
ໃນວັນທີ 7 ສິງຫາ 2025 ນີ້, ຢູ່ທີ່ສະໜາມເຝິກຊ້ອມອ່າງນ້ຳຫຸມ ວິທະຍາຄານພະລາທິການກອງທັບ, ກຳລັງເຝິກຊ້ອມກອບກູ້ໄພພິບັດກອງທັບປະຊາຊົນລາວ ໄດ້ສຸມໃສ່ການເຝິກຊ້ອມດ້ວຍຄວາມຮັບຜິດຊອບສູງ.
ສະຫາຍ ພັນເອກ ຄໍາຜາຍ ອ້ວນວິໄລ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ເນັ້ນໜັກໃຫ້ກຳລັງເຝິກຊ້ອມທຸກສະຫາຍ ຈົ່ງພ້ອມກັນສຸມໃສ່ໃນການເຝິກຊ້ອມໃນການກອບກູ້ໄພພິບັດຕາມພາລະບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ສູງ
ໂດຍສະເພາະຄະນະຮັບຜິດຊອບ ຂອງກຳລັງເຝິກຊ້ອມແຕ່ລະເຫຼົ່າຮົບ ຕ້ອງເປັນເຈົ້າການເອົາໃຈໃສ່ນໍາພາ-ຊີ້ນຳໃນການເຝິກຊ້ອມຢ່າງໃກ້ຊິດຕິດແທດ,ແຕ່ລະບາດກ້າວຂອງການເຝິກຊ້ອມ ຕ້ອງດໍາເນີນຕາມຂັ້ນຢ່າງລະອຽດ ຕາມທິດສະດີ ແລະ ຫຼັກການຢ່າງລະອຽດຄົບຖ້ວນ
ພ້ອມນັ້ນ, ນັກເຝິກຊ້ອມ ຕ້ອງຍົກສູງຄວາມເອົາໃຈໃສ່ຕໍ່ການເຝິກຊ້ອມ ກຳແໜ້ນໄດ້ທິດສະດີ,ຫຼັກການ ກໍຄືພາກປະຕິບັດຕົວຈິງ, ຕ້ອງຮັບປະກັນໄດ້ຄວາມປອດໄພຕໍ່ຊີວິດ, ພາຫະນະວັດຖຸ, ອຸປະກອນໃນການເຝິກຊ້ອມ ເພື່ອເຮັດໃຫ້ການເຝິກຊ້ອມກອບກູ້ໄພພິບັດດໍາເນີນໄປຕາມແຜນການ ແລະ ບັນລຸໄດ້ຜົນສໍາເລັດ.
ສຳລັບກຳລັງທີ່ເຂົ້າຮ່ວມເຝິກຊ້ອມ ປະກອບມີ: ກໍາລັງພະລາທິການ 30 ສະຫາຍ, ກໍາລັງເຕັກນິກ 30 ສະຫາຍ, ກໍາລັງຊ່າງແສງ 60 ສະຫາຍ, ກໍາລັງເສນາຮັກ 60 ສະຫາຍ, ກໍາລັງສື່ສານ 20 ສະຫາຍ, ກໍາລັງທະຫານອາກາດ 15 ສະຫາຍ ແລະ ກໍາລັງວິທະຍາຄານພະລາທິການກອງທັບ 30 ສະຫາຍ
ເຊິ່ງເນື້ອໃນການເຝິກຊ້ອມມີ: ຊອກຄົ້ນ, ກອບກູ້ ແລະ ຊ່ວຍເຫຼືອຜູ້ປະສົບໄຟທາງນໍ້າຄື: ລາດຕະເວນ, ຊອກຄົ້ນຜູ້ປະສົບໄພຂອບເຂດນໍ້າຖ້ວມຕາມຈຸດຕ່າງໆ ດ້ວຍເຮືອ ແລະ ໂດຣນ, ກອບກູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພທີ່ຕິດຄ້າງຕາມບ້ານເຮືອນ, ຕົ້ນໄມ້ ແລະ ເກາະດອນ, ກອບກູ້ ແລະ ຊ່ວຍເຫຼືອເອົາຜູ້ປະສົບໄພທີ່ຖືກບາດເຈັບໄຫຼມາຕາມກະແສນໍ້າ, ໜ່ວຍແພດສຸກເສີນປະຖົມພະຍາບານຂັ້ນຕົ້ນກ່ອນນໍາສົ່ງໄປໂຮງໝໍພາກສະໜາມ;
ຊອກຄົ້ນ-ກອບກູ້ ຊ່ວຍເຫຼືອຜູ້ປະສົບໄພທາງບົກຄື: ໄດ້ຮັບການລາຍງານມີພູດິນເຈື່ອນທັບຖົມ ໜ່ວຍສືບຂ່າວລົງເກັບກຳຂໍ້ມູນສະຖິຕິພົນລະເມືອງ ຢູ່ຂອບເຂດທີ່ເກີດໄພພິບັດ, ຊອກຄົ້ນ-ກອບກູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພ ດິນເຈື່ອນທັບຖົມ ປະຕິບັດການຊ່ວຍເຫຼືອຜູ້ປະສົບໄພທາງດ້ານການແພດຕໍ່ຜູ້ບາດເຈັບ ແລະ ເສຍຊີວິດ, ນໍາສົ່ງຜູ້ປະສົບໄພທີ່ມີອາການເຈັບໜັກໄປໂຮງໝໍແນວຫຼັງ ດ້ວຍເຮືອບິນ (MI-17).
ທີ່ມາ: ໜັງສືພິມກອງທັບ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,526 | 21,803 |
![]() THB | 662.81 | 673.41 |
![]() EUR | 24,425 | 24,914 |
![]() CNY | 2,956 | 3,015 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |