_cover - 2025-08-11T113732.652
ຣັດເຊຍ ປະກາດ 2 ແຜນຍຸດທະສາດ ສໍາຄັນ! ຂະຫຍາຍທາງລົດໄຟ ເຊື່ອມຕໍ່ ສປ ຈີນ- ສປປ ລາວ ແລະ ອາຊຽນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 11 August, 2025
ໝວດ: ຂ່າວ

ຣັດເຊຍ ປະກາດ 2 ແຜນຍຸດທະສາດ ສໍາຄັນ,ປູເສັ້ນທາງຮ່ວມມື ທີ່ໝັ້ນຄົງ ລະຫວ່າງ ຣັດເຊຍ-ສປ ຈີນ-ອາຊຽນ

 

ໃນສະຕະວັດທີ 21 ຜ່ານ ເວທີ ກອງປະຊຸມ ພົບປະສອງຝ່າຍ ສປປ ລາວ-ຣັດເຊຍ ໃນຕົ້ນເດືອນ ສິງຫານີ້, ໂດຍເນັ້ນ ຈະເຊື່ອມຕໍ່ທາງລົດໄຟ ຈາກຣັດເຊຍ ຜ່ານ ສປ ຈີນ ເຂົ້າສູ່ ສປປ ລາວ, ອາຊຽນ ແລະ ເປີດເສັ້ນທາງການຂົນສົ່ງສິນຄ້າ ຜ່ານທາງ ທະເລ ເພີ່ມຂຶ້ນຈາກ ຣັດເຊຍ ເຂົ້າ ສສ ຫວຽດນາມ (ທ່າກໍາປັ່ນ ນໍ້າເລິກບຸງ ອາງ) ເຊື່ອມຕໍ່ກັບ ສປປ ລາວ,

 

Digital Marketing Agency in Laos - Emerging Digital Solutions

ທ່າມກາງ ສ.ອາເມລິກາ ຍັງຄົງຮັກສາອັດ ຕາພາສີ 40% ເປັນອາວຸດເດັດ ເພື່ອເປັນກໍາແພງສີ ກີດກັ້ນການຄ້າຂອງ ສປປ ລາວ ໄດ້ສະທ້ອນໃຫ້ເຫັນ ຄວາມບໍ່ຍຸຕິທໍາ ແລະ ເປັນວິທີການບີບໃຫ້ ສປປ ລາວ ເລືອກຂ້າງ.

 

ບໍລິສັດ ດາຕາຄອມ ຈຳກັດ Delivering complete technology solutions

ຂະບວນລົດໄຟ ຈາກແດນ “ໝີຂາວ” ຣັດເຊຍ ພວມສົ່ງສຽງດັງກ້ອງ ຖີ່ຂຶ້ນເລື້ອຍໆ ມຸ່ງໜ້າເຂົ້າສູ່ ສປ ຈີນ ແລະ ອາຊຽນ ໃນອະນາຄົດອັນໄກ້ນີ້ ເມື່ອ ທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ປະກາດ ຢ່າງເປັນທາງການ ລະຫວ່າງ ການພົບປະຜູ້ນໍາ ສູງສຸດຂອງສອງ ຊາດ ລາວ-ຣັດເຊຍ ໂດຍມີເນື້ອໃນສໍາຄັນ ເຫັນດີເບື້ອງຕົ້ນຈະເຊື່ອມຕໍ່ ເສັ້ນທາງ ລົດໄຟ ຣັດເຊຍ-ສປ ຈີນ-ອາຊຽນ ແລະ ເປີດເສັ້ນທາງ ການຄ້າ ໃໝ່ຜ່ານ ທະເລ ເຂົ້າສູ່ ອາຊຽນ ຢ່າງເປັນທາງການ

 

ເຊິ່ງການປະກາດຄັ້ງນີ້ ເປັນໝາກຜົນຄວາມສໍາເລັດໜຶ່ງ ເປັນປະຈັກຕາ ໃນການຈັດຕັ້ງປະຕິບັດ ໂຄງການ“ ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ນໍາປະຊາຄົມໂລກ ກ້າວສູ່ຄວາມ ຈະເລີນ,ການຂົນສົ່ງສິນ ຄ້າສະດວກວ່ອງໄວ, ປະຢັດເວລາ,ປະຢັດ ຕົນທຶນ ການຂົນສົ່ງ, ມີຄວາມ ປອດໄພສູງ ແລະ ການໄປຫາສູ່ກັນ ງ່າຍຂຶ້ນ ລະຫວ່າງ ພາກພື້ນ-ສາກົນ.

