
ດ້ວຍຄວາມເປັນຫ່ວງເປັນໃຍຂອງການນຳຂັ້ນເມືອງ ໃນການດຳລົງຊີວິດຂອງພໍ່ແມ່ປະຊາຊົນທີ່ອາໄສຢູ່ເຂດລ່ອງນ້ຳເຊບັ້ງໄຟ ແລະ ນ້ຳຍົມ ສະນັ້ນ, ໃນວັນທີ 27 ສິງຫາ 2025. ທ່ານ ຄຳໝັ້ນ ສໍປະເສີດ ເຈົ້າເມືອງຍົມມະລາດ ພ້ອມດ້ວຍຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ລົງຢ້ຽມຢາມປະຊາຊົນ ແລະ ຕິດຕາມສະພາບນ້ຳຖ້ວມພາຍໃນເມືອງ.
ເຊິ່ງໃນປັດຈຸບັນມີຫຼາຍບ້ານໄດ້ຮັບຜົນກະທົບຈາກພາຍຸ ຄາຈິກິ ເຮັດໃຫ້ບ້ານ, ເຮືອນຂອງປະຊາຊົນຖືກນ້ຳຖ້ວມເປັນວົງກວ້າງຈຳນວນຫຼາຍບ້ານ. ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນເຮັດໃຫ້ລະດັບນ້ຳເຊບັ້ງໄຟ ແລະ ນ້ຳຍົມເພີ່ມຂຶ້ນສູງພໍສົມຄວນ ເຮັດໃຫ້ນ້ຳໄຫຼເຂົ້າຖ້ວມບ້ານ, ເຮືອນ ແລະ ນາ ປະຊາຊົນ.
ໃນນັ້ນທາງການນຳຂັ້ນເມືອງ, ກຳລັງ ປກຊ – ປກສ ເມືອງ, ຊາວໜຸ່ມຕະລຸມບອນແຂວງ, ເມືອງ ແລະ ພາກສ່ວນຕ່າງໆໄດ້ເລັງການຊ່ວຍເຫຼືອອົບພະຍົບປະຊາຊົນ, ວັດຖຸມີຄ່າ ແລະ ລັດລ້ຽງໄປໃວ້ທີ່ປອດໄພແລ້ວ. ສ່ວນຜົນເສຍຫາຍທາງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງຈະລົງປະເມີນຄວາມເສຍຫາຍອີກຄັ້ງຫຼັງຈາກລະດັບນ້ຳຫຼຸດລົງ.
ທ່ານ ຄຳໝັ້ນ ສໍປະເສີດ ເຈົ້າເມືອງຍົມມະລາດ ຍັງໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ໃຫ້ມີສະຕິກຽມພ້ອມສະເໝີໃນເວລາມີກໍລະນີສຸກເສີນ ຕ້ອງຍົກຍ້າຍໄປຢູ່ບ່ອນປອດໄພທີ່ທາງການຈັດຕັ້ງໄດ້ກຳນົດໄວ້
ນອກຈາກນີ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງຍັງໄດ້ກຽມພ້ອມເປັນຕົ້ນແມ່ນ: ເຮືອ, ກຳລັງ ປກຊ – ປກສ ແລະ ຊາວໜຸ່ມທຸກພາກສ່ວນເພື່ອກຽມຄວາມພ້ອມຫາກເກີດກໍລະນີສຸກເສີນຈະລົງໄປຊ່ວຍເຫຼືອປະຊາຊົນໄດ້ທັນເວລາ.
ທີ່ມາ: ຫ້ອງການ ຖວທ ເມືອງຍົມມະລາດ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














