_cover - 2025-08-29T091951.608
ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ມອບເງິນຊ່ວຍເຫຼືອ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ເພື່ອປະກອບສ່ວນແກ້ໄຂຜົນກະທົບຈາກໄພພິບັດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 29 August, 2025
ໝວດ: ຂ່າວ

ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ມອບເງິນຊ່ວຍເຫຼືອໃຫ້ແກ່ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ເພື່ອປະກອບສ່ວນແກ້ໄຂຜົນກະທົບຈາກໄພພິບັດ

 

ໃນວັນທີ 28 ສິງຫາ 2025 ທີ່ຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ມອບເງິນຊ່ວຍເຫຼືອ ຈຳນວນ 135,446,000 ກີບ ໃຫ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ

 

ເພື່ອນຳໄປປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບຈາກໄພພິບັດທາງທໍາມະຊາດທີ່ເກີດຂຶ້ນໃນປີ 2025, ຕາງໜ້າມອບໂດຍທ່ານ ຫຼິວຫົງ ຜູ້ອຳນວຍການໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ແລະ ເປັນກຽດຮັບໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ.

 

ໂອກາດນີ້, ທ່ານ ໂພໄຊ ໄຊຍະສອນ ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ການຊ່ວຍເຫຼືອຈາກ ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ພ້ອມກ່າວວ່າ:

 

ຫຼາຍປີມໍ່ໆມານີ້ ສປປ ລາວ ແມ່ນໄດ້ປະເຊີນກັບໄພທາງທຳມະຊາດນັບມື້ນັບຫຼາຍຂຶ້ນ, ສະເພາະປີ 2025 ມີທັງພາຍຸໃຕ້ຝຸ່ນ“ວິພາ”,ພາຍຸໃຕ້ຝຸ່ນ “ຄາຈິກິ” ແລະ ໄພພິບັດອື່ນໆທີ່ບໍ່ເຄີຍມີມາກ່ອນ, ເຮັດໃຫ້ບ້ານເຮືອນທີ່ພັກອາໄສຂອງພໍ່ແມ່ປະຊາຊົນໄດ້ຮັບຄວາມເສຍຫາຍຫຼາຍ.

 

ທ່ານຍັງໄດ້ກ່າວເນັ້ນອີກວ່າ: ເງິນບໍລິຈາກທັງໝົດແມ່ນຈະນໍາໃຊ້ເຂົ້າໃນການບັນເທົາທຸກສຸກເສີນ ແລະ ຟື້ນຟູຫຼັງໄພພິບັດ ໃຫ້ແກ່ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພທຳມະຊາດ, ຊ່ວຍໃຫ້ຜູ້ປະສົບໄພສາມາດຟື້ນຟູວຽກງານ ແລະ ຊີວິດການເປັນຢູ່ໃຫ້ໄດ້ໄວເທົ່າທີ່ຈະໄວໄດ້.

 

ທ່ານ ຫຼິວຫົງ, ຜູ້ອຳນວຍການໃຫຍ່ທາງລົດໄຟລາວ-ຈີນກໍໄດ້ກ່າວວ່າ: ທາງລົດໄຟລາວ-ຈີນ ເອົາໃຈໃສ່ປະຕິບັດໜ້າທີ່ຮັບຜິດຊອບຕໍ່ສັງຄົມຢ່າງຕັ້ງໜ້າ, ພ້ອມສະໜັບສະໝູນວຽກງານຊ່ວຍເຫຼືອດ້ານມະນຸດສະທຳ, ຕອບສະໜອງຄວາມຕ້ອງການ ແລະ ນະໂຍບາຍຂອງລັດຖະບານລາວຢ່າງເຕັມທີ່ ເພື່ອແບ່ງເບົາພາລະຂັ້ນເທິງ, ປະກອບສ່ວນເຂົ້າໃນການຊ່ວຍເຫຼືອສັງຄົມ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວນັບມື້ນັບດີຂຶ້ນ.

 

ທ່ານ ຫຼິວຫົງ ຍັງໄດ້ກ່າວເພີ່ມອີກວ່າ: ເມື່ອໃດທີ່ປະເທດຊາດ ແລະ ພໍ່ແມ່ປະຊາຊົນມີຄວາມຕ້ອງການ, ທາງລົດໄຟລາວຈີນແມ່ນພ້ອມຈະຢືນຄຽງຂ້າງປະເທດຊາດ ແລະ ປະຊາຊົນລາວສະເໜີໄປ.

ຜ່ານມາ ໃນປີ 2024 ໃນຊ່ວງທີ່ພາກເໜືອຂອງ ສປປ ລາວ ປະສົບໄພນໍ້າຖ້ວມ ທາງລົດໄຟລາວ-ຈີນ ແມ່ນໄດ້ປະກອບສ່ວນຢ່າງສຸດຂີດ ເຂົ້າໃນການຊ່ວຍເຫຼືອ ແລະ ຟື້ນຟູຄືນໃຫມ່ຫຼັງໄພພິບັດ ໂດຍໄດ້ອໍານວຍຄວາມສະດວກນໍາສົ່ງເຈົ້າຫນ້າທີ່, ໜ່ວຍກູ້ໄພ ແລະ ເຄື່ອງຊ່ວຍເຫຼືອຕ່າງໆ ໄປຊ່ວຍເຫຼືອແຂວງຫຼວງນໍ້າທາດ້ວຍລົດໄຟ ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍ.

 

ຫຼັງຈາກເກີດໄພພິບັດທຳມະຊາດ ໃນປີ 2025, ບໍລິສັດ ລວມທັງພະນັກງານວິຊາການທຸກໆຄົນແມ່ນມີຄວາມກະຕືລືລົ້ນຮ່ວມກັນບໍລິຈາກປັດຈຸປັດໄຈ ເພື່ອນຳໄປຊ່ວຍເຫຼືອຜູ້ປະສົບໄພ.

 

ດ້ວຍນ້ຳໃຈມະນຸດສະທຳດັ່ງກ່າວນີ້, ໃນທີ່ຜ່ານມາ ລົດໄຟລາວ-ຈີນຍັງໄດ້ມີຄວາມຫ້າວຫັນປະກອບສ່ວນຊ່ວຍເຫຼືອແຜ່ນດິນໄຫວມຽນມາ, ສົມທົບກັບອົງກອນສະຫະປະຊາຊາດ ກຽມພ້ອມໃຫ້ການຊ່ວຍເຫຼືອແກ່ສັງຄົມຢູ່ສະເໝີ ແລະ ດ້ວຍເຫດຜົນດຽວກັນ ກໍຄືການເຫັນຄຸນຄ່າສູງຂອງທຸກໆຊີວິດ, ທາງລົດໄຟຈິ່ງຖືເອົາຄວາມປອດໄພເປັນບູລິມະສິດອັນດັບໜຶ່ງ ໃນການຈັດຕັ້ງປະຕິບັດວຽກງານ.

ທັງສອງຝ່າຍຍັງໄດ້ປຶກສາຫາລື ແລະ ເປັນເອກະພາບວ່າ ໃນຕໍ່ໜ້າຈະສືບຕໍ່ຮ່ວມມື ເພື່ອປະກອບສ່ວນເຂົ້າໃນການຍົກລະດັບຝືມືແຮງງານ, ການຊ່ວຍເຫຼືອສັງຄົມ ແລະ ສືບຕໍ່ທຸ່ມເຫື່ອເທແຮງເພື່ອການພັດທະນາປະເທດຊາດໃຫ້ນັບມື້ນັບເຂັ້ມແຂງຂຶ້ນ ຢ່າງເປັນກ້າວໆ.

 

ທີ່ມາ: ວສວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,545
21,822
thailand (1)
THB
661.91
673.16
european-union
EUR
23,908
24,387
china
CNY
2,945
3,004
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 5 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,390,000
43,920,000
41,910,000
43,029,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-05T164759.625
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ ປີ 2025
jane - 2025-11-05T154625.432
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ອັດລົງໃນວັນທີ 4 ພະຈິກ 2025
pele - 2025-11-05T151944.123
ແຈ້ງເຕືອນໄພ ພາຍຸໝູນໄຕ້ຝຸ່ນໄຄແມກິ(KALMAEGI) ໃນລະຫວ່າງ ວັັນທີ 07–09 ພະຈິກ 2025 (ສະບັບທີ 1)
jane - 2025-11-05T145547.299
ສໍານັກຂ່າວຣອຍເຕີລາຍງານ ວັນທີ 4 ພະຈິກ 2025 ເຮືອບິນຂົນສົ່ງສິນຄ້າ ຕົກໃກ້ສະໜາມບິນ Louisville ສະຫະລັດມີຜູ້ເສຍຊີວິດຢ່າງນ້ອຍ 7 ຄົນ ແລະ ໄດ້ຮັບບາດເຈັບ 11 ຄົນ
pele - 2025-11-05T140755.198
ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
pele - 2025-11-05T111726.527
ລັດຖະມົນຕີກະຊວງ ຍທຂ ລົງຊຸກຍູ້ຕິດຕາມ ການກໍ່ສ້າງເສັ້ນທາງເລກ 12 ທ່າແຂກ-ຊາຍແດນນາເພົ້າ
jane - 2025-11-05T110504.152
ເບິ່ງດວງປະຈຳວັນທີ 05 ພະຈິກ 2025
pele - 2025-11-05T102252.252
ການນຳພັກ-ລັດ ແລະ ມວນຊົນຊາວລາວ ຮ່ວມໃສ່ບາດ ໃນບຸນນະມັດສະການພະທາດຫລວງວຽງຈັນ
pele - 2025-11-05T092911.288
ກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດໃນໂລກ ເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ
jane - 2025-11-05T090849.558
ລາຍງານສະພາບອາກາດປະຈໍາວັນທີ  05 ພະຈິກ 2025
ຢ່າລື່ມກົດຕິດຕາມ