 

 

ຈາກການດໍາເນີນໂຄງການເສັ້ນທາງສາຍໄໝ ຫລື ຂໍ້ລິເລີ່ມໜຶ່ງແວໜຶ່ງເສັ້ນທາງນັບປີ 2013 ມາເຖິງປັດຈຸບັນນີ້ມີຫລາຍກວ່າ 150 ປະເທດທົ່ວໂລກ ເຂົ້າຮ່ວມ ໂຄງການ ດັ່ງກ່າວ ແລະ ໄດ້ນໍາມາສູ່ ຄວາມສໍາເລັດ ອັນຍິ່ງໃຫຍ່ ທົ່ວໂລກ ລວມທັງເສັ້ນທາງລົດໄຟລາວ-ຈີນ ພາຍໃຕ້ຄູ່ຮ່ວມ ມືຊາຕາກໍາ ດຽວກັນ ລາວ-ຈີນ ຢາງໜັກແໜ້ນ ໄດ້ສ່ອງແສງ ໃຫ້ເຫັນສາກຫລັງ ສປປ ລາວ ເຄີຍເປັນ ປະເທດ ດ້ອຍພັດທະນາ ທີ່ເຕັມໄປດ້ວຍໄພຂົ່ມຄູ່ ຈາກຊາກລະເບີດຕົກຄ້າງ ຂອງພວກຈັກ ກະພັດລ່າເມືອງ

 

ໃນອະດີດ ສົງຄາມອິນດູຈີນ ແລະ ເປັນປະເທດ ບໍ່ມີທາງ ອອກສູ່ທະເລ ກາຍເປັນປະເທດ ເຊື່ອມໂຍງ ເຊື່ອມຈອດ ກັບພາກພື້ນ-ສາກົນ ຄັ້ງປະຫວັດ.

 

 

ເມື່ອກ່ອນ ມີສື່ມວນຊົນ ຕາເວັນຕົກ ຈໍານວນໜຶ່ງ ທີ່ຖືກເອີ້ນວ່າ “ພວກກາ ເຈັດສົບ” ໄດ້ນໍາສະເໜີ ຂ່າວ ແບບມະໂນພາບ ໃສ່ຮ້າຍປ້າຍສີ, ປັ້ນນໍ້າໃຫ້ເປັນຕ່ອນ ແລະ ໂຄສະນາ ທັບຖົມ ສອງປະເທດ ວ່າການສ້າງທາງລົດໄຟ ຈະເຮັດໃຫ້ລາວ ຕິດກັບ ດັກໜີ້ ຈີນ ຕ່າງໆນາໆ ທັງທີ່ໂຄງການລົດໄຟລາວ-ຈີນ,ມູນຄ່າເກືອບ 6 ຕື້ໂດລາ ສະຫະລັດ ແມ່ນການລົງທຶນຮ່ວມ ກັນລະຫວ່າງ ສປປ ລາວ ຖືຫຸ້ນ 30% ແລະ ສປ ຈີນ ຖືຫຸ້ນ 70% ແລະ ເຊື່ອວ່າບໍ່ ມີມະນຸດຄົນໃດ ຫລື ປະເທດໃດ ເປັນບ້າ ຈະຕັດສິນໃຈ “ ທັບໝໍ້ເຂົ້າ ໝໍ້ແກງຕົນເອງ”.

 

ໂດຍເລີ່ມຕົ້ນ ກໍ່ສ້າງລົດໄຟລາວ-ຈີນ ລະຫວ່າງ ປີ 2016 ແລະ ເປີດໃຫ້ ບໍລິການທ້າຍປີ 2021 ເຖິງປັດຈຸບັນນີ້ ທາງລົດໄຟລາວ-ຈີນ ສາມາດຂົນ ສົ່ງສິນຄ້າ ໄດ້ທັງໝົດ 14 ລ້ານກວ່າໂຕນ, ສະເພາະເດືອນກໍລະກົດ ປີ 2025 ນີ້ ສາມາດຂົນສົ່ງສິນຄ້າ ໄດ້ທັງໝົດ 3 ລ້ານກວ່າໂຕນ , ທຽບໃສ່ໄລຍະ ດຽວກັນ ຂອງປີຜ່ານມາ ເພີ່ມຂຶ້ນ 6,8%, ຂົນສົ່ງໝາກໄມ້ ໄດ້ທັງໝົດ 171,000 ໂຕນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 62,8%.

