jane
ເທັກນິກການ Manifest ໃຫ້ໄດ້ຜົນຈິງ ພ້ອມເລື່ອງທີ່ຄົນມັກເຂົ້າໃຈຜິດ!
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 3 September, 2025

ການ Manifest ແມ່ນການໃຊ້ພະລັງຄວາມຄິດ ຄວາມເຊື່ອ ແລະ ການລົງມືເຮັດເພື່ອດຶງດູດສິ່ງທີ່ເຮົາຕ້ອງການໃນຊີວິດ ແຕ່ຫຼາຍຄົນເຮັດແລ້ວບໍ່ເຫັນຜົນເພາະເຂົ້າໃຈຜິດກ່ຽວກັບວິທີການ ລອງມາເບິ່ງທັງເຕັກນິກທີ່ໄດ້ຜົນ ແລະ ຂໍ້ຄວນຫຼີກລ່ຽງ

 

Manifest' สูตรพลิกชีวิต? พลังจิต พลังความคิด พลังจินตนาการ หรือแค่…มโน – The Potential

 

Manifest ແມ່ນຫຍັງ? Manifest ໝາຍເຖິງການສະແດງອອກ ຫຼື ດຶງດູດສິ່ງທີ່ຕ້ອງການຜ່ານພະລັງງານຄວາມຄິດ ຄວາມເຊື່ອ ແລະ ການກະທຳ. ແນວຄິດນີ້ກ່ຽວຂ້ອງກັບກົດແຮງດຶງດູດ (Law of Attraction) ຊຶ່ງເຊື່ອວ່າ “ສິ່ງທີ່ເຮົາຄິດ ແມ່ນສິ່ງທີ່ເຮົາດຶງດູດເຂົ້າມາ”

 

ເຕັກນິກການ Manifest ໃຫ້ໄດ້ຜົນຈິງ

 

ຕັ້ງເປົ້າໝາຍໃຫ້ເຈາະຈົງ ຍິ່ງເປົ້າໝາຍຊັດເຈນເທົ່າໃດ ຈິດໃຕ້ສຳນຶກຈະໂຟກັສໄດ້ດີຂຶ້ນ ເຊັ່ນ ແທນທີ່ຈະຄິດວ່າ “ຢາກຮັ່ງມີ” ໃຫ້ປ່ຽນເປັນ “ມີເພີ່ມຂຶ້ນຕາມເປົ້າທີ່ຕັ້ງໄວ້ພາຍໃນ 6 ເດືອນ”

 

นึกภาพความสำเร็จเพื่อทำเป้าหมายให้เป็นจริง Nike TH

 

ສ້າງພະລັງຄວາມຄິດເຊີງບວກ ການຄິດບວກເປັນເໝືອນການປ່ອຍພະລັງງານອອກໄປ ຫາກເຮົາມົວແຕ່ຈົມກັບຄວາມຄິດລົບ ຈະດຶງດູດແຕ່ສິ່ງລົບກັບມາ ຄວນເຝິກການຂໍຂອບຄຸນສິ່ງນ້ອຍໆ ໃນຊີວິດທຸກມື້

 

ຈິນຕະນາການເໝືອນເກີດຂຶ້ນແລ້ວ Visualization ແມ່ນການສ້າງຮູບພາບໃນຫົວວ່າຄວາມສຳເລັດໄດ້ເກີດຂຶ້ນແລ້ວ ເຊັ່ນ ເຫັນຕົວເອງໄດ້ເລື່ອນຕຳແໜ່ງ ນັ່ງໃນຫ້ອງເຮັດວຽກໃໝ່ ຫຼື ຈັບເງິນກ້ອນທີ່ຕ້ອງການ

 

ໃຊ້ Affirmations ຢ່າງຕໍ່ເນື່ອງ ການເວົ້າຫຼືຂຽນຂໍ້ຄວາມຢືນຢັນ ເຊັ່ນ “ຂ້ອຍຄູ່ຄວນກັບຄວາມສຳເລັດ” ຫຼື “ຂ້ອຍດຶງດູດຄວາມຮັກທີ່ດີເຂົ້າມາໃນຊີວິດ” ຈະຊ່ວຍປັບຄື່ນພະລັງງານຄວາມຄິດໄປໃນທິດທາງດຽວກັນກັບເປົ້າໝາຍ

