ນະວັດຕະກຳນີ້ຈະຊ່ວຍແກ້ໄຂບັນຫາການມີລູກຍາກໄດ້ຫຼາຍປານໃດ.
ນີ້ແມ່ນຫຸ່ນຍົນຮິວແມນນອຍດ໌ທີ່ພັດທະນາໂດຍປະເທດຈີນຄັ້ງທຳອິດຂອງໂລກ ທີ່ມີມົດລູກປອມ ສາມາດຖືພາເດັກນ້ອຍໄດ້ນານເຖິງ 10 ເດືອນ ແລະ ເກີດລູກແທນມະນຸດໄດ້.
ໂຄງການນີ້ນຳໂດຍ ດຣ. ຈາງ ຊີເຟິງ ຈາກມະຫາວິທະຍາໄລເທັກໂນໂລຊີນານຢາງ ມີຈຸດປະສົງເພື່ອຊ່ວຍເຫຼືອຄູ່ສົມລົດທີ່ມີບຸດຕາຍາກ ແລະ ແກ້ໄຂບັນຫາອັດຕາການເກີດທີ່ລົດລົງ.
ດຣ. ຈາງ ຊີເຟິງ ກ່າວວ່າ ຫຸ່ນຍົນຕົວນີ້ບໍ່ແມ່ນພຽງແຕ່ຫຸ່ນຍົນຝາກຕົວອ່ອນ ແຕ່ສາມາດຊ່ວຍເຫຼືອມະນຸດທີ່ບໍ່ສາມາດຖືພາໄດ້ຢ່າງຄົບວົງຈອນ.
ໂດຍຫຸ່ນຍົນຮິວແມນນອຍດ໌ນີ້ຈະມີຂະໜາດເທົ່າຄົນແທ້ ທີ່ຕິດຕັ້ງມົດລູກປອມໄວ້ໃນຊ່ອງທ້ອງ ເຊິ່ງສາມາດຈຳລອງກະບວນການທັງໝົດ ເລີ້ມຕັ້ງແຕ່ການປະສົມພັນຈົນເຖິງການໃຫ້ກຳເນີດເດັກນ້ອຍອອກມາ.
ນະວັດຕະກຳຫຼັກຢູ່ທີ່ເທັກໂນໂລຊີມົດລູກປອມ ເຊິ່ງເດັກນ້ອຍໃນຄັນຈະຈະເລີນເຕີບໂຕໃນນ້ຳຄ່ຳປອມ ແລະ ໄດ້ຮັບສານອາຫານຜ່ານສາຍຢາງ ຄ້າຍຄືການຕັ້ງຄັນຕາມທຳມະຊາດ.
ນ້ຳຄ່ຳປອມ ເປັນຫນຶ່ງໃນສ່ວນສຳຄັນທີ່ສຸດຂອງມົດລູກປອມທີ່ໄດ້ຮັບການອອກແບບມາ ເຕັມໄປດ້ວຍສານອາຫານ ແລະ ປະສົບຜົນສຳເລັດໃນການທົດລອງກັບສັດ ເຊັ່ນ: ການລ້ຽງລູກແກະທີ່ເກີດກ່ອນກຳໜົດໃນປີ 2017.
ດຣ.ຈາງ ອ້າງວ່າເທັກໂນໂລຊີນີ້ມີຄວາມກ້າວໜ້າໃນຫ້ອງປະຕິບັດການແລ້ວ ຂະນະນີ້ ກຳລັງພັດທະນາການເຮັດວຽກຂອງຫຸ່ນຍົນຮິວແມນນອຍດ໌ໃຫ້ສາມາດມີປະຕິສຳພັນກັບມະນຸດໄດ້ດ້ວຍ.
ຄາດວ່າ ຫຸ່ນຍົນຖືພາ ຕົ້ນແບບຈະເປີດຕົວຢ່າງເປັນທາງການພາຍໃນ 1 ປີ.
ຜູ້ພັດທະນາຫວັງວ່າ ມັນຈະເປັນຄວາມຫວັງສຳລັບແມ່ທີ່ມີລູກຍາກ ຫຼື ບໍ່ສາມາດຖືພາຕາມທຳມະຊາດ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |