_cover - 2025-08-21T095226.825
ສະຫະລັດອາເມລິກາເພີ່ມພາສີ 50% ຕໍ່ສິນຄ້າທີ່ຜະລິດຈາກເຫຼັກ ແລະ ອາລູມິນຽມ 400 ລາຍການ ຊີ້ໃຫ້ເຫັນການອຸດຊ່ອງຫວ່າງເພື່ອປ້ອງກັນການຫຼີກລ່ຽງພາສີ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 21 August, 2025

ສະຫະລັດອາເມລິກາເພີ່ມພາສີອີກຄັ້ງ 50% ຂະຫຍາຍໄປເຖິງສິນຄ້າທີ່ຜະລິດຈາກເຫຼັກ ແລະ ອາລູມິນຽມ ລວມກວ່າ 400 ລາຍການ ເພື່ອປ້ອງກັນການຫຼີກລ່ຽງພາສີ

 

ກະຊວງການຄ້າ ສະຫະລັດອາເມລິກາ ໄດ້ຖະແຫຼງການໃນວັນອັງຄານ (19 ສິງຫາ 2025) ວ່າ ສະຫະລັດອາເມລິກາ ໄດ້ປັບເພີ່ມພາສີນຳເຂົ້າເຫຼັກ ແລະ ອາລູມິນຽມທີ່ເປັນສ່ວນປະກອບໃນສິນຄ້າກວ່າ 400 ລາຍການ

 

ຊຶ່ງລວມເຖິງກັງຫັນລົມ  ເຄນຍົກເຄື່ອງ ເຄື່ອງໃຊ້ໄຟຟ້າ ລົດເກ່ຍດິນ ແລະ ເຄື່ອງຈັກສຳລັບງານໜັກປະເພດອື່ນໆ ລວມທັງເຫຼັກ ແລະ ອາລູມິນຽມທີ່ເປັນສ່ວນປະກອບໃນລົດໄຟ ລົດຈັກຍານຍົນ ເຄື່ອງຍົນເຮືອ ເຟີນິເຈີ ແລະ ຜະລິດຕະພັນອື່ນໆ ອີກຫລາຍຮ້ອຍລາຍການ

 

ກະຊວງການຄ້າລະບຸວ່າ ທາງກະຊວງໄດ້ເພີ່ມປະເພດສິນຄ້າ 407 ປະເພດໃນລາຍການສິນຄ້າອະນຸພັນ (derivative) ຂອງເຫຼັກ ແລະ ອາລູມິນຽມທີ່ຢູ່ພາຍໃຕ້ການຈັດເກັບພາສີນຳເຂົ້າຫຼາຍພາກສ່ວນ (sectoral tariffs)

 

ໂດຍຈະມີການເຮັດເກັບພາສີໃນອັດຕາ 50% ສຳລັບສ່ວນປະກອບທີ່ເປັນເຫຼັກ ແລະ ອາລູມິນຽມໃນສິນຄ້າເຫລົ່ານີ້ ແລະ ບວກກັບອັດຕາພາສີຂອງແຕ່ລະປະເທດສຳລັບສ່ວນປະກອບທີ່ບໍ່ແມ່ນເຫຼັກ ແລະ ອາລູມິນຽມ

 

ນອກຈາກນີ້ ໃນລາຍການພາສີໃໝ່ດັ່ງກ່າວ ກະຊວງ ຍັງໄດ້ເພີ່ມຊິ້ນສ່ວນນຳເຂົ້າສຳລັບລະບົບທໍ່ໄອເສຍລົດຍົນ ແລະ ເຫຼັກທີ່ຈຳເປັນສຳລັບລົດຍົນໄຟຟ້າ ຊຶ່ງຮວມເຖິງຊິ້ນສ່ວນສຳລັບລົດເມ ເຄື່ອງປັບອາກາດ ແລະ ເຄື່ອງໃຊ້ໄຟຟ້າຕ່າງໆ ເຊັ່ນ: ຕູ້ເຍັນ ຕູ້ແຊ່ແຂງ ແລະ ເຄື່ອງອົບຜ້າ

 

ພາສີໃໝ່ນີ້ມີຜົນບັງຄັບໃຊ້ທັນທີ ແລະ ຍັງຄອບຄຸມເຖິງຄອມເພຼສເຊີ ແລະ ປ້ຳລົມ ລວມທັງໂລຫະໃນເຄື່ອງສຳອາງນຳເຂົ້າ ແລະ ບັນຈຸຳພັນດູແລສ່ວນບຸກຄົນອື່ນໆ ເຊັ່ນ: ກະປ່ອງສະເປ