 

 

ພ້ອມດຽວກັນນີ້, ກອງປະຊຸມ ສະພາບແຫ່ງຊາດລາວ ກໍໄດ້ຮັບ ຮອງເອົາ ການຄາດຄະເນເສດຖະກິດລາວປີ 2025 ຍັງຂະຫຍາຍຕົວສູງເຖິງ 4.5%, ໄດ້ສໍາເລັດການເຈລະຈາ 74 ລາຍການສົ່ງສິນຄ້າ ອອກຕ່າງປະເທດ, ສືບຕໍ່ໄດ້ດູນການຄ້າເພີ່ມຂຶ້ນຢ່າງຕໍ່ເນື່ອງ, ມີນັກທ່ອງທ່ຽວ ເຂົ້າມາຢ້ຽມ ຢາມ ສປປ ລາວ 4 ລ້ານກວ່າຄົນສ້າງລາຍຮັບໄດ້ 1 ຕື້ກວ່າໂດລາ ແລະ ການຜະລິດກະສິກໍາ ເປັນສິນຄ້າ ເກີດເປັນໜໍ່ແໜງໃໝ່ ຂຶ້ນຢ່າງ ຟົດຟື້ນ.

 

ທັງໝົດທີ່ວ່ານັ້ນ ກໍລ້ວນແລ້ວ ແຕ່ໄດ້ມາໂດຍການ ຮ່ວມມືຈາກທຸກ ພາກສ່ວນທັງພາຍໃນ-ຕ່າງປະເທດ ແລະ ວົງຄະນະ ຍາດສາກົນໂດຍ ສະເພາະ ນັບແຕ່ ເປີດເສັ້ນ ທາງ ລົດໄຟລາວ-ຈີນ ເປັນຕົ້ນ ຖືໄດ້ວ່າ ມັນເປັນເສັ້ນເລືອດ ໃຫຍ່ສໍາຄັນໃນການຂັບເຄື່ອນເສດຖະກິດຂອງຊາດ ໃຫ້ມີໃບໜ້າໃໝ່ແທ້ໆ.

 

 

ນອກຈາກນັ້ນ,ໄທ,ມາເຊຍ ແລະ ສສ ຫວຽດນາມ ກໍໄດ້ເລີ່ມ ລົງມື ກໍ່ສ້າງເສັ້ນທາງລົດໄຟ ເຊື່ອມຕໍ່ກັບ ສປປ ລາວ, ສປ ຈີນ, ຣັດເຊຍ ແລະ ທະວີບອື່ນໆ ຕາມລໍາດັບ. ສະນັ້ນຈິ່ງສາມາດຢັ້ງຢືນໃຫ້ເຫັນວ່າ ການພັດທະນາເສັ້ນທາງລົດໄຟ ເຊື່ອມຕໍ່ກັນ ພາຍໃຕ້ຂໍ້ລິ ເລີ່ມ “ ໜຶ່ງແລວ ໜຶ່ງເສັ້ນທາງ” ນັ້ນບໍ່ພຽງຕອບສະໜອງ ຕໍ່ເຈຕະນາລົມ ແລະ ຄວາມມຸ່ງ ມາດປາຖະໜາ ພຽງປະເທດໃດ ປະເທດໜຶ່ງ ເທົ່ານັ້ນ ຫາກຍັງມອບ ໂອກາດດີໆ ແລະ ຮັບປະກັນ ຜົນປະ ໂຫຍດລວມ ຂອງວົງຄະນະຍາດ ສາກົນ ອີກດ້ວຍ.

 

ຫລ້າສຸດ ສໍານັກຂ່າວສານຊິນຮົວ(Xinhua), ສໍານັກຂ່າວສານ ຣັດເຊຍທັສ The Russian News Agency (Tass), ສໍານັກຂ່າວສານ ຫວຽດນາມ Vietnam News Agency (VNA) ໄດ້ລາຍງານໃນວັນທີ 2-3 ສິງຫານີ້ວ່າ: ທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ໄດ້ປະກາດແຜນ ການຂະຫຍາຍເສັ້ນທາງລົດໄຟ ຄັ້ງປະຫວັດ ສາດຈາກ ປະເທດ ຣັດເຊຍ ຜ່ານ ສປ ຈີນ ມຸ່ງໜ້າສູ່ ສປປ ລາວ ແລະ ອາຊຽນ,ຄວບຄູ່ກັບການຂະຫຍາຍ ເສັ້ນທາງ ຂົນສົ່ງສິນຄ້າສາກົນ ຜ່ານທາງ ທະເລ ຈາກຣັດເຊຍ ເຂົ້າ ສສ ຫວຽດນາມ ເຊື່ອມໂຍງ ເຊື່ອງຈອດກັບ ສປປ ລາວ ຢ່າງເປັນທາງການ,

