ວັນທີ 20 ສິງຫາ 2025 ປະທານາທິບໍດີສີ ຈິ້ນຜິງ ຂອງຈີນ ໄດ້ເດີນທາງໄປຢ້ຽມຢາມ “ທິເບດ” ຢ່າງເປັນທາງການ
ໂດຍເປັນຄັ້ງທີ 2 ທີ່ ທ່ານ ສີ ຈິ້ນຜິງ ໄປຢ້ຽມຢາມທິເບດ ນັບຕັ້ງແຕ່ຮັບຕຳແໜ່ງຜູ້ນຳປະເທດ ໂດຍການຢ້ຽມຢາມທິເບດໃນຄັ້ງນີ້ ປະທານາທິບໍດີຈີນໄດ້ເຂົ້າຮ່ວມພິທີຄົບຮອບ 60 ປີການກໍ່ຕັ້ງເຂດປົກຄອງຕົນເອງທິເບດດ້ວຍ
ເຊິ່ງສື່ມວນຊົນຈີນຫຼາຍສຳນັກໄດ້ພ້ອມໃຈກັນລົງຂ່າວການຢ້ຽມຢາມທິເບດຂອງສີ ຈິ້ນຜິງ ແລະ ລາຍງານວ່າ ເປັນການຢ້ຽມຢາມທິເບດທີ່ເຕັມໄປດ້ວຍການສະເຫຼີມສະຫຼອງ ໂດຍມີປະຊາຊົນຈຳນວນຫຼາຍອອກມາຕ້ອນຮັບ.
ໃນການຢ້ຽມຢາມທິເບດຄັ້ງນີ້ ປະທານາທິບໍດີ ສີ ຈິ້ນຜິງ ໄດ້ເດີນທາງໄປທີ່ນະຄອນລາຊາ ທີ່ໄດ້ຮັບການຂະນານນາມວ່າເປັນເມືອງຫຼວງທີ່ຕັ້ງຢູ່ສູງທີ່ສຸດໃນໂລກ
ເຖິງແມ່ນວ່າສະຖານທີ່ທີ່ມີຄວາມສູງແບບນີ້ ອາດເປັນບັນຫາຕໍ່ສຸຂະພາບຂອງປະທານາທິບໍດີສີທີ່ມີອາຍຸ 72 ປີແລ້ວ ແຕ່ປະທານາທິບໍດີສີໄດ້ຢຶນຢັນຄວາມຕ້ອງການທີ່ຈະເດີນທາງໄປເພື່ອປະທັບກາ ແລະ ລົງນາມເຖິງການມາຢ້ຽມຢາມຂອງທ່ານໃນຄັ້ງນີ້
ປະທານາທິບໍດີສີ ຈິ້ນຜິງ ຍັງໄດ້ກ່າວຊື່ນຊົມລັດຖະບານທ້ອງຖິ່ນໃນການປົກຄອງ ຮັກສາຄວາມສະຫງົບ ແລະ ພັດທະນາທິເບດ ລວມໄປເຖິງການຮັກສາຄວາມໝັ້ນຄົງທາງການເມືອງ ຄວາມໝັ້ນຄົງທາງສັງຄົມ ຄວາມສາມັກຄີທາງຊົນເຜົ່າ ແລະຄວາມສາມັກຄີທາງສາສະໜາ
ນອກຈາກນີ້ປະທານາທິບໍດີຈີນຍັງໄດ້ຊື່ນຊົມຜົນງານຂອງລັດຖະບານທ້ອງຖິ່ນທີ່ມີສ່ວນຮ່ວມໃນການຕໍ່ສູ້ເພື່ອຕ້ານການແບ່ງແຍກດິນແດນດ້ວຍ ເນື່ອງຈາກເຖິງແມ່ນຈະຜ່ານມາຫຼາຍທົດສະວັດແຕ່ຍັງຄົງພົບກຸ່ມຫຼືອົງກອນບາງປະເພດທີ່ຕັ້ງຂຶ້ນເພື່ອຕ້ານການປົກຄອງຈາກຈີນແຜ່ນດິນໃຫຍ່ ຢ່າງໃດກໍ່ຕາມ ປະທານາທິບໍດີສີບໍ່ໄດ້ກ່າວເຖິງ ອົງດາໄລລາມະ ຜູ້ນຳທາງຈິດວິນຍານຂອງທິເບດທີ່ຖືກເນລະເທດເມື່ອປີ 1959.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |