທົ່ວກັນວ່າ ພິທີສົບຂອງຮັກສາການປະທານາທິບໍດີຈະຈັດຂຶ້ນຢ່າງສົມກຽດ

 

ທັງນີ້ ພົນເອກ ມິນສ່ວຍ ຈາກໄປໃນວັຍ 74 ປີ ຫຼັງຈາກລາອອກດ້ວຍເຫດຜົນທາງສຸຂະພາບເປັນເວລາ 1 ປີເຕັມ ສຳນັກຂ່າວຂອງລັດລາຍງານເມື່ອວັນພຸດວ່າ ທ່ານ ມິນສ່ວຍ ມີອາການນ້ຳໜັກລຸດ ເບື່ອອາຫານ ມີໄຂ້ ແລະ ຄວາມສາມາດໃນການຕັດສິນໃຈຫຼຸດລົງ ແລະ ກຳລັງເຂົ້າຮັບການຮັກສາໃນຫ້ອງຫໍພັກຜູ້ປ່ວຍວິກິດ

 

ກ່ອນໜ້ານີ້ ມີລາຍງານລະບຸວ່າ ທ່ານ ມິນສ່ວຍ ເຂົ້າຮັບການຮັກສາທີ່ໂຮງໝໍ ເມົ້າເອລິຊາເບດໃນສິງກະໂປຣ໌ໃນຊ່ວງປີ 2024 ເພື່ອຮັກສາອາການກ່ຽວກັບໂລກພາກິນສັນ ແລະ ອາການທາງລະບົບປະສາດອື່ນໆ

 

ຫຼັງຈາກນັ້ນ ລາວກໍ່ກັບມາປິ່ນປົວ ຕໍ່ທີ່ໂຮງໝໍທະຫານໃນມຽນມາ ກ່ອນທີ່ສຸຂະພາບຈະສຸດລົງຢ່າງຕໍ່ເນື່ອງ ແລະ ເສຍຊີວິດໃນທີ່ສຸດ

 

ທັງນີ້ ພົນເອກມິນສ່ວຍ ດຳລົງຕຳແໜ່ງຮັກສາການປະທານາທິບໍດີຂອງມຽນມາ ຕັ້ງແຕ່ວັນທີ່ 1 ກຸມພາ 2021 ຈົນເຖິງວັນທີ່ 22 ກໍລະກົດ 2024 ແລະ ໄດ້ລາອອກຈາກຕຳແໜ່ງເນື່ອງຈາກບັນຫາດ້ານສຸຂະພາບ ແລະ ອະນຸຍາດໃຫ້ ພົນເອກອາວຸໂສມິນອ່ອງຫລ່າຍ ຜູ້ບັນຊາການສູງສຸດຂອງກອງທັບມຽນມາ ເຂົ້າຮັບຕຳແໜ່ງແທນ

 

 

ບົດບາດສໍາຄັນໃນການເມືອງມຽນມາ

 

 

ພົນເອກມິນສ່ວຍ ເລີ່ມຕົ້ນອາຊີບທະຫານຫຼັງຈາກສຳເລັດການສຶກສາຈາກວິທະຍາໄລປ້ອງກັນລາຊອານາຈັກໃນປີ 1971 ລາວ ເຕີບໃຫຍ່ໃນຕຳແໜ່ງຕ່າງໆ ແລະ ເຄີຍດຳລົງຕຳແໜ່ງສໍາຄັນ ເຊັ່ນ:

 

ຜູ້ບັນຊາການພູມິພາກຢ່າງກຸ້ງ ໃນປີ 2001  ໃນປີ 2016 ລາວໄດ້ຮັບການສະເໜີຊື່ຈາກສະມາຊິກສະພາທີ່ມາຈາກການແຕ່ງຕັ້ງຂອງທະຫານໃຫ້ເປັນໜຶ່ງໃນຮອງປະທານາທິບໍດີຂອງມຽນມາ ແລະ ໄດ້ຮັບເລືອກໃຫ້ເປັນຮອງປະທານາທິບໍດີຄົນທີ່ໜຶ່ງ ລາວເຮັດໜ້າທີ່ຮັກສາການປະທານາທິບໍດີເປັນເວລາສັ້ນໆ ໃນເດືອນມີນາ ປີ 2018 ຫຼັງຈາກປະທານາທິບໍດີ ຕີນຈໍ (Htin Kyaw) ລາອອກ

 

ພາຍຫຼັງການລັດຖະປະຫານທີ່ນຳໂດຍ ພົນເອກອາວຸໂສມິນອ່ອງຫລ່າຍ ໃນວັນທີ່ 1 ກຸມພາ 2021 ຊຶ່ງໂຄ່ນລົ້ມລັດຖະບານຂອງ ອະດີດປະທານາທິບໍດີວິນມິນ ແລະ ນາງອອງຊານຊູຈີ ທີ່ປຶກສາແຫ່ງລັດ

 

ທັງຄູ່ຖືກຈັບກຸມໃນລະຫວ່າງການລັດຖະປະຫານ ແລະ ຖືກຄວບຄຸມຕົວມາເຖິງປັດຈຸບັນ ໃນຂະນະນັ້ນ ພົນເອກມິນສ່ວຍ ຊຶ່ງດຳລົງຕຳແໜ່ງຮອງປະທານາທິບໍດີຢູ່ ໄດ້ຖືກປະກາດໃຫ້ເປັນຮັກສາການປະທານາທິບໍດີ

 

ມຽນມາຕົກຢູ່ໃນຄວາມວຸ່ນວາຍຕັ້ງແຕ່ເກີດການລັດຖະປະຫານ ຊຶ່ງໄດ້ຜັກດັນໃຫ້ປະເທດແຫ່ງນີ້ເຂົ້າສູ່ສະພາວະສົງຄາມກາງເມືອງ ໂດຍກອງທັບກຳລັງພະຍາຍາມປາບປາມກຸ່ມກະບົດ ແລະ ຖືກກ່າວຫາວ່າກໍ່ອາຊະຍາກຳຮ້າຍແຮງຢ່າງ ແຕ່ກອງທັບໄດ້ປະຕິເສດຂໍ້ກ່າວຫາດັ່ງກ່າວ

 

ທ່ານ ມິນສ່ວຍ ເຄີຍດຳລົງຕຳແໜ່ງຮອງປະທານາທິບໍດີພາຍໃຕ້ລະບົບເຄິ່ງພົນລະເຮືອນຂອງມຽນມາກ່ອນທີ່ຈະກາຍເປັນປະທານາທິບໍດີຫຸ່ນເຊີດ ລັດຖະບານທະຫານຕ້ອງພຶ່ງພາລາວໃນການລົງນາມໃນຄຳສັ່ງຕ່າງໆ ແລະ ເພື່ອສ້າງພາບລັກສະນະຂອງຄວາມເປັນທຳໃນການປົກຄອງ

 

ການເລືອກຕັ້ງໃນມືມິນອ່ອງຫລ່າຍ

 

 

ເມື່ອທີ່ຜ່ານມາ ພົນເອກອາວຸໂສມິນອ່ອງຫລ່າຍ ໄດ້ຢຸດຕິການປະກາດພາວະສຸກເສີນທົ່ວປະເທດ ທີ່ປະກາດໄວ້ໃນຊ່ວງການຍຶດອຳນາດ ພ້ອມປະກາດແຜນການຈັດການເລືອກຕັ້ງໃນເດືອນທັນວາ

 

ເພື່ອເປັນທາງອອກສຳລັບຄວາມຂັດແຍ້ງທີ່ກຳລັງກັດກິນປະເທດ ການເຄື່ອນໄຫວດັ່ງກ່າວເປັນການສົ່ງມອບອຳນາດຈາກສຳນັກງານຜູ້ບັນຊາການທະຫານສູງສຸດ ຊຶ່ງມີພົນເອກອາວຸໂສມິນອ່ອງຫລ່າຍ ເປັນຜູ້ຄອບຄອງ ກັບຄືນສູ່ສຳນັກງານປະທານາທິບໍດີ ຊຶ່ງພົນເອກອາວຸໂສມິນອ່ອງຫລ່າຍ ກໍ່ດຳລົງຕຳແໜ່ງຢູ່ເຊັ່ນກັນ ອຳນາດຈຶ່ງບໍ່ໄດ້ກັບຄືນສູ່ປະຊາຊົນຢ່າງແທ້ຈິງ

 

ກຸ່ມຕໍ່ຕ້ານໄດ້ປະກາດວ່າ ຈະຄວຳບາດການເລືອກຕັ້ງດັ່ງກ່າວ ຂະນະທີ່ຜູ້ຊ່ຽວຊານຂອງສະຫະປະຊາຊາດໄດ້ກ່າວໃນເດືອນມິຖຸນາວ່າ ການເລືອກຕັ້ງຄັ້ງນີ້ເປັນ “ການຫຼອກລວງ” ທີ່ອອກແບບມາເພື່ອສ້າງຄວາມເປັນທຳ ໃຫ້ກັບການປົກຄອງຂອງລັດຖະບານທະຫານຕໍ່ໄປ ທັງນີ້ ຍັງບໍ່ມີການກຳໜົດວັນເລືອກຕັ້ງທີ່ແນ່ນອນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຢ່າລື່ມກົດຕິດຕາມ