_cover - 2025-08-26T133425.206
'ທຣຳ' ຂົ່ມຂູ່ຂຶ້ນພາສີ 'ຈີນ' 200% ຖ້າບໍ່ຍອມສົ່ງອອກແຮ່ທາດຫາຍາກ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 26 August, 2025
ໝວດ: ຂ່າວ

ສີເອັນບີສີລາຍງານ ໃນວັນທີ່ 25 ສິງຫາ 2025 ວ່າ ໂດນາລ ທຣຳ ເຕືອນວ່າອາດຈະຂຶ້ນພາສີນຳເຂົ້າຈີນສູງເຖິງ 200% ຖ້າຫາກມີການຄວບຄຸມການສົ່ງອອກແຮ່ທາດຫາຍາກ

 

ປັດຈຸບັນ ຈີນເປັນຜູ້ຜະລິດ ແລະ ຄວບຄຸມການຜະລິດແມ່ເຫຼັກຫາຍາກເກືອບທັງໝົດໃນໂລກ ໂດຍມີສ່ວນແບ່ງການຜະລິດຢູ່ທີ່ປະມານ 90%

Digital Marketing Agency in Laos - Emerging Digital Solutions

 

ເຮັດໃຫ້ຈີນມີອິດທິພົນຢ່າງຫຼວງຫຼາຍໃນການເຈລະຈາການຄ້າກັບສະຫະລັດ ເນື່ອງຈາກອຸດສາຫະກຳການຜະລິດທີ່ສຳຄັນຂອງສະຫະລັດ ທັງຍານຍົນ, ເອເລັກໂທຣນິກ ແລະ ພະລັງງານຫມຸນວຍນ ລ້ວນພຶ່ງພາແມ່ເຫຼັກຫາຍາກຈາກຈີນ

 

ໃນເດືອນມິຖຸນາທີ່ຜ່ານມາ ການສົ່ງອອກແມ່ເຫຼັກຫາຍາກຂອງຈີນ ກັບມາຟື້ນຕົວສູ່ລະດັບປົກກະຕິຫຼັງຈາກປະກາດຈຳກັດການສົ່ງອອກໄປກ່ອນໜ້ານີ້ ໂດຍສະເພາະຢ່າງຍິ່ງການສົ່ງອອກໄປຍັງສະຫະລັດທີ່ເພີ່ມຂຶ້ນເຖິງ 660%

 

ເມື່ອທຽບກັບເດືອນພຶດສະພາ ແລະຍັງຄົງເພີ່ມຂຶ້ນຕໍ່ເນື່ອງອີກ 76% ໃນເດືອນກໍລະກົດ.

 

ທຣຳຂົ່ມຂູ່ວ່າຈະຢຸດສົ່ງຊິ້ນສ່ວນໂບອິ້ງ ກົດດັນຈີນເລື່ອງແຮ່ທາດຫາຍາກ

 

ອີກໜຶ່ງປະເດັນທີ່ຖືກເວົ້າເຖິງລະຫວ່າງການຖະແຫຼງຂ່າວ ທຣຳ ຍັງໄດ້ກ່າວເຖິງ “ຊິ້ນສ່ວນຍົນ” ວ່າເປັນອີກໜຶ່ງເຄື່ອງມືທີ່ສຳຄັນໃນການເຈລະຈາຕໍ່ລອງກັບຈີນ

 

ໂດຍກ່າວວ່າສະຫະລັດໄດ້ຢຸດການຈັດສົ່ງຊິ້ນສ່ວນຍົນໂບອິ້ງໃຫ້ກັບຈີນເພື່ອເພີ່ມແຮງກົດດັນຈີນ ໃນປະເດັນການຄວບຄຸມການສົ່ງອອກແຮ່ທາດສຳຄັນດັ່ງກ່າວ

 

ຕາມລາຍງານຂອງສຳນັກຂ່າວ Bloomberg ບໍລິສັດໂບອິ້ງ (Boeing) ກຳລັງເຈລະຈາເພື່ອບັນລຸຂໍ້ຕົກລົງຄັ້ງໃຫຍ່ໃນການຂາຍຍົນຫຼາຍເຖິງ 500 ລຳໃຫ້ກັບຈີນ

 

ຊຶ່ງທັງສອງຝ່າຍກຳລັງຢູ່ໃນຂັ້ນຕອນການສະຫຼຸບລາຍລະອຽດຕ່າງໆ ເຊັ່ນ: ຮຸ່ນຂອງຍົນ, ປະເພດ ແລະ ກຳນົດການສົ່ງມອບ

 

ສະຫຼຸບເຈລະຈາການຄ້າ ‘ສະຫະລັດ-ຈີນ’

 

