
ລັດຖະບານຫວຽດນາມສັ່ງອົບພະຍົບປະຊາຊົນຫຼາຍກວ່າ 580,000 ຄົນ ຄາດໄຕ້ຝຸ່ນຄາຈິກິຈະພັດຂຶ້ນຝັ່ງຊ່ວງບ່າຍມື້ນີ້ (25 ສິງຫາ) ຍົກເລີກຖ້ຽວບິນ-ສັ່ງເຮືອທຸກລຳກັບເຂົ້າຝັ່ງ
ມື້ນີ້ 25 ສິງຫາ 2025 ມີການຄາດຄະເນວ່າພະຍຸ “ຄາຈິກິ” ຈະພັດຂຶ້ນຝັ່ງຫວຽດນາມໃນຊ່ວງບ່າຍມື້ນີ້ ໂດຍຈະຍັງຄົງຄວາມຮຸນແຮງລະດັບໄຕ້ຝຸ່ນ
ລ່າສຸດບໍ່ເທົ່າໃດຊົ່ວໂມງທີ່ຜ່ານມາ ພະຍຸເຄື່ອນໂຕຢູ່ບໍລິເວນອ່າວຕັງເກີຍ ແລະ ມີຄວາມໄວລົມກວ່າ 165 ກິໂລແມັດຕໍ່ຊົ່ວໂມງ ຄາດວ່າພະຍຸຈະອ່ອນກຳລັງລົງຫຼັງພັດຂຶ້ນຝັ່ງ
ແຕ່ຈະຍັງສ້າງຄວາມເສຍຫາຍດ້ວຍຄວາມໄວລົມທີ່ 200 ກິໂລແມັດຕໍ່ຊົ່ວໂມງ ແລະ ປະລິມານນ້ຳຝົນທີ່ຄາດວ່າຈະສູງເຖິງ 300-400 ມິນລິແມັດ ນອກຈາກນີ້ຍັງຄາດວ່າຈະມີຄື່ນພະຍຸຊັດຝັ່ງສູງ 2-4 ແມັດ
ທາງລັດຖະບານຫວຽດນາມສັ່ງການອົບພະຍົບປະຊາຊົນກວ່າ 586,000 ຄົນ ເພື່ອຮັບມືພະຍຸໄຕ້ຝຸ່ນ ຄອບຄຸມປະຊາຊົນໃນແຂວງຕອນກາງ ໄດ້ແກ່ ແທງຮວາ, ກວາງຈິ, ເວ້ ແລະ ດານັງ ໂດຍຍົກເລີກຖ້ຽວບິນຈຳນວນຫຼາຍ ແລະ ສັ່ງໃຫ້ເຮືອທຸກລຳກັບເຂົ້າຝັ່ງ
ສາຍການບິນຫວຽດນາມແອຣ໌ໄລນ໌ ຍົກເລີກຖ້ຽວບິນຢ່າງໜ້ອຍ 22 ຖ້ຽວທັງຂາເຂົ້າ ແລະ ຂາອອກຈາກເມືອງໃນພາກກາງຕັ້ງແຕ່ວັນທີ່ 24 ສິງຫາ ແລະ ຍັງມີຜົນເຖິງມື້ນີ້ 25 ສິງຫາ 2025
ເຈົ້າໜ້າທີ່ຍ້ານວ່າພະຍຸລູກນີ້ອາດສ້າງຄວາມເສຍຫາຍຮຸນແຮງພໍໆກັບພະຍຸໄຕ້ຝຸ່ນຢາງິ ເມື່ອເດືອນກັນຍາ 2025
ຊຶ່ງເປັນພະຍຸທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍຮ້ອຍຄົນທົ່ວພາກພື້ນ ໂດຍໃນຫວຽດນາມພຽງປະເທດດຽວມີຜູ້ເສຍຊີວິດກວ່າ 300 ຄົນ ໂດຍລັດຖະບານຫວຽດນາມແຈ້ງເຕືອນປະຊາຊົນໃນເສັ້ນທາງພະຍຸໃຫ້ຢຸດອອກຈາກບ້ານ ແລະ ໄດ້ສົ່ງທະຫານເຂົ້າຊ່ວຍເຫຼືອແລ້ວ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














