_cover - 2025-08-08T163930.187
ຝົນມໍຣະສຸມຖະຫຼົ່ມ "ປາກິສະຖານ" ນ້ຳຖ້ວມຄັ້ງໃຫຍ່ພາກຊີວິດ 300 ກວ່າຄົນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 8 August, 2025
ໝວດ: ຂ່າວ

ລາຍງານວິທະຍາສາດຫຼ້າສຸດຊີ້ວ່າ ການປ່ຽນແປງສະພາບອາກາດໄດ້ເພີ່ມຄວາມຮຸນແຮງຂອງຝົນມໍຣະສຸມທີ່ໂຈມຕີປາກິສະຖານໃນຊ່ວງລະດູຮ້ອນປີນີ້ ຈົນກໍ່ໃຫ້ເກີດນ້ຳຖ້ວມໃຫຍ່ທີ່ພາກຊີວິດຜູ້ຄົນຈຳນວນຫຼາຍ ໂດຍສະເພາະໃນເຂດເມືອງທີ່ມີຄວາມບອບບາງສູງ

 

ຕັ້ງແຕ່ວັນທີ່ 26 ມິຖຸນາ ທີ່ຜ່ານມາ ຫົວໜ່ວຍງານຈັດການໄພພິບັດແຫ່ງຊາດຂອງປາກິສະຖານ (NDMA) ລະບຸວ່າມີຜູ້ເສຍຊີວິດຢ່າງໜ້ອຍ 303 ຄົນ

 

ໃນຈຳນວນນີ້ເປັນເດັກ 142 ຄົນ ສາເຫດສ່ວນໃຫຍ່ເກີດຈາກບ້ານເຮືອນພັງຖະຫຼົ່ມໃນຊຸມຊົນແອອັດຊຶ່ງສ້າງຈາກດິນ ແລະ ແກບເຂົ້າ ຕັ້ງຢູ່ໃກ້ແມ່ນ້ຳ ແລະ ລຸ່ມນ້ຳທີ່ມີຄວາມສ່ຽງຕໍ່ການຖືກນ້ຳຖ້ວມ

 

ໄພພິບັດຄັ້ງນີ້ສ້າງຄວາມເສຍຫາຍໜັກໃນແຂວງປັນຈາບ ແລະ ໄຄເບີປັກຕູນຄວາ ໂດຍເມືອງຣາວັນປິນດີ ລາຮໍ ເປຊາວາ ແລະ ແຟຊາລາບັດໄດ້ຮັບຜົນກະທົບຫຼາຍທີ່ສຸດ

 

ເຫດການຝົນຕົກໜັກທີ່ສຸດເກີດຂຶ້ນເມື່ອວັນທີ່ 17 ກໍລະກົດ ທີ່ເມືອງຣາວັນປິນດີຊຶ່ງວັດປະລິມານຝົນໄດ້ເຖິງ 230 ມິນລິເມັດພາຍໃນເວລາບໍ່ເຖິງ 24 ຊົ່ວໂມງ ລະບົບລະບາຍນ້ຳບໍ່ສາມາດຮອງຮັບໄດ້ ເຮັດໃຫ້ຕ້ອງອົບພະຍົບປະຊາຊົນຈຳນວນຫຼາຍ

 

ນອກຈາກນີ້ຍັງມີລາຍງານວ່າມີຜູ້ບາດເຈັບ 727 ຄົນ ບ້ານເຮືອນເສຍຫາຍ 1,693 ຫຼັງ ຖະໜົນຫົນທາງກວ່າ 449 ກິໂລເມັດ ແລະ ຂົວ 105 ແຫ່ງໄດ້ຮັບຄວາມເສຍຫາຍ ພ້ອມທັງສັດລ້ຽງເສຍຊີວິດອີກ 428 ໂຕ

 

ນີ້ແມ່ນຂໍ້ມູນທີ່ສະແດງໃຫ້ເຫັນເຖິງຄວາມຮຸນແຮງຂອງໄພນ້ຳຖ້ວມມໍຣະສຸມໃນປາກິສະຖານ ຊຶ່ງໄດ້ຮັບຜົນກະທົບຈາກການປ່ຽນແປງສະພາບອາກາດໂລກ.

 

ລາຍງານສະບັບນີ້ຈັດທຳໂດຍເຄືອຂ່າຍນັກວິທະຍາສາດຈາກປາກິສະຖານ ສະວີເດັນ ເດັນມາກ ສະຫະລາຊະອານາຈັກ ແລະ ສະຫະລັດ ພາຍໃຕ້ໂຄງການ World Weather Attribution

 

ໂດຍໃຊ້ວິທີການວິເຄາະເຊິງສະຖິຕິທີ່ຜ່ານການທົບທວນຈາກຜູ້ຊ່ຽວຊານ ພົບວ່າຝົນສູງສຸດໃນຊ່ວງ 30 ມື້ ໃນພື້ນທີ່ໄດ້ຮັບຜົນກະທົບມີຄວາມຮຸນແຮງຫຼາຍຂຶ້ນປະມານ 22% ເມື່ອທຽບກັບສະພາບອາກາດທີ່ບໍ່ຖືກເຮັດໃຫ້ຮ້ອນຂຶ້ນ 1.3°C ຈາກການເຜົາເຊື້ອເພີງຟອດຊິນ ແລະ ການຕັດໄມ້ທຳລາຍປ່າ

 

ນອກຈາກປັດໄຈຈາກໂລກຮ້ອນແລ້ວ ການຂະຫຍາຍຕົວຂອງເມືອງຢ່າງໄວວາເລັວ ມາດຕະຖານການກໍ່ສ້າງທີ່ອ່ອນແອ ແລະ ການຕັດໄມ້ທຳລາຍປ່າ ຍັງເພີ່ມຄວາມສ່ຽງຂອງເຂດເມືອງຕໍ່ໄພພິບັດທາງທຳມະຊາດຢ່າງມີຄວາມ ສຳຄັນ

 

ຫຼັງນ້ຳຖ້ວມຄັ້ງໃຫຍ່ປີ 2022 ລັດຖະບານປາກິສະຖານປະເມີນວ່າຕ້ອງໃຊ້ງົບປະມານ 16.3 ພັນລ້ານໂດລາສະຫະລັດເພື່ອຟື້ນຟູ ແລະ ສ້າງຄວາມຢືດຫຍຸ່ນ ຜູ້ບໍລິຈາກໃຫ້ຄຳໝັ້ນສັນຍາລວມກວ່າ 8.5 ພັນລ້ານໂດລາ ຊຶ່ງສ່ວນໃຫຍ່ເປັນເງິນກູ້ ແລະລັດຖະບານຈະຮັບຜິດຊອບສ່ວນທີ່ເຫຼືອ ແຕ່ປະເທດຍັງຄົງມີຊ່ອງວ່າງງົບປະມານດ້ານການປັບຕົວຕໍ່ສະພາບອາກາດສູງເຖິງ 152 ພັນລ້ານໂດລາຈົນເຖິງປີ 2030

 

ນັກວິທະຍາສາດ ແລະ ຜູ້ຊ່ຽວຊານທີ່ຮ່ວມໃນລາຍງານແນະນຳໃຫ້ປາກິສະຖານລົງທຶນໃນ “ໂຊລູຊັນເຊິງທຳມະຊາດ” ເຊັ່ນ: ການປູກປ່າ ການຟື້ນຟູພື້ນທີ່ຊຸ່ມນ້ຳ ການປັບປຸງມາດຕະຖານການກໍ່ສ້າງ ແລະ ການພັດທະນາລະບົບເຕືອນໄພລ່ວງໜ້າ ເພື່ອຮັບມືກັບໄພພິບັດທີ່ຄາດວ່າຈະເກີດຖີ່ຂຶ້ນ ແລະ ຮຸນແຮງຫຼາຍຂຶ້ນໃນໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 16 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,529
21,806
thailand (1)
THB
661.10
673
european-union
EUR
24,196
24,681
china
CNY
2,935
2,993
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
pele - 2025-10-16T145013.841
ເບຍລາວ ມອບທຶນ 7 ຕື້ກີບເພື່ອສົ່ງເສີມງານມະຫາກໍາກິລາແຫ່ງຊາດວຽງຈັນເກມ ຄັ້ງທີ XII
jane - 2025-10-16T145120.719
ຮອງລັດຖະມົນຕີກະຊວງ ຮສສ ຊຸກຍູ້ ວຽກງານ ກວດກູ້ລະເບີດ ຢູ່ແຂວງອັດຕະປື
pele - 2025-10-16T134448.625
ແຈ້ງການມອດໄຟ ວັນທີ 19/10/2025
jane - 2025-10-16T133534.423
ຍທຂ ນະຄອນຫຼວງວຽງຈັນ ເລັ່ງສ້ອມແປງຫຼາຍເສັ້ນທາງທີ່ເປ່ເພ ເພື່ອຄວາມສະດວກໃນການສັນຈອນຂອງປະຊາຊົນ ໂດຍແບ່ງອອກເປັນ 4 ສັນຍາຫຼັກ ຄື:
jane - 2025-10-16T115709.398
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບ ທ່ານ ອະນຸທິນ ຊານວີຣະກຸນ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ດ້ວຍບັນຍາກາດທີ່ອົບອຸ່ນ.
pele - 2025-10-16T113215.445
ຫ້ອງການໄຟຟ້າເມືອງສີໂຄດຕະບອງ ສາຂານະຄອນຫຼວງ1 ສຳເລັດຍົກກຳລັງໝໍ້ແປງໄຟຟ້າ 4 ປ້ອມ ເມືອງ ສີໂຄດຕະບອງ.
jane - 2025-10-16T112654.635
ກາເຟ ແລະ ຊາ ຄືໝາກຜົນທາງດ້ານກະສິກຳ ທີ່ເປັນຂີດໝາຍການພັດທະນາລາຍໄດ້ແບບຍືນຍົງ
jane - 2025-10-16T102127.022
ທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ເດີນທາງເຖິງນະຄອນຫລວງວຽງຈັນ
jane - 2025-10-16T094850.359
ເຫດການເກີດແຜ່ນດິນໄຫວຄັັ້ງວັນທີ 15 ຕຸລາ ຫາ ວັນທີ 16 ຕຸລາ 2025
ຢ່າລື່ມກົດຕິດຕາມ