
ວັນທີ 15 ສິງຫາ 2025, ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ອອກແຈ້ງການ ວ່າ:
ນັບແຕ່ວັນທີ 01 ກັນຍາ 2025 ເປັນຕົ້ນໄປ ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ຈະເລີ່ມທົດລອງຈັດຕັ້ງປະຕິບັດ ການລົງທະບຽນ ເດີນທາງເຂົ້າ-ອອກ ສປປ ລາວ ຜ່ານລະບົບອອນລາຍ,
ໂດຍຜ່ານ ເວັບໄຊ: www.immigration.gov.la, ຊຶ່ງຈະເລີ່ມຕົ້ນ ທົດລອງ ຢູ່ 04 ດ່ານສາກົນ ຄື: ສະໜາມບິນສາກົນ ວັດໄຕ ນະຄອນຫຼວງວຽງຈັນ; ສະໜາມບິນສາກົນ ຫຼວງພະບາງ ແຂວງ ຫຼວງພະບາງ; ສະໜາມບິນສາກົນ ປາກເຊ ແຂວງ ຈຳປາສັກ ແລະ ດ່ານສາກົນ ຂົວມິດຕະພາບ 1 ນະຄອນຫຼວງວຽງຈັນ.
ຄົນຕ່າງປະເທດ ທີ່ນໍາໃຊ້ໜັງສືຜ່ານແດນ (Passport) ເດີນທາງເຂົ້າ-ອອກ ສປປ ລາວ ຜ່ານ 04 ດ່ານ ສາກົນດັ່ງກ່າວ ຕ້ອງລົງທະບຽນ ຜ່ານລະບົບອອນລາຍ, ຊຶ່ງພາຍຫຼັງລົງທະບຽນສໍາເລັດ ຈະໄດ້ຮັບ QR Code (ທີ່ສາມາດນໍາໃຊ້ໄດ້ໃນໄລຍະເວລາ 03 ວັນ ທີ່ຈະເດີນທາງ) ເພື່ອແຈ້ງເຂົ້າ-ອອກ ຕໍ່ເຈົ້າໜ້າທີ່ ຕຳຫຼວດກວດຄົນ ເຂົ້າ-ອອກເມືອງ ປະຈໍາດ່ານ ກວດກາ, ຢັ້ງຢືນການລົງທະບຽນ.
ຄົນຕ່າງປະເທດ ທີ່ລົງທະບຽນອອນລາຍແລ້ວ ແມ່ນ ບໍ່ຈໍາເປັນຕ້ອງຂຽນ ຫຼື ຕື່ມ ແບບພິມແຈ້ງເຂົ້າ-ອອກ ສປປ ລາວ (Arrival-Departure application form).
ໃນຕົ້ນປີ 2026 ແມ່ນຈະສິ້ນສຸດການທົດລອງ ແລະ ຈະເລີ່ມຕົ້ນຈັດຕັ້ງປະຕິບັດ ໃຫ້ຄົນຕ່າງປະເທດ ລົງທະບຽນ ເດີນທາງເຂົ້າ-ອອກ ຜ່ານລະບົບອອນລາຍ ເພື່ອປ່ຽນແທນການຂຽນແບບພິມແຈ້ງເຂົ້າ-ອອກ ສປປ ລາວ ຢູ່ ບັນດາດ່ານສາກົນ ໃນຂອບເຂດທົ່ວປະເທດ, ໂດຍຈະມີໜັງສືແຈ້ງ ໃຫ້ຊາບຢ່າງເປັນທາງການ ໃນພາຍຫຼັງ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.
ທີ່ມາ: ວສລ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














