
ສຳນັກຂ່າວຊິນຫົວລາຍງານຄວາມຄືບໜ້າສະຖານະການພະຍຸໄຕ້ຝຸ່ນຄາຈິກິ (Kajiki) ພັດຖະຫຼົ່ມຫວຽດນາມໃນວັນທີ 27 ສິງຫາ 2025
ໂດຍອ້າງອີງຂໍ້ມູນຈາກສຳນັກຂ່າວຫວຽດນາມວ່າ ຍອດຜູ້ເສຍຊີວິດລ່າສຸດເພີ່ມຂຶ້ນເປັນ 7 ຄົນ, ບາດເຈັບ 34 ຄົນ ແລະ ຍັງຄົງມີຜູ້ສູນຫາຍອີກ 1 ຄົນ
ກະຊວງກະສິກຳ ແລະ ສິ່ງແວດລ້ອມຫວຽດນາມເປີດເຜີຍຕົວເລກຄວາມເສຍຫາຍວ່າ ບ້ານເຮືອນປະຊາຊົນເສຍຍທັງຫຼັງ 15 ຫຼັງ ແລະ ໄດ້ຮັບຄວາມເສຍຫາຍອີກກວ່າ 8,700 ຫຼັງ
ໃນຈຳນວນນີ້ລວມເຖິງໂຮງຮຽນ 63 ແຫ່ງ ແລະ ໂຮງໝໍ 8 ແຫ່ງ, ນາເຂົ້າ ຫຼາຍກວ່າ 500,000 ບ່ອນ ຈົມຢູ່ໃຕ້ນ້ຳ ແລະ ສັດລົ້ມຕາຍໄປປະມານ 2,000 ໂຕ
ດ້ານນາຍົກລັດຖະມົນຕີ ຝາມ ມິນ ຈິນ ໄດ້ມີຄຳສັ່ງດ່ວນຫາໜ່ວຍງານທ້ອງຖິ່ນໃຫ້ເລັ່ງຟື້ນຟູໂຄງລ່າງພື້ນຖານທີ່ຈຳເປັນ ທັງໄຟຟ້າ ການສື່ສານ ແລະ ເສັ້ນທາງຄົມມະນາຄົມ ລວມເຖິງໂຮງຮຽນ ແລະ ໂຮງໝໍ
ພ້ອມທັງເລັ່ງແຈກຈ່າຍສິ່ງຂອງບັນເທົາທຸກ ແລະ ຊ່ອມແຊມບ້ານເຮືອນຜູ້ປະສົບໄພ ເພື່ອໃຫ້ສະຖານະການກັບສູ່ພາວະປົກກະຕິໂດຍໄວກ່ອນທີ່ຈະເປີດພາກການສຶກສາໃໝ່
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














