ວັນທີ 22 ສິງຫາ 2025 ຫ້ອງຂ່າວກອງບັນຊາການ ປກສ ແຂວງຈຳປາສັກ ລາຍງານວ່າ:
ເວລາ 10:00 ໂມງ ວັນທີ 1 ກໍລະກົດ 2025 ເຈົ້າໜ້າທີ່ພະແນກຕຳຫລວດສະກັດກັ້ນແລະຕ້ານຢາ ເສບຕິດ ປກສ ແຂວງຈຳປາສັກ ປະຈຳປ້ອມກວດກາ ຫລັກ44 ບ້ານນາດ່ານ ເມືອງຊະນະສົມບູນ ໄດ້ກັກ ແລະ ກວດຄົ້ນກະບະ ຍີ່ຫໍ້ TOYOTA ລຸ້ນ REVO ໝາຍເລກ ທະບຽນ ກຂ 7553 ຄໍາມ່ວນ ທີ່ເດີນທາງມາແຕ່ແຂວງສະຫວັນນະເຂດ ມຸ້ງໜ້າມາແຂວງຈໍາປາສັກ ຂັບຂີ່ມານຳກັນ 5 ຄົນ ຍິງ 2 ຄົນ.
ຜ່ານການກວດຄົ້ນພາຍໃນລົດພົບເຫັນຢາບ້າ ຈຳນວນ 72,000 ເມັດ ແລະ ຄໍລາເຈນ ຈຳນວນຫລາຍຊອງ
ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວກຸ່ມໄວລຸ້ນພ້ອມທັງຂອງກາງ ໄປທຳການສືບສວນສອບສວນເພື່ອດຳເນີນ ຕາມຂັ້ນຕອນຂອງລະບຽບກົດໝາຍ.
ທີ່ມາ: ຄວາມສະຫງົບ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |