_cover - 2025-08-21T160652.619
ຫວຽດນາມເປີດໂຕເອັນເຕີເທນເມັນຄອມເພລັກ ຄາສິໂນແຫ່ງທຳອິດຂອງປະເທດ ລົງທຶນ 2 ພັນລ້ານໂດລາສະຫະລັດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 21 August, 2025
ໝວດ: ຂ່າວ

ຄະນະກຳມະການປະຊາຊົນແຂວງໄດ້ອອກເອກະສານອະນຸມັດໃຫ້ບໍລິສັດ Van Don Sun JSC ພາຍໃຕ້ Sun Group ເປັນຜູ້ລົງທຶນໂຄງການນີ້ ໂດຍໂຄງການນີ້ໄດ້ຮັບການອະນຸມັດໃນຫຼັກການຈາກນາຍົກລັດຖະມົນຕີຕາມມະຕິລົງວັນທີ່ 27 ມິຖຸນາ 2025

 

 

ພື້ນທີ່ເອັນເຕີເທນເມັນຄອມເພລັກນີ້ ຕັ້ງຢູ່ໃນເຂດເສດຖະກິດເວິນໂດນ ປະກອບດ້ວຍ ຄາສິໂນ ເຊິ່ງໃນໄລຍະທຳອີດຈະເປີດໃຫ້ເຂົ້າສະເພາະຊາວຫວຽດນາມເທົ່ານັ້ນ, ໂຮງແຮມ, ຣີສອດ, ຄອນໂດຫຼູຫຼາ, ອາຄານພາລິຊະ, ອາຄານສຳນັກງານ, ສູນກາງການປະຊຸມ, ສູນກາງກິລາ, ສວນສະໜຸກ ແລະ ບໍລິການດ້ານສຸຂະພາບລະດັບພຣີມຽມ

 

ຈຸດເດັ່ນຂອງເອັນເຕີເທນເມັນຄອມເພລັກແຫ່ງນີ້ແມ່ນ ການເປັນຄາສິໂນລະດັບໂລກ ທີ່ພົນລະເມືອງຫວຽດນາມສາມາດເຂົ້າໄປໃຊ້ບໍລິການໄດ້ພາຍໃຕ້ເງື່ອນໄຂທາງກົດໝາຍທີ່ເຂັ້ມງວດ

 

ພ້ອມດ້ວຍງານບໍລິການດ້ານການທ່ອງທ່ຽວ ສັນທະນາການ ແລະ ບໍລິການຄົບວົງຈອນ ທີ່ນີ້ຖືກອອກແບບໃຫ້ເປັນຄືລະບົບນິເວດແບບປິດ ມີທຸກຢ່າງຄົບຈົບໃນທີ່ດຽວ

 

ກຽມພ້ອມຮອງຮັບນັກທ່ອງທ່ຽວຕ່າງປະເທດ ລວມທັງຊົນຊັ້ນກາງ ແລະ ກຸ່ມຄົນຮັ່ງມີຂອງຫວຽດນາມທີ່ກຳລັງເພີ່ມຂຶ້ນ

 

 

ໂຄງການດັ່ງກ່າວຍັງລວມເຖິງການສະແດງສິລະປະລະດັບນາໆຊາດ ແລະ ກິດຈະກຳບັນເທິງຕະຫຼອດ 24 ຊົ່ວໂມງ

 

ໂດຍມີເປົ້າໝາຍທີ່ຈະຍົກລະດັບໃຫ້ເວິນໂດນເປັນຈຸດໝາຍປາຍທາງດ້ານການທ່ອງທ່ຽວ ແລະຄາສິໂນທຽບເທົ່າກັບມາເກົ້າ ແລະລາສເວກັສ ແລະເປັນສັນຍາລັກຂອງການທ່ອງທ່ຽວສະໄຕລ໌ຣີສອດ ແລະຄາສິໂນໃນແຂວງກວ່າງນິນ ຄຽງຄູ່ໄປກັບການສົ່ງເສີມການເຕີບໂຕຂອງເຂດເສດຖະກິດເວິນໂດນ ແລະ ຍົກລະດັບສະຖານະຂອງຫວຽດນາມໃນເວທີການທ່ອງທ່ຽວ ແລະ ຄວາມບັນເທິງລະດັບໂລກ

 

ໂຄງການນີ້ມີໄລຍະເວລາດຳເນີນງານສູງສຸດ 70 ປີ ນັບຈາກມື້ທີ່ໄດ້ຮັບອະນຸມັດການລົງທຶນ ໂດຍຄາດວ່າຈະໃຊ້ເວລາກໍ່ສ້າງ ແລະ ທົດສອບລະບົບປະມານ 9 ປີ ນັບຕັ້ງແຕ່ວັນທີ່ຜູ້ລົງທຶນໄດ້ຮັບການຈັດສັນ ຫຼື ເຊົ່າທີ່ດິນເພື່ອດຳເນີນໂຄງການ

 

Sun Group ເປັນຜູ້ຢູ່ເບື້ອງຫຼັງໂຄງການສຳຄັນຫຼາຍໂຄງການໃນກວ່າງນິນ ລວມທັງສະໜາມບິນນາໆຊາດເວິນໂດນ ເຊິ່ງເປັນສະໜາມບິນນາໆຊາດແຫ່ງທຳອິດຂອງຫວຽດນາມທີ່ເອກະຊົນລົງທຶນ

 

ທ່າເຮືອສຳລານນາໆຊາດຮາລອງ ເຊິ່ງເປັນທ່າເຮືອສຳລານແຫ່ງທຳອິດຂອງປະເທດ ທາງດ່ວນສາຍສຳຄັນ ເຊັ່ນ: ຮາລອງ (Hạ Long)-ເວິນໂດນ (Vân Đồn) ແລະ ເວິນໂດນ (Vân Đồn)–ໝອງໄກ້ (Móng Cái) ຕະຫຼອດຈົນຣີສອດ ແລະ ສູນຮວມຄວາມບັນເທິງລະດັບໂລກຫຼາຍແຫ່ງໃນແຂວງທາງຕອນເໜືອ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