_cover - 2025-08-14T141016.038
ຈີນທົດສອບຍານອາວະກາດລົງຈອດເທິງດວງຈັນສຳເລັດ ກ້າວສຳຄັນສູ່ພາລະກິດພາຍໃນປີ 2030
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 14 August, 2025
ໝວດ: ຂ່າວ

ໃນລະຫວ່າງວັນທີ່ 6-13 ສິງຫາທີ່ຜ່ານມາ ຈີນປະສົບຄວາມສຳເລັດໃນການທົດສອບຄັ້ງສຳຄັນຂອງຍານຫລານເຢ່ (Lanyue)

 

ຍານລົງຈອດເທິງດວງຈັນພ້ອມມະນຸດຄວບຄຸມລຳໃໝ່ ຊຶ່ງຖືເປັນກ້າວສຳຄັນຢ່າງຍິ່ງໃນໂຄງການສຳຫຼວດອະວະກາດຂອງປະເທດຈີນ.

 

ການທົດສອບນີ້ມີເປົ້າຫມາຍເພື່ອຢືນຢັນຄວາມພ້ອມຂອງຍານ ສຳຫຼັບພາລະກິດສົ່ງນັກບິນອະວະກາດຈີນໄປຍຽບພື້ນຜິວດວງຈັນໃຫ້ສຳເລັດພາຍໃນປີ2030.

 

ມາທຳຄວາມຮູ້ຈັກຍານ “Lanyue”

 

ຍານຫລານເຢ່ (Lanyue) ຊຶ່ງມີຄວາມໝາຍວ່າ “ໂອບກອດດວງຈັນ” ເປັນຍານລົງຈອດ ແລະ ຂຶ້ນຈາກພື້ນຜິວດວງຈັນພ້ອມມະນຸດຄວບຄຸມລຳທຳອິດຂອງຈີນ

 

ໄດ້ຮັບການອອກແບບໃຫ້ມີ 4 ຂາ ສາມາດບັນທຸກນັກບິນອະວະກາດໄດ້ 2 ຄົນ ພ້ອມດ້ວຍອຸປະກອນທາງວິທະຍາສາດ ລະບົບຊ່ວຍຊີວິດ ແລະ ສະບຽງທີ່ຈຳເປັນສຳຫຼັບການປະຕິບັດພາລະກິດເທິງດວງຈັນເປັນເວລາຫຼາຍມື້.

 

ການທົດສອບຍານ “Lanyue”

 

ການທົດສອບດັ່ງກ່າວຈັດຂຶ້ນ ຢູ່ ສະຖານທີ່ທົດສອບພາກພື້ນດິນໃນຫວຍໄຫລ ມົນທົນເຫີເປີຍ ທາງຕອນເຫນືອຂອງຈີນ ພາຍໃຕ້ການທົດສອບໂດຍຫົວໜ່ວຍງານລັດວິສາຫະກິດ ໄຊນ່າ ແອໂຣສເປັດ ໄຊແອັນສ໌ ແລະ ເທັກໂນໂລຢີ ຈຳກັດ (CASC)

 

ໄດ້ຈຳລອງສະພາບແວດລ້ອມເທິງດວງຈັນຢ່າງສົມຈິງ ທັງການສ້າງພື້ນຜິວທີ່ເປັນຫີນ ຫຼຸມອຸກກາບາດ ແລະ ການເຄືອບຜິວເພື່ອເຮັດໃຫ້ຄ້າຍກັບດິນເທິງດວງຈັນ ເຮັດໃຫ້ການທົດສອບມີຄວາມແມ່ນຍຳ ແລະ ໜ້າເຊື່ອຖື.

 

ວັດຖຸປະສົງຂອງການທົດສອບ

 

ການທົດສອບຊຶ່ງເສັດສິ້ນເມື່ອວັນທີ່ 6 ສິງຫາທີ່ຜ່ານມາ ມີວັດຖຸປະສົງເພື່ອປະເມີນປະສິດທິພາບຂອງລະບົບສຳຄັນຕ່າງໆ ຂອງຍານ Lanyue

 

ຜົນການທົດສອບຢືນຢັນວ່າລະບົບຂັບເຄື່ອນສຳຫຼັບການລົງຈອດ ແລະ ບິນຂຶ້ນ, ລະບົບນຳທາງ ແລະ ການຄວບຄຸມ (GNC) ລວມເຖິງຄວາມເຂົ້າກັນໄດ້ຂອງສ່ວນປະກອບເຊິງກົນຈັກຕ່າງໆ ສາມາດເຮັດວຽກໄດ້ຢ່າງຖືກຕ້ອງ ແລະ ເປັນໄປຕາມທີ່ຄາດຄະເນໄວ້.