 

ເພື່ອເພີ່ມທະວີການຮ່ວມມື ດ້ານການຄ້າ, ການລົງທຶນ, ການຂົນສົ່ງ, ການທ່ອງທ່ຽວ ແລະ ໄປມາຫາສູ່ກັນ ເຊິ່ງໄດ້ກາຍເປັນ ບາດກ້າວ ສໍາຄັນທີ່ສຸດ ໃນການຍົກ ສູງນໍ້າໃຈອັນບໍລິສຸດ ແລະ ຄວາມປາ ຖະໜາດີຂອງຣັດເຊຍ ທີ່ມີຕໍ່ເພື່ອນມິດສາກົນ, ຄາດວ່າ ໂຄງການຂະໜາດ ໃຫຍ່ນີ້ ຈະເປັນສ່ວນໜຶ່ງຂອງ ຄວາມພະຍາຍາມເພີ່ມທະວີ ບົດບາດ ຂອງຣັດເຊຍ ໃນຖານະເສັ້ນທາງ ຂົນສົ່ງສຳຄັນ ທົ່ວທະວີບ ເອີຣົບ-ອາຊີ.

 

 

ການປະກາດຄັ້ງນີ້ໄດ້ມີຂຶ້ນ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ສປປ ລາວ ໄດ້ເດີນທາງຢ້ຽມຢາມ ສະຫະພັນ ຣັດເຊຍ ຢ່າງເປັນ ທາງ ການໃນວັນທີ 30 ກໍລະກົດ-1 ສິງຫາ 2025 ເພື່ອຕອບ ສະໜອງ ຕາມການເຊີນຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ.

 

ການຢ້ຽມຢ້ຽມຄັ້ງນີ້, ຖືເປັນ ນິມິດໝາຍ ສຳຄັນ ໃນການຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນ ມິດຕະພາບ, ການຮ່ວມມື ທີ່ເປັນມູນເຊື້ອ ອັນດີງາມ ຍາວນານບົນພື້ນຖານການ ເປັນຄູ່ຮ່ວມມື ຍຸດທະສາດ ດ້ານຄວາມ ໝັ້ນຄົງ ໃນຂົງເຂດ ອາຊີ-ປາຊີຟິກ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ.

 

ພ້ອມນີ້, ສອງຝ່າຍ ຍັງໄດ້ເຫັນດີ ເປັນເອກະພາບ ໃນການເພີ່ມທະວີ ແລະ ຊຸກຍູ້ ການພົວພັນ ສອງຝ່າຍໃນ ຫລາຍຂົງເຂດ ໃນອະນາຄົດ ເປັນຕົ້ນ ດ້ານການເມືອງ-ຄວາມໝັ້ນຄົງ, ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ການທ່ອງທ່ຽວ ແລະ ອື່ນໆ ທີ່ສອງ ຝ່າຍ ມີທ່າ ແຮງ ເພື່ອນຳມາ ຊຶ່ງຜົນປະໂຫຍດ ຮ່ວມກັນ.

 

ທ່ານ ປະທານ ປະເທດ ແຫ່ງ ສປປ ລາວ ຍັງໄດ້ສະແດງ ຄວາມຊົມເຊີຍ ມາຍັງ ຣັດເຊຍ ທີ່ປະສົບຜົນສໍາ ເລັດ ຢ່າງຈົບງາມ ຕໍ່ພິທີ ສະເຫລີມ ສະຫລອງ ວັນຄົບຮອບ 80 ປີ ແຫ່ງ ໄຊຊະນະ ມະຫາ ສົງຄາມ ປົກປ້ອງ ປິຕຸພູມຂອງ ສະຫະພາບ ໂຊວຽດ ທີ່ໄດ້ຈັດຂຶ້ນ ໃນວັນທີ 9 ພຶດສະພາ 2025 ຜ່ານມາ ແລະ ຍັງໄດ້ກ່າວວ່າ: ໃນໄລຍະທ້າຍປີ 2025 ນີ້, ສອງປະເທດ ລາວ-ຣັດເຊຍ ຈະໄດ້ມີການຈັດ ກິດຈະກໍາ ຮ່ວມກັນ ເພື່ອສະເຫລີມ ສະຫລອງ ເນື່ອງໃນໂອກາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງ ສາຍພົວພັນ ການທູດ ລາວ-ຣັດເຊຍ.

 

ການພົວພັນ ການຄ້າ ສອງຝ່າຍ ມີທ່າອ່ຽງ ເພີ່ມຂຶ້ນຢ່າງວ່ອງໄວ ໂດຍສະເພາະໃນປີ 2024 ມູນຄ່າການຄ້າສອງຝ່າຍເພີ່ມຂຶ້ນ 65% ແລະ ນັບແຕ່ຕົ້ນປີ 2025 ເຖິງປັດຈຸບັນມູນຄ່າ ການຄ້າຍັງ ສື່ບຕໍ່ເພີ່ມຂຶ້ນເຖິງ 20%,ຕໍ່ສັນຍານດັ່ງກ່າວຈະເປັນ ປະກອບສ່ວນສໍາຄັນຊຸກຍູ້ເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ, ສ້າງພື້ນຖານໂຄງ ລ່າງທີ່ມີຄູນນະພາບ ໂດຍສະເພາະການຂະຫຍາຍ ເສັ້ນທາງລົດເຊື່ອມໂຍງ ເຊື່ອມຈອດກັນ ລະຫວ່າງຣັດເຊຍ,ຈີນ,ລາວ,ອາຊຽນແລະພາກພື້ນອື່ນໆ ຍິ່ງຈະໄດ້ຮັບຜົນ ປະໂຫຍດຮ່ວມກັນຢ່າງກວ້າງຂວາງ.

 

ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍໄດ້ຍົກໃຫ້ ເຫັນບາງເນື້ອ ໃນສໍາຄັນວ່າ: ແຜນການ ຂະຫຍາຍເສັ້ນທາງລົດໄຟ ຢ່າງກວ້າງຂວາງ, ເປັນສ່ວນໜຶ່ງຂອງ ຄວາມ ພະຍາຍາມ ເພີ່ມທະວີບົດບາດຂອງ ຣັດເຊຍ ໃນຖານະເສັ້ນທາງຂົນສົ່ງສຳຄັນ ທົ່ວທະວີບ ເອີຣົບ-ອາຊີ,”ພວກເຮົາ ມີແຜນຈະກໍ່ສ້າງເສັ້ນທາງໃໝ່ ແລະ ປັບປຸງເສັ້ນທາງທີ່ມີຢູ່ແລ້ວ ໃນພາກ ເໜືອ ອາກຕິກ ລວມທັງ ສາທາລະນະລັດໂຄມີ ແລະ ພາກພື້ນຢາມານ”

 

ເຊິ່ງໂຄງການເຫລົ່ານີ້ ມີຄວາມສຳຄັນ ດ້ານຍຸດທະສາດ ບໍ່ພຽງແຕ່ເພື່ອ ປັບປຸງການເຊື່ອມ ຕໍ່ພາຍໃນປະເທດ ເທົ່ານັ້ນ ແຕ່ຍັງເພີ່ມ ຄວາມພະຍາ ຍາມ ຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ ຣັດເຊຍ ໃນຖານະເສັ້ນທາງ ຂົນສົ່ງສຳຄັນ ທົ່ວທະວີບ ເອີຣົບ-ອາຊີ ແລະ ສ້າງໂອກາດໃໝ່ ໃຫ້ແກ່ ເສັ້ນ ທາງຂົນສົ່ງ ທີ່ມີສິ່ງທ້າທາຍ ຕໍ່ໂລກ ອີກດ້ວຍ.

 

ນັກວິເຄາະ ຈໍານວນຫລາຍ ໃຫ້ທັດສະນະວ່າ: ບໍ່ມີພາຍຸລົມແດງໃດໆ ຈະສາມາດ ທໍາລາຍສາຍ ພົວພັນ ອັນຍິ່ງໃຫຍ່ ທີ່ເປັນກໍາແພງເຫລັກແຫ່ງມະຫາຄວາມ ສາມັກຄີ ອັນປຶກແຜ່ນ ແໜ້ນໜຽວ ແລະ ຄວາມເຂົ້າອົກຄວາມໃຈ ຢ່າງເລິກເຊິ່ງ ລະຫວ່າງ ຣັດເຊຍ, ສປ ຈີນ, ສປປ ລາວ ແລະ ປະເທດອື່ນໆ ທີ່ຮ່ວມອຸດົມການ ດຽວກັນ,

 

ພາຍຫລັງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ໄດ້ປະກາດ ແຜນພັດທະນາທາງລົດໄຟ ທີ່ເປັນຍຸດ ທະສາດ ສໍາຄັນ ເຊື່ອມໂຍງ ເຊື່ອມຈອດກັນ ລະຫວ່າງ ສອງທະວີບ ອາຊີ ແລະ ຢູໂຣບ ເພື່ອຍົກລະດັບ ເສດຖະກິດ, ການຄ້າ, ການລົງທຶນ, ການບໍລິການ ຂົນສົ່ງ ແລະ ການທ່ອງ ທ່ຽວ ໂດຍປັດສະຈາກ ຮອຍຕໍ່ ຢ່າງ ໜ້າສົນໃຈ.

