_cover - 2025-08-14T105828.759
ຈີນ-ບຣາຊີລ ປຶກສາຫາລືເລື່ອງສ້າງແບບຢ່າງຂອງການພຶ່ງຕົນເອງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 14 August, 2025
ໝວດ: ຂ່າວ

ປະທານາທິບໍດີ ສີ ຈິ້ນຜິງ ຂອງຈີນ ກ່າວກັບປະທານາທິບໍດີ ລູອິສ ອິນາຊິໂອ ລູລາ ດາ ຊິລວາ ຂອງບຣາຊີລ ໃນວັນທີ 12 ສິງຫາ 2025 ວ່າທັງສອງປະເທດສາມາດເປັນແບບຢ່າງຂອງ “ການພຶ່ງຕົນເອງ” ໃຫ້ແກ່ກຸ່ມປະເທດກໍາລັງພັດທະນາ ຫຼື Global South ໃນຄວາມທ້າທາຍດ້ານການຄ້າ ແລະ ພູມິລັດຖະສາດທີ່ເພີ່ມສູງຂຶ້ນ

 

ທັງຈີນ ແລະ ບຣາຊີລ ຕ່າງກໍພະຍາຍາມນຳສະເໜີຕົນເອງໃນຊ່ວງບໍ່ເທົ່າໃດເດືອນທີ່ຜ່ານມາ ໃນຖານະຜູ້ປົກປ້ອງລະບົບການຄ້າແບບພະຫຸພາຄີຢ່າງແຂງຂັນ

 

ຊຶ່ງຕົງກັນຂ້າມຢ່າງສິ້ນເຊິງກັບທ່າທີຂອງປະທານາທິບໍດີໂດນັລດ໌ ທຣຳ ແຫ່ງສະຫະລັດ ທີ່ເດີນໜ້າກົດດັນດ້ວຍມາດຕະການເກັບພາສີອາກອນ.

 

ການໂທລະສັບປຶກສາຫາລືຂອງ ທ່ານ ສີ ຈິ້ນຜິງ ກັບ ທ່ານ ລູລາ ເກີດຂຶ້ນພຽງບໍ່ເທົ່າໃດຊົ່ວໂມງຫລັງຈາກທຣຳປະກາດເລື່ອນເກັບພາສີອາກອນຕໍ່ຈີນອອກໄປອີກ 90 ວັນ ແລະ ຫລັງຈາກທີ່ ທ່ານ ລູລາ ຫາກໍສົ່ງສັນຍານເມື່ອອາທິດກ່ອນວ່າ ລາວມີແຜນຈະປຶກສາຫາລືກັບຜູ້ນຳອິນເດຍ ແລະ ຈີນ ເພື່ອພິຈາລະນາການຕອບໂຕ້ສະຫະລັດຢ່າງສອດປະສານກັນ.

 

ສຳນັກຂ່າວຊິນຫົວລາຍງານວ່າ ສີ ຈິ້ນຜິງ ຍ້ຳວ່າຄວາມສຳພັນລະຫວ່າງຈີນ ແລະ ບຣາຊີລຢູ່ໃນລະດັບສູງສຸດເປັນປະຫວັດການ

 

ພ້ອມລະບຸວ່າຈີນຈະ “ເຮັດວຽກຮ່ວມກັບບຣາຊີລເພື່ອເປັນແບບຢ່າງແຫ່ງຄວາມເປັນເອກະພາບ ແລະ ການພຶ່ງຕົນເອງໃນໝູ່ປະເທດສຳຄັນຂອງ Global South ແລະ ຮ່ວມກັນສ້າງໂລກທີ່ຍຸຕິທຳຍິ່ງຂຶ້ນ ແລະ ໂລກທີ່ຍືນຍົງຫຼາຍຂຶ້ນ”

 

ລາວຍັງກ່າວເພີ່ມເຕີມວ່າ ທຸກປະເທດຄວນຮ່ວມມືກັນ ແລະ ຕໍ່ຕ້ານລັດທິເບິ່ງແຕ່ຕົນຝ່າຍດຽວ ແລະ ການກີດກັ້ນທາງການຄ້າຢ່າງຫນັກແໜ້ນ ຊຶ່ງຖືເປັນຄຳເວົ້າທີ່ພາດພິງເຖິງນະໂຍບາຍເກັບພາສີຂອງສະຫະລັດຢ່າງຊັດເຈນ.

 

ທາງດ້ານທຳນຽບປະທານາທິບໍດີບຣາຊີລຖະແຫຼງວ່າການສົນທະນາທາງໂທລະສັບຄັ້ງນີ້ໃຊ້ເວລາປະມານ 1 ຊົ່ວໂມງ ໂດຍທັງສອງຜູ້ນຳໄດ້ຫາລືໃນປະເດັນຕ່າງໆ

 

ລວມທັງສົງຄາມໃນຢູເຄຣນ ແລະ ການຮັບມືກັບການປ່ຽນແປງສະພາບພູມິອາກາດ.

 

ໃນຖະແຫຼງການຍັງລະບຸວ່າ ທັງສອງເຫັນດີເຖິງບົດບາດຂອງ G20 ແລະ ກຸ່ມ BRICS ໃນການປົກປ້ອງລະບົບພະຫຸພາກີ ແລະ ໄດ້ຕົກລົງຂະຫຍາຍຄວາມຮ່ວມມືໃນຫຼາຍສາຂາ ເຊັ່ນ: ສາທາລະນະສຸກ, ນ້ຳມັນ ແລະ ແກັສ, ເສດຖະກິດດິຈິຕອລ ແລະ ດາວທຽມ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