 

ນອກຈາກນີ້ປະກາດຈາກຫນ່ວຍງານດັ່ງກ່າວ ບໍ່ມີການເອີ້ນຊື່ສິນຄ້າໂດຍຕົງ ແຕ່ມີການປະກາດຜ່ານການລະບຸລະຫັດພາສີອກອນ ສະເພາະທີ່ໃຊ້ກັບສິນຄ້ານັ້ນໆ ເທົ່ານັ້ນ

 

ບໍ່ໄດ້ລະບຸຊື່ຜະລິດຕະພັນທີ່ແທ້ຈິງ ເຮັດໃຫ້ປະຊາຊົນອາດຈະບໍ່ຮູ້ວ່າໂດຍພາບລວມຈະມີສິນຄ້າໃດແດ່ທີ່ໄດ້ຮັບຜົນກະທົບໃນຄັ້ງນີ້

 

ເຈັຟຟຣີ ເຄສເລີ ຮອງລັດຖະມົນຕີກະຊວງການຄ້າ ຝ່າຍອຸດສາຫະກຳ ແລະ ຄວາມໝັ້ນຄົງ ກ່າວວ່າ ການດຳເນີນການດັ່ງກ່າວເປັນການຂະຫຍາຍຂອບເຂດພາສີເຫຼັກ ແລະ ອາລູມິນຽມ ແລະ ມີເປົ້າໝາຍເພື່ອປິດຊ່ອງທາງໃນການຫຼີກລ່ຽງພາສີ

 

ຊຶ່ງຈະຊ່ວຍສົ່ງເສີມການຟື້ນຕົວຢ່າງຕໍ່ເນື່ອງຂອງອຸດສາຫະກຳເຫຼັກ ແລະ ອາລູມິນຽມຂອງສະຫະລັດອາເມລິກາ

 

ໃນອະດີດທີ່ຜ່ານມາ ກຸ່ມຜູ້ຜະລິດລົດຍົນຕ່າງປະເທດໄດ້ເຮັດການຮ້ອງຂໍກະຊວງການຄ້າສະຫະລັດອາເມລິກາ ບໍ່ໃຫ້ເພີ່ມຊິ້ນສ່ວນເຫຼົ່ານີ້ໃນລາຍການພາສີດັ່ງກ່າວ ໂດຍໃຫ້ເຫດຜົນວ່າ ສະຫະລັດອາເມລິກາບໍ່ມີກຳລັງການຜະລິດໃນປະເທດທີ່ພຽງພໍຈະຮອງຮັບຄວາມຕ້ອງການໃນປັດຈຸບັນ

 

ໃນຂະນະທີ່ຄວາມເຫັນຈາກຜູ້ຊ່ຽວຊານ ເຈສັນ ມິນເລີ ອາຈານໃຫຍ່ດ້ານການຈັດການຫ່ວງໂຊ່ການສະໜອງ ມະຫາວິທະຍາໄລມິຊິແກນສະເຕດ ມອງວ່າການເພີ່ມພາສີເພີ່ມເຕີມຂະຫຍາຍໄປເຖິງສິນຄ້າເຫຼົ່ານີ້ຈະມີຜົນກະທົບທີ່ຮຸນແຮງຕາມມາ

 

ໂດຍສະເພາະແຮງກົດດັນເງິນເຟີ້ໃນປະເທດ ແລະ ເຮັດໃຫ້ລາຄາສິນຄ້າແພງຂຶ້ນຈາກຕົ້ນທຶນທີ່ສູງຂຶ້ນເປັນຍ້ອນພາສີ ຍ້ອນວ່າຂະນະນີ້ສິນຄ້າກຳລັງມີລາຄາກ້າວຂຶ້ນສູງຂຶ້ນເລື້ອຍໆ ຢູ່ແລ້ວ

 

ສະທ້ອນໄດ້ຈາກຂໍ້ມູນຂອງດັດຊະນີລາຄາຜູ້ຜະລິດ (PPI) ໃນເດືອນກໍລະກົດ 2025 ທີ່ຜ່ານມາ

 

ແນວໃດກໍ່ຕາມ ຜູ້ນຳສະຫະລັດອາເມລິກາ ປະທານາທິບໍດີທຣຳ ໄດ້ມີການປະກາດໃຊ້ພາສີອາກອນຕໍ່ສິນຄ້າແຕ່ລະຕົວ ຂອງແຕ່ລະພາກອຸດສາຫະກຳຫຼາຍຄັ້ງ ພາຍໃຕ້ຂໍ້ອ້າງເພື່ອຄວາມໝັ້ນຄົງ ແລະ ປະໂຫຍດຂອງຊາດ ແລະ ເພື່ອຜັກດັນໃນໂຮງງານຍ້າຍຖານການຜະລິດກັບຄືນເຂົ້າສູ່ປະເທດ

 

ທັງນີ້ໃນເດືອນມິຖຸນາ ທຣຳໄດ້ປະກາດວ່າເພິ່ນຈະເພີ່ມພາສີນຳເຂົ້າເຫຼັກ ແລະ ອາລູມິນຽມສອງເທົ່າເປັນ 50% ສຳລັບປະເທດສ່ວນໃຫຍ່ ຊຶ່ງສ້າງຄວາມບໍ່ແນ່ນອນຢ່າງກວ້າງຂວາງສຳລັບທຸລະກິດ ແລະ ຄູ່ຄ້າຂອງສະຫະລັດອາເມລິກາ ທີ່ພຶ່ງພາສິນຄ້າອຸປະໂພກມູນຄ່າສູງເຫຼົ່ານີ້

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 30 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
666.13
677.45
european-union
EUR
24,187
24,671
china
CNY
2,964
3,023
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-30T164337.794
" ທຣຳ " ປະກາດຂໍ້ຕົກລົງກັບຈີນ ຫຼຸດຜ່ອນພາສີນຳເຂົ້າລົງເປັນ 47% ຫຼັງຈາກພົບປະກັບ" ສີ ຈິ້ນຜິງ "
jane - 2025-10-30T160331.053
ໃຜທີ່ເຄັ່ງຄຽດລອງເບິ່ງ! ມາຮູ້ຈັກກັບເພງ "Weightless" ເພງທີ່ຖືກຍົກຍ້ອງວ່າ "ຜ່ອນຄາຍທີ່ສຸດໃນໂລກ"
pele - 2025-10-30T160813.940
ພະຍາດໄອໄກ່ ສາມາດປ້ອງກັນໄດ້ດ້ວຍວັກຊິນ
pele - 2025-10-30T153437.852
ພົນລະເມືອງ ອີຢູ ຫລາຍກວ່າ 50% ສະໜັບສະໜູນການເປີດກວ້າງກຸ່ມ
site cover1 - 2025-10-30T152648.845
ຄວາມສ່ຽງທີ່ບໍ່ຄວນມອງຂ້າມ ເມື່ອການກົດອະນຸຍາດແອັບພລິເຄຊັນກາຍເປັນຊ່ອງໂຫວ່ຄວາມປອດໄພ
jane - 2025-10-30T143338.230
ແຂວງເຊກອງ ຈູດທຳລາຍຢາເສບຕິດ ໃນໂອກາດສະຫຼອງວັນຕ້ານຢາເສບຕິດ ແຫ່ງຊາດ
site cover1 - 2025-10-30T134609.985
Nvidia ລົງທຶນ 3.2 ໝື່ນລ້ານ ຊື້ຫຸ້ນ Nokia ຮ່ວມກັນພັດທະນາເທັກໂນໂລຊີ AI ແລະ 6G
jane - 2025-10-30T132842.383
ກຳນົດໂມງປິດ-ເປີດ ໃຫ້ສັນຈອນຜ່ານ ພູເກົ້າຫລັກ ກາສີ-ເມືອງນານ ເລີ່ມແຕ່ວັນທີ 30 ຕຸລາ 2025 ເປັນຕົ້ນໄປດັ່ງນີ້:
jane - 2025-10-30T131045.893
'ທຣຳ' ພົບກັບ 'ສີ ຈິ້ນຜິງ' ແລ້ວແບບໜ້າຕໍ່ໜ້າໃນຮອບຫຼາຍກວ່າ 6 ປີ ແກ້ໄຂບັນຫາສົງຄາມການຄ້າ
site cover1 - 2025-10-30T114208.655
ການຄົ້ນຄວ້າຊີ້ໃຫ້ເຫັນ! ຜູ້ຊາຍ "ສະໝອງຫົດ" ໄວກວ່າແມ່ຍິງ ແຕ່ແມ່ຍິງກໍ່ຍັງມີຄວາມສ່ຽງ "ສະໝອງເສື່ອມ" ຫຼາຍກວ່າ 2 ເທົ່າ
ຢ່າລື່ມກົດຕິດຕາມ