_cover - 2025-08-22T104038.294
ເກົາຫຼີເໜືອກຳລັງສ້າງ "ຖານຂີປະນາວຸດ" ແບບລັບໆ ສຳລັບເກັບຂີປະນາວຸດຂ້າມທະວີບໃກ້ຊາຍແດນຈີນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 22 August, 2025

ສູນສຶກສາເຊິງຍຸດທະສາດ ແລະ ລະຫວ່າງປະເທດຂອງສະຫະລັດ (CSIS) ເຜີຍແຜ່ລາຍງານລ່າສຸດທີ່ບົ່ງບອກວ່າ ເກົາຫຼີເໜືອກຳລັງສ້າງ “ຖານຂີປະນາວຸດລັບ” ທີ່ບໍ່ເຄີຍພົບວ່າມີການລາຍງານທີ່ໃດມາກ່ອນ

 

ລາຍງານດັ່ງກ່າວລະບຸອີກວ່າຖານຂີປະນາວຸດລັບນີ້ມີຄວາມສ່ຽງກໍ່ໃຫ້ເກີດໄພຂົ່ມຂູ່ນີວເຄລຍກັບພູມິພາກອາຊີຕາເວັນອອກ ລວມໄປຮອດສະຫະລັດ

 

CSIS ເປີດເຜີຍອີກວ່າ ສາມາດລະບຸພິກັດຂອງຖານລັບແຫ່ງນີ້ ຫຼື ທີ່ເອີ້ນວ່າ “ຖານຂີປະນາວຸດຊິນປຸງ-ດົງ” ໄດ້ ຫ່າງຈາກຊາຍແດນທີ່ຕິດກັບຝັ່ງຈີນປະມານ 27 ກິໂລແມັດ

 

ທີ່ສັນນິຖານວ່າຖືກນຳໃຊ້ເປັນສະຖານທີ່ເກັບ “ຂີປະນາວຸດຂ້າມທະວີບ” ຫຼື ICBM ຈຳນວນ 9 ລູກ ລວມໄປເຖິງເປັນທີ່ຕັ້ງເຄື່ອງປ່ອຍຂີປະນາວຸດຊະນິດດັ່ງກ່າວດ້ວຍ

 

ໂດຍຖານຂີປະນາວຸດລັບແຫ່ງນີ້ເປັນໜຶ່ງໃນຖານລັບປະມານ 15-20 ແຫ່ງໃນເກົາຫຼີເໜືອທີ່ຍັງບໍ່ຖືກເປີດເຜີຍ ເຊິ່ງຖືກນຳໃຊ້ເປັນທີ່ເກັບຮັກສາຂີປະນາວຸດ ແລະ ຫົວຮົບນີວເຄລຍຈຳນວນຫຼາຍ

 

ເຊິ່ງລາຍງານສະບັບດັ່ງກ່າວອ້າງອິງຂໍ້ມູນຈາກການວິເຄາະພາບຖ່າຍດາວທຽມ, ການສຳພາດຜູ້ລີ້ໄພ ແລະ ເຈົ້າໜ້າທີ່ຈາກເກົາຫຼີເໜືອ ລວມໄປເຖິງການສຶກສາຜ່ານເອກະສານທີ່ເຄີຍມີການເປີດເຜີຍ ແລະ ແຫຼ່ງຂໍ້ມູນ Open-Source ຕ່າງໆ

 

CNN ລາຍງານວ່າຖານລັບດັ່ງກ່າວຕັ້ງຢູ່ໃນພູເຂົາແຄບໆ ທີ່ມີສາຍນ້ຳໄຫຼຜ່ານຕອນກາງ ໂດຍສາມາດວັດແທກຂະໜາດຂອງພື້ນທີ່ໄດ້ປະມານ 22 ແມັດກ້ອນ

 

ຫາກປຽບທຽບຈະມີຂະໜາດໃຫຍ່ກວ່າທ່າອາກາດຍານນານາຊາດຈອຫນ໌ ເອຟ. ເຄນເນດີ ໃນນະຄອນນິວຢອກ ເຊິ່ງຄາດວ່າການກໍ່ສ້າງຖານລັບນີ້ໄດ້ເລີ່ມຂຶ້ນຕັ້ງແຕ່ປີ 2004 ແລະ ເປີດໃຊ້ງານໃນປີ 2014 ອ້າງອິງຈາກພາບຖ່າຍດາວທຽມ ເຊິ່ງຕັ້ງແຕ່ເປີດໃຊ້ງານຖານລັບນີ້ຢູ່ໃນສະພາບທີ່ຖືກດູແລຢ່າງດີ ແລະ ຍັງຄົງມີການພັດທະນາຢ່າງຕໍ່ເນື່ອງ

 

ໃນຂະນະດຽວກັນພາບຖ່າຍດາວທຽມຍັງເຜີຍໃຫ້ເຫັນໂຄງສ້າງພື້ນຖານອື່ນໆ ທີ່ຢູ່ອ້ອມຮອບຖານລັບແຫ່ງນີ້ທີ່ປະກອບດ້ວຍ ຈຸດກວດກາບໍລິເວນທາງເຂົ້າ ອາຄານທີ່ເປັນຄືສຳນັກງານໃຫຍ່ ໂກດັງ ສິ່ງອຳນວຍຄວາມສະດວກເພື່ອສະໜັບສະໜູນຂີປະນາວຸດອື່ນໆ

