_cover - 2025-08-29T103421.083
ຍີ່ປຸ່ນໃຊ້ AI ຈຳລອງພູເຂົາໄຟຟູຈິລະເບີດ ເຕືອນຄົນໂຕກຽວໃຫ້ຮັບມືກັບໄພພິບັດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 29 August, 2025

ຍີ່ປຸ່ນໃຊ້ເທັກໂນໂລຢີ AI ຈຳລອງພູເຂົາໄຟຟູຈິລະເບີດຢ່າງຮຸນແຮງ ເພື່ອກະກຽມຄວາມພ້ອມຮັບມືໃນສະຖານະການທີ່ຮ້າຍແຮງທີ່ສຸດ ເຖິງແມ່ນຍັງບໍ່ພົບສັນຍານປະທຸ

 

ເຖິງແມ່ນພູເຂົາໄຟຟູຈິຈະສະຫງົບມາຕັ້ງແຕ່ປີ ຄ.ສ. 1707 ແຕ່ລັດຖະບານກຸງໂຕກຽວໄດ້ເຜີຍແຜ່ວິດີໂອຈຳລອງການປະທຸຮຸນແຮງຂອງພູເຂົາໄຟຟູຈິ ໂດຍໃຊ້ເທັກໂນໂລຢີຄອມພິວເຕີ ແລະ ປັນຍາປະດິດ (AI) ເພື່ອກະກຽມຄວາມພ້ອມຮັບມືສະຖານະການເລວທີ່ສຸດ ໃນ “ວັນກະກຽມຄວາມພ້ອມຮັບມືໄພພິບັດຈາກພູເຂົາໄຟ” ຂອງຍີ່ປຸ່ນ

Digital Marketing Agency in Laos - Emerging Digital Solutions

 

ວິດີໂອທີ່ເຜີຍແຜ່ໃນອາທິດນີ້ ສະແດງໃຫ້ເຫັນຮູບພາບຂອງຂີ້ເຖົ່າພູເຂົາໄຟຈຳນວນມະຫາສານປົກຄຸມກຸງໂຕກຽວທີ່ຢູ່ຫ່າງອອກໄປປະມານ 100 ກິໂລແມັດ ພາຍໃນເວລາບໍ່ກີ່ຊົ່ວໂມງ ສົ່ງຜົນໃຫ້ລະບົບຄົມມະນາຄົມເປັນອຳພາດ ການສົ່ງອາຫານແລະ ໄຟຟ້າຖືກລົບກວນ ລວມທັງອາດກໍ່ໃຫ້ເກີດບັນຫາລະບົບທາງເດີນຫາຍໃຈໃນໄລຍະຍາວຕອນທ້າຍຂອງວິດີໂອ ມີຂໍ້ຄວາມເຕືອນຢ່າງຊັດເຈນວ່າ “ພວກເຮົາຈຳເປັນຕ້ອງກະກຽມຕົວດ້ວຍຂໍ້ມູນທີ່ຖືກຕ້ອງ ແລະຮັບມືໄພພິບັດໃນຊີວິດປະຈຳວັນ” ພ້ອມດ້ວຍຮູບພາບຄອບຄົວທີ່ກັກຕຸນອາຫານກະປ໋ອງ ແລະ ຊຸດປະຖົມພະຍາບານໄວ້ໃນເຮືອນ

 

ດ້ານສຳນັກງານລັດຖະບານກຸງໂຕກຽວໄດ້ຊີ້ແຈງວ່າ ຂະນະນີ້ຍັງບໍ່ມີຫຼັກຖານຫຼືສັນຍານບົ່ງຊີ້ວ່າພູເຂົາໄຟຟູຈິກຳລັງຈະລະເບີດ ການເຜີຍແຜ່ວິດີໂອນີ້ມີເປົ້າໝາຍເພື່ອໃຫ້ປະຊາຊົນ 37 ລ້ານຄົນໃນເຂດມະຫານຄອນໂຕກຽວ ມີຄວາມຮູ້ແລະມາດຕະການປ້ອງກັນຕົວຫາກເກີດເຫດສຸກເສີນເທົ່ານັ້ນ

 

ແນວໃດກໍຕາມ ຫຼັງຈາກການເຜີຍແຜ່ວິດີໂອດັ່ງກ່າວອອກມາ ໄດ້ສ້າງຄວາມກັງວົນແລະຄວາມສັບສົນໃນກຸ່ມຊາວຍີ່ປຸ່ນ ບາງຄົນແສດງຄວາມເຫັນວ່າ ມີສັນຍານຫຍັງບໍ? ເປັນຫຍັງຕ້ອງເວົ້າຫາເຖົ້າພູເຂົາໄຟໜາ 10 ເຊັນຕິແມັດແມ່ນແຕ່ໃນໂຕກຽວ ໃນຂະນະທີ່ປະຊາຊົນບາງສ່ວນກຳລັງວາງແຜນຈະຊື້ສິ່ງຂອງໃຊ້ສຸກເສີນທັນທີ

