_cover - 2025-08-11T144325.607
ບົດວິໄຈເຕືອນ! ເດັກນ້ອຍທີ່ມີໂທລະສັບມືຖືກ່ອນອາຍຸ 13 ປີ ມີຄວາມສ່ຽງຕໍ່ບັນຫາສຸຂະພາບຈິດໃນອະນາຄົດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 11 August, 2025
ໝວດ: ຂ່າວ

ຜົນການສຶກສາໃໝ່ເປີດເຜີຍວ່າ ເດັກນ້ອຍທີ່ມີໂທລະສັບມືຖືເປັນຂອງຕົນເອງກ່ອນອາຍຸ 13 ປີ ມີແນວໂນ້ມທີ່ຈະປະສົບບັນຫາສຸຂະພາບຈິດທີ່ຮຸນແຮງເມື່ອເຕີບໃຫຍ່ຂຶ້ນ

 

ງານວິໄຈໃໝ່ນີ້ເກີດຂຶ້ນໂດຍສະຕາດອັບດ້ານປະສາດວິທະຍາຈາກປະເທດສະຫະລັດອາເມລິກາ ທີ່ຊື່ວ່າ ເຊເປັຽນ ແລັບສ໌ (Sapien Labs) ຊຶ່ງນຳໃຊ້ຂໍ້ມູນ Longitudinal Data ຫຼື ຂໍ້ມູນທີ່ເກັບຈາກກຸ່ມບຸກຄົນ ຫຼື ສິ່ງທີ່ສຶກສາຊ້ຳໆ ຫຼາຍຄັ້ງໃນແຕ່ລະຊ່ວງເວລາ

 

ເພື່ອເບິ່ງການປ່ຽນແປງເມື່ອເວລາຜ່ານໄປ ຂໍ້ມູນນີ້ນຳມາຈາກ ໂກລບອນ ໄມດ໌ ໂປຣເຈັກ (Global Mind Project) ຊຶ່ງເປັນຖານຂໍ້ມູນສຸຂະພາບຈິດຂະໜາດໃຫຍ່ທີ່ລວບລວມໂດຍບໍລິສັດເອງ

 

ຜົນການສຶກສາພົບວ່າກຸ່ມຄົນອາຍຸລະຫວ່າງ 18 ຫາ 24 ປີ ຈຳນວນກວ່າ 100,000 ຄົນທົ່ວໂລກ ທີ່ໄດ້ໃຊ້ໂທລະສັບມືຖືກ່ອນອາຍຸ 13 ປີ ຊຶ່ງອາດຈະນຳໄປສູ່ການເຂົ້າເຖິງໂຊຊຽລມີເດຍຕັ້ງແຕ່ນ້ອຍ ມີຄວາມສ່ຽງສູງຂຶ້ນຈາກການຖືກກັ່ນແກ້ງທາງໄຊເບີ

 

ການນອນຫຼັບບໍ່ສະບາຍ ແລະ ຄວາມສຳພັນທີ່ບໍ່ດີກັບຄອບຄົວ ເຮັດໃຫ້ມີແນວໂນ້ມທີ່ຈະມີຄວາມຄິດຂ້າຕົວເອງ ຄວາມກ້າວລ້າວ ການແຍກຕົວຈາກຄວາມເປັນຈິງ ແລະ ປະສາດຫຼອນເມື່ອອາຍຸຫຼາຍຂຶ້ນ

 

ໃນກຸ່ມຕົວຢ່າງດຽວກັນນີ້ ມີລາຍງານວ່າເພດຍິງ ມີຄວາມພາກພູມໃຈໃນຮູບລັກແລະຄຸນຄ່າ ຄວາມໝັ້ນໃຈ ແລະ ຄວາມຍືດຫຍຸ່ນທາງຄວາມຮູ້ສຶກຕ່ຳ ສ່ວນເພດຊາຍ ມີຄວາມສະຫງົບ ໝັ້ນຄົງ ແລະ ເຫັນອົກເຫັນໃຈຜູ້ອື່ນໜ້ອຍກວ່າ ເມື່ອທຽບກັບກຸ່ມທີ່ໄດ້ໃຊ້ໂທລະສັບມືຖືຫຼັງອາຍຸ 13 ປີແລ້ວ

 

ງານວິໄຈນີ້ນຳໂດຍ ທ່ານ ນາງ ທາຣາ ເທຍການາຈັນ (Tara Thiagarajan) ຜູ້ຮ່ວມກໍ່ຕັ້ງແລະຫົວໜ້ານັກວິທະຍາສາດຂອງເຊເປັຽນ ແລັບສ໌ ຊີ້ວ່າເລື່ອງອາຍຸນັ້ນສຳຄັນ ລາວສະໜັບສະໜູນໃຫ້ຜູ້ປົກຄອງເລື່ອນການໃຫ້ໂທລະສັບມືຖືແກ່ລູກຕະຫຼານ ຈົນກວ່າຈະອາຍຸຄົບ 13 ປີ