 

ລວມໄປເຖິງ ອາຄານທີ່ພັກຂະໜາດນ້ອຍໃກ້ຄຽງ ແຕ່ບາງສ່ວນຂອງຖານລັບ ໂດຍສະເພາະທາງເຂົ້າຖືກປົກຄຸມດ້ວຍພຸ່ມໄມ້ເຮັດໃຫ້ຍາກຕໍ່ການສັງເກດຈາກພາບຖ່າຍດາວທຽມ ຍົກເວັ້ນໃນຊ່ວງລະດູໜາວທີ່ພືດພັນເບິ່ງເບົາບາງລົງ

 

ຜູ້ຊ່ຽວຊານກ່າວວ່າ ທີ່ຕັ້ງຂອງຖານທັບທີ່ຢູ່ໃກ້ຊາຍແດນເຮັດໃຫ້ໄດ້ປຽບທາງຍຸດທະສາດ ເພາະນັ້ນຈະເຮັດໃຫ້ສັດຕູເຊັ່ນສະຫະລັດຕ້ອງເພີ່ມຄວາມລະມັດລະວັງ ໃນການກຳນົດເປົ້າໝາຍຫາກຕ້ອງການທຳລາຍ

 

ເນື່ອງຈາກອາດສົ່ງຜົນກະທົບໄປເຖິງເຂດພື້ນທີ່ຂອງຈີນທີ່ຢູ່ຕິດກັນໄດ້ ຢ່າງໃດກໍຕາມ ຍັງບໍ່ເປັນທີ່ຊັດເຈນວ່າຂີປະນາວຸດຂ້າມທະວີບລຸ້ນໃດທີ່ຖືກເກັບຢູ່ໃນຖານລັບແຫ່ງນີ້ ແຕ່ CSIS ເຊື່ອວ່າມີຂີປະນາວຸດຮວາຊອງ-15 ຫຼື ອາດເປັນຂີປະນາວຸດຂ້າມທະວີບຮວາຊອງ-18 ຫຼື ຍິ່ງກວ່ານັ້ນ ຄື ຂີປະນາວຸດຂ້າມທະວີບລຸ້ນທີ່ຍັງບໍ່ເຄີຍເປີດເຜີຍສູ່ສາທາລະນະມາກ່ອນ

 

ນອກຈາກນີ້ ເຄື່ອງຍິງຂີປະນາວຸດດັ່ງກ່າວ ລາຍງານລະບຸວ່າມີຄວາມສາມາດໃນການຍິງໄດ້ຢ່າງໄວ ແລະ ສາມາດເຄື່ອນຍ້າຍໄປສູ່ທີ່ຕັ້ງໃໝ່ໄດ້ງ່າຍ

 

ເກົາຫຼີເໜືອເລັ່ງພັດທະນາໂຄງການນີວເຄລຍຂອງຕົນໃນຊ່ວງຫຼາຍປີທີ່ຜ່ານມາ ໃນການປົກຄອງຂອງຄິມ ຈອງ-ອຶນ ຜູ້ນຳສູງສຸດເກົາຫຼີເໜືອ ລວມໄປເຖິງການພັດທະນາຍຸດໂທປະກອນໃຫ້ໄປສູ່ຄວາມທັນສະໄໝຫຼາຍຂຶ້ນ

 

ໂດຍສະເພາະການພັດທະນາ ແລະ ທົດສອບອາວຸດໃໝ່ຢ່າງຂີປະນາວຸດຂ້າມທະວີບທີ່ເກົາຫຼີເໜືອເຄີຍຂູ່ເອົາໄວ້ວ່າມັນສາມາດຍິງໄປທີ່ໃດກໍໄດ້ເກືອບທຸກພື້ນທີ່ໃນສະຫະລັດ ເຊິ່ງການພັດທະນາອາວຸດນີວເຄລຍຂອງເກົາຫຼີເໜືອຖືວ່າຂັດຕໍ່ການຄວ່ຳບາດຈາກສະຫະປະຊາຊາດທີ່ຈຳກັດເກົາຫຼີເໜືອຈາກການເຂົ້າເຖິງວັດສະດຸທີ່ໃຊ້ສຳລັບການຜະລິດອາວຸດຕ່າງໆ

 

ດັ່ງນັ້ນແລ້ວ ເກົາຫຼີເໜືອຈຶ່ງເລີ່ມຊອກຫາ ແລະ ຈັບມືກັບພັນທະມິດເຊັ່ນຣັດເຊຍ ແລະ ໄດ້ກະຊັບຄວາມສຳພັນຢ່າງແໜ້ນແຟ້ນຫຼາຍຂຶ້ນ

 

ຕັ້ງແຕ່ຣັດເຊຍເປີດປະຕິບັດການບຸກຢູເຄຣນ ຍັງບໍ່ລວມທີ່ເກົາຫຼີເໜືອສົ່ງທະຫານເປັນໝື່ນນາຍຮ່ວມກັບກອງທັບຣັດເຊຍເຮັດສົງຄາມກັບຢູເຄຣນທີ່ເຮັດໃຫ້ຫຼາຍຝ່າຍຍ້ານວ່າຣັດເຊຍອາດຕອບແທນການກະທຳນີ້ດ້ວຍການໃຫ້ຄວາມຊ່ວຍເຫຼືອດ້ານເທັກໂນໂລຢີແກ່ເກົາຫຼີເໜືອ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