 

ການທີ່ ສ.ອາເມລິກາ ຂຶ້ນພາສີ ເປັນກໍາແພງກີດກັ້ນ ສປປ ລາວ ນັ້ນເທົ່າກັບວ່າ ບອກໃຫ້ ຣັດເຊຍ, ສປ ຈີນ ແລະ ຊາດອື່ນໆ ທີ່ມີອຸດົມ ການດຽວກັນ ທີ່ຮັກຫອມ ສັນຕິພາບ ໂດດກອດ ສປປ ລາວ ຍິ່ງແໜ້ນ ກວ່າເກົ່າ.

 

 

ເຖິງ ແມ່ນວ່າ ສ.ອາເມລິກາ ອ້າງຕົນເອງ ດ້ວຍເຫດຜົນ ເປັນຍ້ອນຂາດດູນ ການຄ້າກັບ ສປປ ລາວ ເປັນຈໍານວນ ຫລາຍຮ້ອຍລ້ານ ໂດລາສະຫະລັດ ແຕ່ຄວາມຈິງມັນກໍບໍ່ກ່ຽວຂ້ອງກັບທຸລະກິດ ຂອງຄົນລາວ ໂດຍກົງ ເຊິ່ງສ່ວນໃຫຍ່ ພົບວ່າ ເປັນຂອງ ກຸ່ມທຸລະກິດຕ່າງປະເທດ ຈາກເອີຣົບ ແລະ ຊາດອື່ນໆມາຕັ້ງ ບໍລິສັດ ອຸດສາຫະກໍາ ຕັດຫຍິບ,ປະເພດໂຮງງານເສື້ອຜ້າ ໃນ ສປປ ລາວ ເພື່ອສົ່ງອອກປະເທດທີ 3 ແລະ ຍັງບໍ່ເຫັນສັນ ຍານພົ້ນ ເດັ່ນວ່າ ສິນຄ້າຫລັກໆ ຂອງ ສປປ ລາວ ທີ່ສົ່ງອອກໄປຂາຍຢູ່ ສ.ອາເມລິກາ ເພື່ອນໍາເອົາເງິນຕາ ເຂົ້າມາປະເທດ ຢ່າງເປັນກອບ ເປັນກໍາແທ້ໆ ແມ່ນຫຍັງ.

 

ການທີ່ ສ.ອາເມລິກາ ໃຫ້ເຫດຜົນວ່າ ສາເຫດການ ຕັ້ງກໍາພາສີ ກີດກັ້ນ ສປປ ລາວ ນັ້ນຍ້ອນການຂາດດູນ ການຄ້າກັບ ສປປ ລາວ ຕໍ່ປະເດັນນັ້ນ ອາດບໍ່ມີເຫດຜົນພຽງພໍ ແຕ່ເຊື່ອວ່າ ມີຫລາຍສິ່ງ ສະຫລັບ ສັບຊ້ອນ ແລະ ອາດເປັນຂໍ້ອ້າງ ເປັນສາກ ບັງໜ້າ ທີ່ແອບແຝງຢາກປິດລ້ອມ ສປ ຈີນ ແລະ ຣັດເຊຍ ກໍເປັນໄດ້ເພາະ ສປປ ລາວ ຖືວ່າ ເປັນປະເທດ ທໍາອິດ ທີ່ມີຂະບວນ ລົດທັນສະໄໝທີ່ສຸດ ໃນອາຊຽນ ເປີດໃຫ້ບໍລິການ ຂ້າມຊາຍແດນ ລະຫວ່າງ ປະເທດ ແລະ ກາຍເປັນປະຕູ ອາຊຽນ-ຈີນ-ຢູໂຣບ ເຊິ່ງເອີ້ນວ່າ “ເສັ້ນທາງຄໍາ”.