 

ໃນຂະນະທີ່ສາດສະດາຈານ ນາໂອຍະ ເຊກິຍະ ຜູ້ຊ່ຽວຊານດ້ານການສື່ສານຄວາມສ່ຽງ ມະຫາວິທະຍາໄລໂຕກຽວ ຢຳ້ວ່າຍີ່ປຸ່ນມີການຈຳລອງສະຖານະການໄພພິບັດທັງແຜ່ນດິນໄຫວແລະພູເຂົາໄຟມາໂດຍຕະຫຼອດ ແລະ ການເຜີຍແຜ່ຄັ້ງນີ້ ບໍ່ໄດ້ໝາຍຄວາມວ່າພູເຂົາໄຟຟູຈິກຳລັງຈະປະທຸໃນເຂົ້ານີ້

 

ຍີ່ປຸ່ນເປັນປະເທດທີ່ອ່ອນໄຫວຕໍ່ໄພທຳມະຊາດຫຼາກຫຼາຍປະເພດ ທັງແຜ່ນດິນໄຫວ ພາຍຸໄຕ້ຝຸ່ນ ນ້ຳຖ້ວມ ດິນຖ້ຳ ແລະ ພູເຂົາໄຟລະເບີດ ໂດຍເມື່ອເດືອນສິງຫາປີທີ່ແລ້ວ ສຳນັກງານອຸຕຸນິຍົມວິທະຍາຍີ່ປຸ່ນຫາກໍອອກຄຳເຕືອນແຜ່ນດິນໄຫວຂະໜາດມະຫຶມາຄັ້ງທຳອິດ ຫຼັງເກີດແຜ່ນດິນໄຫວຮຸນແຮງນອກຊາຍຝັ່ງເກາະກິວຊູ

 

ໃນຈຳນວນພູເຂົາໄຟທີ່ຍັງຄຸກຮຸ່ນຢູ່ທົ່ວໂລກປະມານ 1,500 ລູກ ຍີ່ປຸ່ນມີຫຼາຍເຖິງ 111 ລູກ ເນື່ອງຈາກຕັ້ງຢູ່ເທິງວົງແຫວນແຫ່ງໄຟແປຊີຟິກ ໂດຍພູເຂົາໄຟຟູຈິ ຊຶ່ງເປັນພູເຂົາທີ່ສູງທີ່ສຸດຂອງປະເທດ ເຄີຍປະທຸສະເຫມີທຸກໆ 30 ປີ ແຕ່ກຽງສະຫງົບລົງມາຕັ້ງແຕ່ສັດຕະວັດທີ່ 18

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,545
21,822
thailand (1)
THB
661.91
673.16
european-union
EUR
23,908
24,387
china
CNY
2,945
3,004
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 5 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,390,000
43,920,000
41,910,000
43,029,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-05T164759.625
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ ປີ 2025
jane - 2025-11-05T154625.432
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ອັດລົງໃນວັນທີ 4 ພະຈິກ 2025
pele - 2025-11-05T151944.123
ແຈ້ງເຕືອນໄພ ພາຍຸໝູນໄຕ້ຝຸ່ນໄຄແມກິ(KALMAEGI) ໃນລະຫວ່າງ ວັັນທີ 07–09 ພະຈິກ 2025 (ສະບັບທີ 1)
jane - 2025-11-05T145547.299
ສໍານັກຂ່າວຣອຍເຕີລາຍງານ ວັນທີ 4 ພະຈິກ 2025 ເຮືອບິນຂົນສົ່ງສິນຄ້າ ຕົກໃກ້ສະໜາມບິນ Louisville ສະຫະລັດມີຜູ້ເສຍຊີວິດຢ່າງນ້ອຍ 7 ຄົນ ແລະ ໄດ້ຮັບບາດເຈັບ 11 ຄົນ
pele - 2025-11-05T140755.198
ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
pele - 2025-11-05T111726.527
ລັດຖະມົນຕີກະຊວງ ຍທຂ ລົງຊຸກຍູ້ຕິດຕາມ ການກໍ່ສ້າງເສັ້ນທາງເລກ 12 ທ່າແຂກ-ຊາຍແດນນາເພົ້າ
jane - 2025-11-05T110504.152
ເບິ່ງດວງປະຈຳວັນທີ 05 ພະຈິກ 2025
pele - 2025-11-05T102252.252
ການນຳພັກ-ລັດ ແລະ ມວນຊົນຊາວລາວ ຮ່ວມໃສ່ບາດ ໃນບຸນນະມັດສະການພະທາດຫລວງວຽງຈັນ
pele - 2025-11-05T092911.288
ກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດໃນໂລກ ເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ
jane - 2025-11-05T090849.558
ລາຍງານສະພາບອາກາດປະຈໍາວັນທີ  05 ພະຈິກ 2025
ຢ່າລື່ມກົດຕິດຕາມ