ລັດວິສາຫະກິດ ນໍ້າປະປານະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງ ແຈ້ງມາຍັງ ບັນດາພໍ່-ແມ່ປະຊາຊົນ, ພະນັກງານທະຫານ, ຕຳຫຼວດ, ຜູ້ປະກອບການທຸກທ່ານ ຮັບຮູ້ວ່າ:
ວັນທີ 15 /08/2025 ກົງກັບວັນສຸກ ເລີ່ມແຕ່ເວລາ 09:00-16:00 ໂມງ, ຈະໄດ້ປິດນ້ຳປະປາຊົ່ວຄາວ ເພື່ອດຳເນີນການສ້ອມແປງທໍ່ນ້ຳປະປາແຕກຮົ່ວ ທໍ່ຂະໜາດ DIP DN700 mm;
ສະຖານທີ່ສ້ອມແປງບ້ານນາມົນເມືອງໄຊທານີ, ນະຄອນຫຼວງວຽງຈັນ
ໃນລະຫວ່າງການສ້ອມແປງຈະສົ່ງຜົນກະທົບເຮັດໃຫ້ ນ້ຳປະປາໄຫຼອອກຄ່ອຍ-ບໍ່ມີນ້ຳ ໃນຂອບເຂດພື້ນທີ່ບ້ານ:
– ດົງບັງ;
– ນາສາລາ;
– ນາລ້ອມ;
– ໂຄກສີວິໄລ;
– ໂຄກສະອາດ;
– ໄຜ່ລ້ອມ;
– ໄຊສົມບູນ;
– ຫົວຊຽງ;
– ໂຊກນ້ອຍ-ໂຊກໃຫຍ່;
– ສະພັງຄະນົງ;
– ເຂດ ອຸດສະຫະກຳໂນນທອງ;
– ອຸດສາຫະກຳໄຊເສດຖາ ແລະ ບ້ານ ອື່ນໆທີ່ຢູ່ໃກ້ຄຽງ ຂອງເມືອງ ໄຊທານີ ແລະ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອກະກຽມໂຕ່ງນໍ້າໄວ້ໃຊ້ກ່ອນລ່ວງໜ້າ ເພື່ອຊົມໃຊ້ຊົ່ວຄາວຈົນກວ່າແຮງດັນນໍ້າຈະມາເປັນປົກກະຕິ ແລະ ຂໍອາໄພໃນຄວາມບໍ່ສະດວກໃນການດຳເນີນການສ້ອມແປງໃນຄັ້ງນີ້ດ້ວຍ.
ທີ່ມາ: ລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |