
ຜູ້ນຳສາສະໜາພຸດ ແລະ ພະສົງໃນກໍາປູເຈຍ 2,569 ອົງ ຮ່ວມເດີນຂະບວນຢູ່ນະຄອນພະນົມເປັນ ເພື່ອຮຽກຮ້ອງສັນຕິພາບ-ໃຫ້ຢຸດຍິງຖາວອນ ແລະ ຂໍໃຫ້ໄທປ່ອຍຕົວທະຫານກໍາປູເຈຍທີ່ຖືກຄວບຄຸມຕົວທັງ 18 ນາຍ
ວັນທີ 10 ສິງຫາ 2025 ພະສົງ 2,569 ອົງ ເຊິ່ງນຳໂດຍຜູ້ນຳທາງສາສະໜາຫຼາຍອົງ ລວມທັງພະສັງຄະລາດຝ່າຍຄະນະສົງທັມມະຍຸດ ແລະ ພະສັງຄະລາດຝ່າຍຄະນະສົງມະຫານິກາຍ
ລວມຕົວເດີນຂະບວນຈາກວັດພະນົມຢູ່ນະຄອນພະນົມເປັນ ໄປຫາວິມານເອກະລາດ ຢູ່ກາງນະຄອນຫຼວງຂອງກໍາປູເຈຍ ເປັນລະຍະທາງ 3 ກິໂລແມັດ ໂດຍລະຫວ່າງການເດີນຂະບວນ ມີປະຊາຊົນກໍາປູເຈຍຢືນຕ້ອນຮັບຕາມເສັ້ນທາງ
ໃນບາງໄລຍະ ຄະນະສົງກຸ່ມນີ້ ໄດ້ອອກຖະແຫຼງການສະໜັບສະໜຸນລັດຖະບານກໍາປູເຈຍຢ່າງເຕັມທີ່ ແລະ ຮຽກຮ້ອງໃຫ້ປະເທດໄທເຄົາລົບຂໍ້ຕົກລົງຢຸດຍິງຖາວອນລະຫວ່າງສອງປະເທດ ພ້ອມທັງຂໍໃຫ້ປ່ອຍຕົວທະຫານກໍາປູເຈຍທີ່ຖືກຄວບຄຸມຕົວ 18 ນາຍ ແລະ ໄດ້ເນັ້ນເຖິງຈຸດຢືນຂອງກໍາປູເຈຍໃນການສະໜັບສະໜຸນສັນຕິພາບ ສະຖຽນລະພາບ ແລະ ຄວາມໝັ້ນຄົງ ເຊິ່ງເປັນຮາກຖານຂອງການພັດທະນາ
ຄະນະສົງຍັງໄດ້ເຄື່ອນຂະບວນໄປຫາສະຖານເອກອັກຄະລາຊະທູດສະຫະລັດອາເມລິກາ ພ້ອມທັງອ່ານຖະແຫຼງການເປັນພາສາອັງກິດ ເພື່ອສະແດງຄວາມຂອບໃຈໂດນັລ ທຣຳ ປະທານາທິບໍດີສະຫະລັດອາເມລິກາ ໃນການລິເລີ່ມຂໍ້ຕົກລົງຢຸດຍິງ
ຖະແຫຼງການຍັງລະບຸວ່າການແຊກແຊງໃນຄັ້ງນີ້ ມີສ່ວນຊ່ວຍຜ່ອນຄາຍສະຖານະການຕຶງຄຽດ ແລະ ອຳນວຍຄວາມສະດວກໃນການເຈລະຈາຢຸດຍິງ
ໂດຍຫວັງວ່າຄວາມສຳເລັດເບື້ອງຕົ້ນໃນການເຈລະຈາທີ່ມາເລເຊຍ ຈະປູທາງໄປສູ່ທາງອອກທີ່ຍືນຍົງໃນການແກ້ໄຂຂໍ້ຂັດແຍ້ງ ເຂດແດນທີ່ມີມາຢ່າງດົນນານລະຫວ່າງໄທແລະກຳປູເຈຍ
ພ້ອມທັງສະແດງຈຸດຢືນສະໜັບສະໜຸນຜູ້ນຳກຳປູເຈຍໃນການສະເໜີຊື່ຜູ້ນຳສະຫະລັດອາເມລິກາຊິງລາງວັນໂນເບວສາຂາສັນຕິພາບດ້ວຍ ໃນຖານະທີ່ມີບົດບາດສົ່ງເສີມສັນຕິພາບໂລກ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,526 | 21,803 |
![]() THB | 662.81 | 673.41 |
![]() EUR | 24,425 | 24,914 |
![]() CNY | 2,956 | 3,015 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |