_cover - 2025-08-25T141616.667
ຫຼັງອາຍຸ 40 ສະໝອງຈະຫົດຕົວລົງ ການຫຼິ້ນດົນຕີອາດເປັນຕົວຊ່ວຍໃນການຟື້ນຟູສະໝອງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 25 August, 2025
ໝວດ: ແນະນຳ

ນັກວິໄຈບອກວ່າ ຫຼັງອາຍຸ 40 ປີ ສະໝອງຂອງເຮົາຈະເລີ່ມຫົດຕົວລົງປະມານ 5% ໃນທຸກ 10 ປີ

 

ຊຶ່ງອາດເຮັດໃຫ້ຄວາມຈຳ ແລະ ຄວາມສາມາດໃນການແກ້ບັນຫາຊ້າລົງ ໂດຍສະເພາະ ຮິບໂປແຄມປັສ (Hippocampus) ຊຶ່ງກ່ຽວຂ້ອງກັບຄວາມຈຳ ແລະ ເປືອກສະໝອງສ່ວນໜ້າ (Prefrontal Cortex) ທີ່ກ່ຽວຂ້ອງກັບການຄິດວິເຄາະ

 

ການປ່ຽນແປງເຫຼົ່ານີ້ອາດເຮັດໃຫ້ຄວາມຈຳ ແລະ ຄວາມສາມາດໃນການແກ້ບັນຫາຊ້າລົງ ແຕ່ເຮົາສາມາດຊະລໍການເສື່ອມນີ້ໄດ້

 

ຜູ້ຊ່ຽວຊານແນະນຳວ່າ ການຮຽນຮູ້ທັກສະໃໝ່ໆ ເຊັ່ນ: ການຫຼິ້ນເຄື່ອງດົນຕີ ເປັນສະເໝືອນການອອກກຳລັງກາຍສະໝອງແບບເຕັມຮູບແບບ

 

ເພາະຊ່ວຍກະຕຸ້ນສະໝອງຫຼາຍສ່ວນພ້ອມກັນ ທັງການຄິດ ວິເຄາະ ຄວາມຈຳ ແລະ ການປະສານງານລະຫວ່າງມືກັບຕາ ການເຮັດແນວນີ້ຈະຊ່ວຍໃຫ້ເສັ້ນທາງປະສາດໃນສະໝອງແຂງແຮງ ແລະ ມີຄວາມຍືດຫຍຸ່ນຫຼາຍຂຶ້ນ

 

ເຖິງຢ່າງໃດກໍຕາມ ສະໝອງຂອງມະນຸດຍັງມີຄວາມສາມາດປັບຕົວ ຫຼື ມີຄວາມຍືດຫຍຸ່ນ ແລະ ຄວາມສາມາດໃນການປັບຕົວຂອງສະໝອງ (neuroplasticity)

 

ຊຶ່ງເປັນພື້ນຖານທີ່ເຮັດໃຫ້ເຮົາສາມາດຮຽນຮູ້ສິ່ງໃໝ່ໆ ແລະ ຊະລໍການເສື່ອມຂອງສະໝອງໄດ້ ການຮຽນຮູ້ສິ່ງໃໝ່ໆຈະຊ່ວຍກະຕຸ້ນສະໝອງໃຫ້ເຮັດວຽກຢ່າງຕໍ່ເນື່ອງ ແລະ ສ້າງເສັ້ນທາງປະສາດໃໝ່ໆ ຊຶ່ງເຮັດໃຫ້ສະໝອງແຂງແຮງ ແລະ ຍືດຫຍຸ່ນຫຼາຍຂຶ້ນ

 

ຮຽນຮູ້ທັກສະໃໝ່ໆ ເຊັ່ນ: ການຫຼິ້ນເຄື່ອງດົນຕີ, ການແຕ້ມຮູບ ຫຼື ການຮຽນພາສາໃໝ່ ຖືເປັນ “ການອອກກຳລັງກາຍສະໝອງແບບຄົບວົງຈອນ” ເພາະຊ່ວຍກະຕຸ້ນຫຼາຍສ່ວນຂອງສະໝອງພ້ອມກັນ ເຊັ່ນ:

 

  • ສະໝອງສ່ວນຄວາມຈຳ (Hippocampus) ຊ່ວຍໃນການຈຳແລະຮຽນຮູ້
  • ສະໝອງສ່ວນການຄິດວິເຄາະ (Prefrontal Cortex) ຊ່ວຍໃນການຕັດສິນໃຈແລະແກ້ບັນຫາ
  • ສະໝອງສ່ວນການປະສານງານລະຫວ່າງມືແລະຕາ (Cerebellum ແລະ Motor Cortex) ຊ່ວຍໃນການເຮັດວຽກຮ່ວມກັນລະຫວ່າງຮ່າງກາຍແລະສະໝອງ

 

ການຝຶກສະໝອງດ້ວຍກິດຈະກຳເຫຼົ່ານີ້ບໍ່ພຽງແຕ່ຊ່ວຍໃຫ້ສະໝອງເຮັດວຽກໄດ້ດີຂຶ້ນໃນປັດຈຸບັນ ແຕ່ຍັງຊ່ວຍຫຼຸດຄວາມສ່ຽງໃນການເກີດພະຍາດສະໝອງເສື່ອມ ຫຼື ອານແຊເມີໃນອະນາຄົດ

 

ການຫຼິ້ນເຄື່ອງດົນຕີ: ການອອກກຳລັງກາຍສະໝອງແບບເຕັມຮູບແບບ

 

ການຫຼິ້ນເຄື່ອງດົນຕີບໍ່ແມ່ນພຽງງານອະດິເລກ ແຕ່ເປັນເຄື່ອງມືບຳລຸງສະໝອງທີ່ຄົບວົງຈອນ

 

ຜູ້ທີ່ຫຼິ້ນດົນຕີເປັນປະຈຳຈະມີສະໝອງສ່ວນຄວາມຈຳ ແລະ ສະໝອງສ່ວນການປະສານງານລະຫວ່າງມືແລະຕາແຂງແຮງກວ່າເມື່ອເຮົາຫຼິ້ນເຄື່ອງດົນຕີ ສະໝອງຕ້ອງເຮັດວຽກຫຼາຍຢ່າງພ້ອມກັນ ເຊັ່ນ:

 

  • ຟັງສຽງແລະປັບຕົວ (Auditory Cortex) – ປະມວນຜົນສຽງໂນ້ດແລະເສຽງດົນຕີ ແລະ ຟັງສຽງຂອງເພື່ອນຮ່ວມວົງດົນຕີ
  • ເຄື່ອນໄຫວມືແລະຮ່າງກາຍ (Motor Cortex ແລະ Cerebellum) – ກົດຄີ ເປົ່າທໍ່ ຫຼື ດີດສາຍ ຕ້ອງການຄວາມແມ່ນຍຳແລະປະສານງານມືກັບຕາ
  • ຄິດແລະວິເຄາະ (Prefrontal Cortex) – ວາງແຜນວ່າຈະຫຼິ້ນໂນ້ດແນວໃດໃຫ້ສອດຄ່ອງກັບຈັງຫວະແລະສຽງດົນຕີ ພ້ອມແກ້ໄຂຂໍ້ຜິດພາດທັນທີ
  • ຈື່ຈຳໂນ້ດແລະສຽງດົນຕີ (Hippocampus) – ການຈື່ຈຳເພງແລະເທັກນິກຕ່າງໆ ຊ່ວຍເສີມຄວາມຈຳລະຍະສັ້ນແລະລະຍະຍາວ

 

ນອກຈາກນີ້ ການຫຼິ້ນດົນຕີຍັງຊ່ວຍຫຼຸດຄວາມເຄັ່ງຄຽດແລະປັບອາລົມ ເພາະກະຕຸ້ນສານເອັນດໍຟິນ ຊຶ່ງສົ່ງຜົນດີຕໍ່ສະໝອງສ່ວນອາລົມ (Limbic System) ເຮັດໃຫ້ສະໝອງເຮັດວຽກໄດ້ເຕັມປະສິດທິພາບ ແລະ ຜູ້ຫຼິ້ນດົນຕີຍັງມີຄວາມສາມາດໃນການຄິດສ້າງສັນແລະແກ້ບັນຫາໄດ້ດີກວ່າຄົນທົ່ວໄປ

 

ການດູແລສະໝອງດ້ວຍວິຖີຊີວິດປະຈຳວັນ

 

ນອກຈາກການຮຽນຮູ້ສິ່ງໃໝ່ໆ ຍັງມີວິທີງ່າຍໆໃນຊີວິດປະຈຳວັນທີ່ຊ່ວຍຊະລໍການເສື່ອມຂອງສະໝອງ ໄດ້ແກ່:

 

  • ອອກກຳລັງກາຍຮ່າງກາຍສະເໝີ ການຍ່າງ, ແລ່ນ ຫຼື ໂຍຄະ ຊ່ວຍໃຫ້ເລືອດໄປລ້ຽງສະໝອງດີຂຶ້ນ
  • ພັກຜ່ອນໃຫ້ພຽງພໍ ການນອນຫຼັບຄຸນນະພາບດີຊ່ວຍໃຫ້ສະໝອງສ້ອມແປງຕົວເອງ
  • ກິນອາຫານທີ່ດີຕໍ່ສະໝອງ ເຊັ່ນ: ປາ, ຖົ່ວ ຜັກແລະໝາກໄມ້ ແລະ ອາຫານທີ່ມີໂອເມກາ-3
  • ມີການພົວພັນທາງສັງຄົມ ການລົມກັບໝູ່ເພື່ອນ ຫຼື ເຮັດກິດຈະກຳຮ່ວມກັບຄົນອື່ນຊ່ວຍກະຕຸ້ນສະໝອງດ້ານອາລົມແລະຄວາມຄິດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,545
21,822
thailand (1)
THB
661.91
673.16
european-union
EUR
23,908
24,387
china
CNY
2,945
3,004
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 5 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,390,000
43,920,000
41,910,000
43,029,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-05T164759.625
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ ປີ 2025
jane - 2025-11-05T154625.432
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ອັດລົງໃນວັນທີ 4 ພະຈິກ 2025
pele - 2025-11-05T151944.123
ແຈ້ງເຕືອນໄພ ພາຍຸໝູນໄຕ້ຝຸ່ນໄຄແມກິ(KALMAEGI) ໃນລະຫວ່າງ ວັັນທີ 07–09 ພະຈິກ 2025 (ສະບັບທີ 1)
jane - 2025-11-05T145547.299
ສໍານັກຂ່າວຣອຍເຕີລາຍງານ ວັນທີ 4 ພະຈິກ 2025 ເຮືອບິນຂົນສົ່ງສິນຄ້າ ຕົກໃກ້ສະໜາມບິນ Louisville ສະຫະລັດມີຜູ້ເສຍຊີວິດຢ່າງນ້ອຍ 7 ຄົນ ແລະ ໄດ້ຮັບບາດເຈັບ 11 ຄົນ
pele - 2025-11-05T140755.198
ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
pele - 2025-11-05T111726.527
ລັດຖະມົນຕີກະຊວງ ຍທຂ ລົງຊຸກຍູ້ຕິດຕາມ ການກໍ່ສ້າງເສັ້ນທາງເລກ 12 ທ່າແຂກ-ຊາຍແດນນາເພົ້າ
jane - 2025-11-05T110504.152
ເບິ່ງດວງປະຈຳວັນທີ 05 ພະຈິກ 2025
pele - 2025-11-05T102252.252
ການນຳພັກ-ລັດ ແລະ ມວນຊົນຊາວລາວ ຮ່ວມໃສ່ບາດ ໃນບຸນນະມັດສະການພະທາດຫລວງວຽງຈັນ
pele - 2025-11-05T092911.288
ກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດໃນໂລກ ເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ
jane - 2025-11-05T090849.558
ລາຍງານສະພາບອາກາດປະຈໍາວັນທີ  05 ພະຈິກ 2025
ຢ່າລື່ມກົດຕິດຕາມ