_cover - 2025-08-11T102307.213
ກອງທັບເກົາຫຼີໃຕ້ກຳລັງທະຫານຫຼຸດລົງເຫຼືອ 4.5 ແສນຄົນ ຈາກຈຳນວນປະຊາກອນຊາຍທີ່ຫຼຸດລົງຢ່າງຕໍ່ເນື່ອງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 11 August, 2025
ໝວດ: ຂ່າວ

ກະຊວງປ້ອງກັນປະເທດເກົາຫຼີໃຕ້ເປີດເຜີຍລາຍງານໃນວັນທີ 10 ສິງຫາ 2025 ວ່າກອງທັບຂອງເກົາຫຼີໃຕ້ໄດ້ຫຼຸດກຳລັງຄົນລົງເຖິງ 20% ໃນໄລຍະ 6 ປີທີ່ຜ່ານມາ ເຫຼືອພຽງແຕ່ 450,000 ຄົນ.

 

ສາເຫດຫຼັກມາຈາກຈຳນວນປະຊາກອນຊາຍໄວເກນທະຫານທີ່ຫຼຸດລົງຢ່າງໄວວາ, ຊຶ່ງອາດສົ່ງຜົນໃຫ້ເກີດບັນຫາຂາດແຄນນາຍທະຫານ ແລະ ຍາກຕໍ່ການປະຕິບັດງານໃນອະນາຄົດ ຖ້າຫາກແນວໂນ້ມນີ້ຍັງສືບຕໍ່ດຳເນີນຕໍ່ໄປ.

 

ລາຍງານນີ້ຖືກສົ່ງເຖິງ ຊູ ມີແອ ສະມາຊິກພັກປະຊາທິປະໄຕ ຊຶ່ງເປັນຜູ້ເຜີຍແຜ່ຕໍ່ສາທາລະນະ ໂດຍຂໍ້ມູນລະບຸວ່າ ກຳລັງຄົນກອງທັບເກົາຫຼີໃຕ້ຫຼຸດລົງຢ່າງຕໍ່ເນື່ອງຕັ້ງແຕ່ຕົ້ນທົດສະວັດ 2000 ຊຶ່ງຂະນະນັ້ນມີກຳລັງຄົນປະມານ 690,000 ຄົນ ຈົນມາຮອດຊ່ວງປາຍທົດສະວັດ 2010 ຈຳນວນຫຼຸດລົງຢ່າງໄວວາ ເຫຼືອປະມານ 563,000 ຄົນໃນປີ 2019

 

ສຳລັບເກົາຫຼີເໜືອ ກະຊວງປ້ອງກັນປະເທດເກົາຫຼີໃຕ້ປະເມີນເມື່ອປີ 2022 ວ່າມີກຳລັງຄົນປະຈຳການປະມານ 1.2 ລ້ານຄົນ ຂະນະທີ່ເກົາຫຼີໃຕ້ໃນຊ່ວງປີ 2019-2025 ຈຳນວນຜູ້ຊາຍອາຍຸ 20 ປີ ຊຶ່ງເປັນຊ່ວງອາຍຸທີ່ສ່ວນໃຫຍ່ເຂົ້າຮັບການເກນທະຫານຫຼັງຜ່ານການກວດຮ່າງກາຍ ຫຼຸດລົງເຖິງ 30% ເຫຼືອພຽງ 230,000 ຄົນ

 

ໄລຍະເວລາເຂົ້າເປັນທະຫານປັດຈຸບັນຢູ່ທີ່ 18 ເດືອນ ສັ້ນລົງຈາກເດີມທີ່ເຄີຍສູງເຖິງ 36 ເດືອນໃນປີ 1953 ຫຼັງສົງຄາມເກົາຫຼີສິ້ນສຸດດ້ວຍການລົງນາມສະງົບສຶກ

 

ການຫຼຸດໄລຍະເວລາເຂົ້າເປັນທະຫານນີ້ ອ້າງວ່າເກີດຈາກຄວາມສາມາດດ້ານການປ້ອງກັນປະເທດທີ່ພັດທະນາຢ່າງຕໍ່ເນື່ອງ ອັນເປັນຜົນມາຈາກພັນທະມິດທາງທະຫານກັບສະຫະລັດ ແລະ ການເຕີບໂຕຂອງອຸດສາຫະກຳອາວຸດພາຍໃນປະເທດທີ່ກາຍເປັນຜູ້ສົ່ງອອກສຳຄັນ

 

ປັດຈຸບັນກອງທັບເກົາຫຼີໃຕ້ຍັງຂາດກຳລັງຄົນປະມານ 50,000 ຄົນຈາກລະດັບທີ່ພຽງພໍຕໍ່ການຮັກສາຄວາມພ້ອມທາງທະຫານ ໂດຍປະມານ 21,000 ຄົນໃນຈຳນວນນີ້ຢູ່ໃນຕຳແໜ່ງນາຍທະຫານຊັ້ນກາງ

 

ໃນເຊິງໂຄງສ້າງປະຊາກອນ ເກົາຫຼີໃຕ້ປະເຊີນພາວະສັງຄົມສູງອາຍຸໄວທີ່ສຸດແຫ່ງໜຶ່ງຂອງໂລກ ແລະ ມີອັດຕາການເກີດຕ່ຳທີ່ສຸດໃນໂລກຢູ່ທີ່ 0.75 ໃນປີ 2024

 

ຊຶ່ງຫມາຍເຖິງຈຳນວນເດັກນ້ອຍເກີດໃຫມ່ ທີ່ຜູ້ຍິງຄົນໜຶ່ງຄາດວ່າຈະໃຫ້ກຳເນີດຕະຫຼອດຊ່ວງໄວຈະເລີນພັນ ປະຊາກອນເກົາຫຼີໃຕ້ຊຶ່ງເຄີຍສູງສຸດທີ່ 51.8 ລ້ານຄົນ

 

ໃນປີ 2020 ຄາດວ່າຈະຫຼຸດລົງເຫຼືອພຽງ 36.2 ລ້ານຄົນພາຍໃນປີ 2072 ຕາມການຄາດການຂອງລັດຖະບານ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຢ່າລື່ມກົດຕິດຕາມ