 

ນັກວິເຄາະ ຍັງ ກ່າວວ່າ: ສ.ອາເມລິກາ ພາຍໃຕ້ ການນໍາຂອງ ທ່ານ ໂດນັນ ທຣໍາ ນັບແຕ່ ສະໄໝທີ 1 ກໍໄດ້ພະຍາຍາມປິດລ້ອມ ສປ ຈີນ ດ້ວຍການຫ້າມ ຂາຍຊິ້ນສ່ວນ“ຊິບ” ທີ່ເປັນອຸປະກອນສ່ວນໜຶ່ງ ນໍາໃຊ້ເຂົ້າເຕັກໂນໂລຊີ ຕ່າງໆແລ້ວ ລຸກລາມຮອດຫ້າມນໍາໃຊ້ ທຸກອຸປະກອນ ຂອງບໍລິສັດ ຮົວເຫວີຍ

 

ຕໍ່ມາ ທ່ານ ໂດນັນ ທຣໍາ ເຂົ້າມາກໍາ ອໍານາດສະໄໝທີ 2 ກໍໄດ້ສະແດງບົດບາດຄ້າຍໆຄືກັນຄື: ເອົາພາສີ ເປັນກໍາແພງກີດກັ້ນ ການຄ້າຂຶ້ນໆລົງໆ ເປັນອາວຸດອັນແຫລມຄົມ ເພື່ອໜີບຮັດ,ນາບຄູ່ ແລະ ຂົມເຫັງທຸກໆປະເທດໄປທົ່ວໂລກ ເຫັນວ່າ ການກະທໍານັ້ນ ຈະບໍ່ສົ່ງຜົນດີ ຕໍ່ສາຍພົວພັນ ທີ່ໄວ້ເນື້ອເຊື່ອໃຈກັນ ແລະ ເພີ່ງພາອາໄສກັນ ໃນຍຸກໂລກາ ພິວັດ,

 

ພາຍໃຕ້ການນໍາຂອງ ທ່ານ ໂດນັນ ທຣໍາ ນັ້ນເອງເປັນບ່ອນທໍາລາຍ ລະບຽບຂອງ ອົງການໆຄ້າໂລກ, ທໍາລາຍຫ່ວງໂສ້ການສະໜອງຂອງໂລກ, ທໍາລາຍຄວາມສາມັກຄີ ແລະ ມິດຕະພາບນໍ້າໃຈກົນອື່ນໆ.

 

ດັ່ງທີ່ຮັບຮູ້ໄປທົ່ວໂລກ, ເມື່ອອາທິດຜ່ານມານີ້ ກົງກັບວັນທີ 1 ສິງຫາ ທ່າມກາງທີ່ ສ.ອາເມລິກາ ປະກາດຜົນການກໍານົດເສັ້ນຕາຍ ຂອງຈັດສັນປັ່ນສ່ວນກໍາແພງພາສີ ຮອບໃໝ່ ຫລ້າສຸດທົ່ວໂລກພົບວ່າ ມີຫລາຍປະເທດ ໄດ້ຮັບສ່ວນຫລຸດ ພາສີສົມດັ່ງໃຈຫວັງ

 

ໃນນັ້ນ ບາງປະເທດ ຍອມກືນນໍ້າຕາຕົນເອງ ກັບການສູນເສຍອິດສະຫລະພາບ,ອະທິປະໄຕ ແລະ ຈຸດຢືນ ຂອງຕົນເອງ ເພື່ອແລກກັບ ການຫລຸດພາສີຂອງ ທ່ານ ໂດນັນ ທຣໍາ ແຕ່ຍັງມີບາງ ປະເທດ ເລືອກທີ່ຈະຢືນຢູ່ໃນສິ່ງທີ່ຖືກຕ້ອງ ໂດຍສະເພາະ ສປປ ລາວ ແລະ ມຽນມາ ຍັງຄົງຖືກບັງຄັບ ເກັບພາສີ ສູງເຖິງ 40% ແລະ ສູງກວ່າ ໝູ່ໃນອາຊຽນ.

 

ອາດເປັນຍ້ອນເຫດຜົນທີ່ວ່າ 2 ປະເທດນີ້ ບໍ່ເລືອກຂ້າງ ສ.ອາເມລິກາ, ບໍ່ຊື້ສິນຄ້າມູນຄ່າສູງນໍາ ສ.ອາເມລິກາ ແລະ ບໍ່ໄປຕໍ່ແຖວ ຍົກມືນົບ ໄຫວ້ ຂໍເຈລະຈາແລກ ປ່ຽນເງື່ອນໄຂບາງຢ່າງ.