 

ຖືວ່າເປັນຄັ້ງທຳອິດທີ່ຈີນໄດ້ທົດລອງການລົງຈອດ ແລະ ຂຶ້ນບິນຂອງຍານອະວະກາດສຳຫຼັບມະນຸດທີ່ຈະເດີນທາງໄປນອກໂລກ.

 

ຄວາມປອດໄພຄືສິ່ງສຳຄັນສູງສຸດ

 

ຫວງ ເຈິ້ນ ຈາກຫົວໜ່ວຍງານລັດວິສາຫະກິດ ໄຊນ່າ ແອໂຣສເປັດ ໄຊແອັນສ໌ ແລະ ເທັກໂນໂລຢີ ຈຳກັດ (CASC) ຍ້ຳວ່າຄວາມປອດໄພຂອງນັກບິນອະວະກາດເປັນສິ່ງທີ່ທີມໃຫ້ຄວາມສຳຄັນສູງສຸດສະເໝີ.

 

ຕົວຢ່າງເຊັ່ນ ຍານ Lanyue ຖືກອອກແບບໃຫ້ມີເຄື່ອງຍົນຫຼາຍເຄື່ອງທີ່ເຮັດວຽກແບບຊ້ຳຊ້ອນເພື່ອສຳຮອງຊຶ່ງກັນ ແລະ ກັນ ຊຶ່ງຫມາຍຄວາມວ່າຫາກມີເຄື່ອງຍົນໃດເຄື່ອງຍົນໜຶ່ງຂັດຂ້ອງ ເຄື່ອງຍົນທີ່ເຫຼືອກໍ່ຍັງສາມາດນຳນັກບິນອະວະກາດກັບສູ່ວົງໂຄຈອນດວງຈັນໄດ້ຢ່າງປອດໄພ ເພື່ອເດີນທາງກັບສູ່ໂລກໄດ້.

 

ເປົ້າຫມາຍໃນອະນາຄົດ ແລະ ສະຖານີວິໄຈເທິງດວງຈັນ

 

ຄວາມສຳເລັດຄັ້ງນີ້ບໍ່ພຽງແຕ່ເຮັດໃຫ້ຈີນເຂົ້າໃກ້ເປົ້າຫມາຍການສົ່ງມະນຸດໄປດວງຈັນໃນປີ2030 ເທົ່ານັ້ນ

 

ແຕ່ຍັງເປັນສ່ວນໜຶ່ງຂອງແຜນການທີ່ໃຫຍ່ກວ່າ ນັ້ນຄືການຈັດຕັ້ງສະຖານີວິໄຈດວງຈັນນານາຊາດ (International Lunar Research Station) ພາຍໃນປີ 2035 ໂດຍເປັນໂຄງການທີ່ຮ່ວມມືກັບລັດເຊຍ ແລະ ພັນທະມິດອື່ນໆ ໃນອະນາຄົດ.

 

ການທົດສອບຍານ “Lanyue” ທີ່ປະສົບຄວາມສຳເລັດຢ່າງສົມບູນນັບເປັນຫມຸດຫມາຍສຳຄັນທາງປະຫວັດສາດຂອງໂຄງການອະວະກາດຈີນ ແລະ ຍັງເປັນການຢືນຢັນເຖິງຄວາມພ້ອມ ແລະ ຄວາມມຸ້ງໝັ້ນຂອງຈີນໃນການບັນລຸເປົ້າຫມາຍອັນຍິ່ງໃຫຍ່

 

ນັ້ນຄືການສົ່ງມະນຸດໄປຍຽບດວງຈັນໃຫ້ສຳເລັດພາຍໃນປີ 2030 ແລະ ປູທາງໄປສູ່ການຈັດຕັ້ງສະຖານີວິໄຈນານາຊາດເທິງດວງຈັນໃນອະນາຄົດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