ໃນເດືອນມິຖຸນາທີ່ຜ່ານມາ ສະຫະລັດ ແລະ ຈີນ ໄດ້ບັນລຸຂໍ້ຕົກລົງເບື້ອງຕົ້ນໃນ 2 ເລື່ອງສຳຄັນ ຄື: ຈີນ ຕົກລົງທີ່ຈະຜ່ອນຄາຍການຄວບຄຸມການສົ່ງອອກແຮ່ທາດຫາຍາກ ແລະ ສະຫະລັດ ຕົກລົງທີ່ຈະຍົກເລີກຂໍ້ຈຳກັດບາງປະການໃນການສົ່ງອອກເທັກໂນໂລຊີໄປຈີນ

 

ນອກຈາກນີ້ ທັງສອງປະເທດຍັງຕົກລົງທີ່ຈະຫຼຸດພາສີນຳເຂົ້າສິນຄ້າຂອງກັນແລະກັນ ໂດຍສະຫະລັດຈະຫຼຸດພາສີເຫລືອປະມານ 55% ແລະ ຈີນຈະຫຼຸດພາສີເຫລືອປະມານ 32%

 

ເຖງຢ່າງໃດກໍ່ຕາມ ຂໍ້ຕົກລົງຊົ່ວຄາວນີ້ມີກຳນົດຈະສິ້ນສຸດລົງໃນກາງເດືອນພະຈິກນີ້

 

ຂະນະດຽວກັນ ມີລາຍງານວ່າ ຫຼີ່ ເຊີງກັງ ຫົວໜ້າຜູ້ເຈລະຈາການຄ້າຂອງຈີນ ກຳລັງຈະເດີນທາງໄປຍັງກຸງວໍຊິງຕັນໃນອາທິດນີ້

 

ພື່ອເຈລະຈາກັບເຈົ້າໜ້າທີ່ລະດັບສູງຂອງສະຫະລັດ ຊຶ່ງລວມເຖິງ ເຈມິສັນ ກຣີເອີ ຜູ້ແທນການຄ້າສະຫະລັດ ແລະ ເຈົ້າໜ້າທີ່ລະດັບສູງຈາກກະຊວງການຄັງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 24 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,489
21,765
thailand (1)
THB
673.42
684.19
european-union
EUR
24,492
24,983
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (86)
ຈຳປາສັກ ດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX
jane (85)
ຮູ້ຈັກ "ຫອຍທາກຄິວບາ" ຫອຍທາກທີ່ງາມທີ່ສຸດໃນໂລກທີ່ກຳລັງຈະສູນພັນ
pele - 2025-09-24T141747.425
ສຕລ ເປີດໂຄງການກິລາບານເຕະໃນໂຮງຮຽນ ທີ່ແຂວງສະຫວັນນະເຂດ
jane (83)
ພາບຄວາມເສຍຫາຍຈາກພາຍຸໄຕ້ຝຸ່ນ ລາກາຊາ ທີ່ພັດເຂົ້າຮົງກົງຕອນເຊົ້າມື້ນີ້ 24 ກັນຍາ 2025
pele - 2025-09-24T132008.973
ປະຊາຊົນບ້ານຫາດຍາ ໄດ້ຮັບການພົ່ນຢາຂ້າຍຸງລາຍ ແລະ ຢາຂ້າໜອນນໍ້າ
jane (82)
ລົງນາມຮ່ວມມື ພັດທະນາລະບົບຄຸ້ມຄອງ ການເກັບຄ່າບໍລິການສະຖານທີ່ຈອດລົດ ຢູ່ ນວ
jane (81)
ຮູບພາບທີ່ກຳລັງເປັນກະເເສ ໃນຮ່ອງກົງຊາວເມືອງກະກຽມຕົວຮັບມືພາຍຸໄຕ້ຝຸ່ນລາກາຊາ
jane (80)
ເຫດການທີ່ໜ້າຕົກໃຈທີ່ກຸງເທບມະຫານະຄອນ ປະເທດໄທ ເກີດເຫດ ຖະໜົນຍຸບ ໜ້າໂຮງໝໍຊິຣະພະຍາບານ 24 ກັນຍາ 2025
pele - 2025-09-24T102853.426
ຈົ່ງມີສະຕິລະມັດລະວັງ ຝົນຕົກເປັນວົງກວ້າງ ອາດຈະເກີດໄພພິບັດ ນ້ຳຖ້ວມຊຸ ດິນເຈື່ອນ ໄລຍະນີ້ 24 ຫາ 27 ກັນຍາ 2025
jane (79)
ອົງການນາຊາຂອງສະຫະລັດອາເມຣິກາ ເປີດເຜີຍແຜນການຄັ້ງສຳຄັນ ກະກຽມສົ່ງມະນຸດເດີນທາງໄປສຳຫຼວດດວງຈັນອີກຄັ້ງໃນພາລະກິດ Artemis II
ຢ່າລື່ມກົດຕິດຕາມ