 

ຍ້ອນແນວນັ້ນ ຈິ່ງເວົ້າໄດ້ວ່າ ຄວາມສາມັກຄີປອງດອງກັນ, ການໃຫ້ກຽດເຄົາລົບເຊິ່ງກັນ ແລະ ກັນ, ການຮ່ວມມືກັນ, ມີຄວາມຈິງໃຈຕໍ່ກັນ, ການແບ່ງປັນ ຜົນປະ ໂຫຍດ ຮ່ວມກັນ, ການປຶກສາຫາລື ຮ່ວມກັນ ເພື່ອຊອກຫາ ທາງອອກທີ່ດີ ລ້ວນ ແຕ່ເປັນທາງອັນໃສແຈ້ງ ທີ່ຈະນໍາພາ ມວນມະນຸດ ພົບຄວາມ ຈະເລີນຮຸ່ງເຮືອງ, ຕອບສະໜອງ ຄວາມມຸ່ງມາດ ປາຖະໜາ ຢູ່ດີ ກິນດີ, ມີສັນຕິພາບ, ຄວາມສະຫງົບສຸກ ແລະ ໝັ້ນຄົງ ຕະຫລອດໄປ.

 

ທີ່ມາ: LNTV3 HD

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 6 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,445
21,721
thailand (1)
THB
661.11
671.29
european-union
EUR
23,780
24,256
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-08-11T134642.698
ປະຊາຊົນກາຊາຖືກສິ່ງຂອງຊ່ວຍເຫຼືອທີ່ສົ່ງມາທາງອາກາດ ຕົກທັບເສຍຊີວິດຢ່າງໜ້ອຍ 23 ຄົນ
site cover1 (71)
WhatsApp ລຶບບັນຊີສແກມເມີ ຫຼາຍກວ່າ 6.8 ລ້ານບັນຊີ ພ້ອມເຕືອນກ່ຽວກັບວິທີໃໝ່ຂອງມິດຈະຊີບ ທີ່ນຳໃຊ້ ChatGPT ສ້າງຂໍ້ຄວາມຫລອກເຫຍື່ອ
_cover - 2025-08-11T113732.652
ຣັດເຊຍ ປະກາດ 2 ແຜນຍຸດທະສາດ ສໍາຄັນ! ຂະຫຍາຍທາງລົດໄຟ ເຊື່ອມຕໍ່ ສປ ຈີນ- ສປປ ລາວ ແລະ ອາຊຽນ
site cover1 (70)
ສະຫະພັນບານເຕະແຫ່ງຊາດລາວ ເປີດຊຸດຝຶກອົບຮົມຄູຝຶກລະດັບ ໂປຣລາຍເຊັນ ຫຼື LFF/AFC – Pro Diploma Coaching Course ເປັນຄັ້ງທໍາອິດໃນປະຫວັດສາດທີ່ ສປປ ລາວ
_cover - 2025-08-11T102307.213
ກອງທັບເກົາຫຼີໃຕ້ກຳລັງທະຫານຫຼຸດລົງເຫຼືອ 4.5 ແສນຄົນ ຈາກຈຳນວນປະຊາກອນຊາຍທີ່ຫຼຸດລົງຢ່າງຕໍ່ເນື່ອງ
site cover1 (69)
ຄຣິສຕັນ ພາເລດ ຊະນະດວນຈຸດໂທດ ລີເວີພູລ 3-2 ສ້າງປະຫວັດສາດໄດ້ແຊ້ມ ເອັຟເອ ຄອມມູນີຕີ້ຊິວ ຄັ້ງທຳອິດ
_cover - 2025-08-11T093304.653
ວັນທີ 10 ສິງຫາ 2025 ໄດ້ເກີດເຫດໄຟໄໝ້ ສາຍສື່ສານ ແລະ ສາຍໄຟຟ້າ ຢູ່ເສົາໄຟ ທາງຄ້ອຍໂພນຕ້ອງສະຫວາດ
_cover - 2025-08-08T163930.187
ຝົນມໍຣະສຸມຖະຫຼົ່ມ "ປາກິສະຖານ" ນ້ຳຖ້ວມຄັ້ງໃຫຍ່ພາກຊີວິດ 300 ກວ່າຄົນ
_cover - 2025-08-08T102926.459
ດູດວງລາຍວັນ ປະຈຳວັນສຸກທີ່ 8 ສິງຫາ 2025
_cover - 2025-08-08T095112.002
ກຳລັງເຝິກຊ້ອມກອບກູ້ໄພພິບັດສຸມໃສ່ການເຝິກຊ້ອມ ຢູ່ທີ່ສະໜາມເຝິກຊ້ອມອ່າງນ້ຳຫຸມ ວິທະຍາຄານພະລາທິການກອງທັບ
ຢ່າລື່ມກົດຕິດຕາມ