 

ຊຶ່ງເປັນເປົ້າໝາຍດຽວກັບມູນນິທິ Wait Until 8th ທີ່ສະໜັບສະໜູນການເລື່ອນໃຫ້ລູກຫຼານໃຊ້ໂທລະສັບມືຖື ໂດຍຊີ້ວ່າ ເດັກຈະຍັງບໍ່ພ້ອມໃຊ້ໂທລະສັບມືຖື ທັງທາງດ້ານລະບົບປະສາດ ຫຼື ພັດທະນາການໃນການໃຊ້ໂຊຊຽລມີເດຍເທິງອຸປະກອນສ່ວນຕົວ ຈົນກວ່າຈະອາຍຸ 13 ປີ

 

ເທຍການາຈັນ ໃຫ້ສຳພາດກັບສຳນັກຂ່າວ CNN ວ່າລາວຮຽກຮ້ອງໃຫ້ມີການຈຳກັດການເຂົ້າເຖິງໂທລະສັບມືຖືຂອງເດັກອາຍຸຕ່ຳກວ່າ 13 ປີຢ່າງເລັ່ງດ່ວນ ລວມເຖິງໃຫ້ເພີ່ມລະດັບຄວາມເຂັ້ມງວດກ່ຽວກັບສະພາບແວດລ້ອມດິຈິທັລທີ່ໄວໜຸ່ມຕ້ອງປະເຊີນອີກດ້ວຍ

 

ນອກຈາກຈະແນະນຳໃຫ້ຜູ້ປົກຄອງບໍ່ໃຫ້ໂທລະສັບມືຖືແກ່ເດັກນ້ອຍກ່ອນອາຍຸ 13 ປີແລ້ວ ເທຍການາຈັນ ແລະ ທີມງານກຳລັງຮຽກຮ້ອງໃຫ້ຜູ້ກຳນົດນະໂຍບາຍທົ່ວໂລກ ໃຫ້ກຳນົດແນວທາງການປ້ອງກັນການໃຊ້ໂທລະສັບມືຖືແບບດຽວກັນກັບກົດລະບຽບກ່ຽວກັບເຄື່ອງດື່ມແອລກໍຮໍລ໌ ແລະ ຢາສູບ

 

ໂດຍຈຳກັດການເຂົ້າເຖິງໂທລະສັບມືຖືຂອງຜູ້ທີ່ອາຍຸຕ່ຳກວ່າ 13 ປີ ລວມເຖິງກຳນົດໃຫ້ມີການສຶກສາຄວາມຮູ້ດ້ານດິຈິທັລ ແລະ ບັງຄັບໃຫ້ອົງການທີ່ກ່ຽວຂ້ອງຕ້ອງມີສ່ວນຮັບຜິດຊອບດ້ວຍ

 

ຊຶ່ງຢ່າງຫຼັງສຸດນີ້ ເວັບໄຊ Futurism ລາຍງານວ່າໄດ້ເຫັນຕົວຢ່າງໄປແລ້ວກັບການທີ່ ມາກ ຊັກເຄີເບີກ (Mark Zuckerberg) ຊີອີໂອຂອງເມຕ້າ (Meta) ບໍລິສັດແມ່ຂອງເຟສບຸກ (Facebook) ແລະ ອິນສະຕາແກຣມ (Instagram) ອອກມາຂໍໂທດຕໍ່ວຸດທິສະພາໃນຊ່ວງຕົ້ນປີ 2024 ຕໍ່ຄອບຄົວຂອງເດັກນ້ອຍທີ່ໄດ້ຮັບອັນຕະລາຍຈາກເຄືອຂ່າຍໂຊຊຽລຂອງລາວ

 

ນັບວ່າເປັນອີກໜຶ່ງງານວິໄຈ ທີ່ຊີ້ໃຫ້ພິຈາລະນາເຖິງຜົນລັບຂອງເທັກໂນໂລຢີ ຊຶ່ງອາດຈະນຳໄປສູ່ການພິຈາລະນາເຖິງແນວທາງທີ່ເໝາະສົມຕ່າງໆ ໄດ້ໃນອະນາຄົດ, ງານວິໄຈນີ້ຕີພິມໃນວາລະສານ Journal of Human Development and Capabilities ສະບັບວັນທີ່ 20 ກໍລະກົດ 2025

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