
ແຈ້ງເຕືອນ ເຝົ້າລະວັງນໍ້າຖ້ວມຊຸ ໃນໄລຍະວັນທີ 25 ຫາ 27 ສິງຫາ 2025 ເນື່ອງຈາກພາຍຸໄຕ້ຝຸ່ນຄາຈິກິ (TY KAJIKI) ຫົວທີ 13
ແຈ້ງເຕືອນ ເຝົ້າລະວັງນໍ້າຖ້ວມຊຸ ໃນໄລຍະວັນທີ 25 ຫາ 27 ສິງຫາ 2025.
ເນື່ອງຈາກພາຍຸໄຕ້ຝຸ່ນຄາຈິກິ (TY KAJIKI) ຫົວທີ 13 ປະຈຳປີ 2025 ປະຈຸບັນໄດ້ເພີ່ມກໍາລັງແຮງຂຶ້ນ ແລະ ກຳລັງ ເຄື່ອນທີ່ມາທາງເຂດທະເລຈີນໃຕ້ຕອນກາງ ໃກ້ກັບພາກກາງ ຂອງ ສສ ຫວຽດນາມ ດ້ວຍຄວາມໄວ 20 ກິໂລແມັດຕໍ່ ຊົ່ວໂມງ, ຄາດວ່າພາຍຸຫົວນີ້ຈະເຄື່ອນທີ່ຂື້ນຝັ່ງທາງພາກກາງ ຂອງ ສສ ຫວຽດນາມ ໃນຕອນບ່າຍ ຫາ ຄໍ່າຂອງມື້ນີ້.
ຈາກນັ້ນຈະສືບຕໍ່ເຄື່ອນທີ່ຜ່ານ ພາກກາງ ແລະ ພາກເໜືອ ຂອງ ສປປ ລາວ ໃນໄລຍະວັນທີ 25 ຫາ 26 ສິງຫາ 2025 ນີ້.
ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ຢູ່ທົ່ວໄປໃນແຕ່ລະພາກ ແລະ ມີ ຝົນຕົກໜັກ ຫາ ຕົກໜັກຫຼາຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນໄລຍະວັນທີ 25 ຫາ 27 ສິງຫາ 2025 ນີ້.
ທີ່ມາ: ກົມອຸຕຸນິຍົມ ແລະ ອຸທົກກະສາດ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Wednesday, 5 November, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