 

ລົງມືເຮັດຄຽງຄູ່ກັບຄວາມເຊື່ອ Manifest ບໍ່ແມ່ນການຖ້າປະຕິຫານແຕ່ແມ່ນການເຊື່ອ ແລະ ລົງມືໄປພ້ອມກັນ ເຊັ່ນ ຫາກຢາກຫຼຸດນ້ຳໜັກ ຕ້ອງຄວບຄຸມອາຫານ ແລະ ອອກກຳລັງກາຍ ບໍ່ແມ່ນພຽງແຕ່ຈິນຕະນາການຢ່າງດຽວ

 

ຄວາມເຂົ້າໃຈຜິດທີ່ເຮັດໃຫ້ Manifest ບໍ່ເຫັນຜົນ

 

ຄິດແຕ່ບໍ່ລົງມືເຮັດ ຫຼາຍຄົນເຂົ້າໃຈວ່າ Manifest ແມ່ນການນັ່ງຄິດຫຼືຂຽນຂໍ້ຄວາມຢືນຢັນເທົ່ານັ້ນ ແຕ່ຫາກບໍ່ລົງມືເຮັດຈິງ ເປົ້າໝາຍກໍ່ບໍ່ສາມາດເກີດຂຶ້ນໄດ້

 

ຕັ້ງເປົ້າໝາຍກວ້າງເກີນໄປ ການຕັ້ງເປົ້າໝາຍແບບບໍ່ຊັດເຈນ ເຊັ່ນ “ຢາກມີຊີວິດທີ່ດີຂຶ້ນ” ຈະເຮັດໃຫ້ຈິດໃຕ້ສຳນຶກບໍ່ສາມາດໂຟກັສໄດ້ ຄວນກຳນົດໃຫ້ຊັດເຈນ ແລະ ເປັນຮູບທຳ

 

ເລັ່ງປັດຜົນລັບທ໌ເກີນໄປ Manifest ຕ້ອງອາໄສເວລາ ແລະ ຄວາມຕໍ່ເນື່ອງ ການຄາດຫວັງຜົນທັນທີເຮັດໃຫ້ເກີດຄວາມທ້ອແທ້ ແລະ ພະລັງງານດ້ານລົບ

 

ປ່ອຍໃຫ້ຄວາມຄິດລົບຄອບງຳ ເຖິງແມ່ນຈະພະຍາຍາມ Manifest ແຕ່ຖ້າຍັງຄິດວ່າຕົວເອງບໍ່ຄູ່ຄວນ ບໍ່ສົມຫວັງ ຫຼືເຕັມໄປດ້ວຍຄວາມກົວ ພະລັງງານເຫຼົ່ານີ້ຈະຕັດກະແສຄວາມເຊື່ອດ້ານບວກທັນທີ

 

ເຄັດລັບເສີມເພື່ອ Manifest ໃຫ້ສຳເລັດ

 

  • ຂຽນເປົ້າໝາຍລົງໃສ່ປຶ້ມບັນທຶກເປັນປະຈຳ
  • ເຝິກສະມາທິ ຫຼື ການຫາຍໃຈເລິກເພື່ອຈັດລະບຽບຄວາມຄິດ
  • ສະກົດຈີດຕົວເອງດ້ວຍສິ່ງ ຫຼື ຄົນທີ່ມີພະລັງບວກ
  • ໃຊ້ເວລາ 5-10 ນາທີທຸກໆວັນໃນການຈິນຕະນາການເປົ້າໝາຍ

 

Manifest ແມ່ນການຜະສານພະລັງຄວາມຄິດ ຄວາມເຊື່ອ ແລະການລົງມືເຮັດ ຫາກເຮົາຕັ້ງເປົ້າໝາຍໃຫ້ຊັດ ຄິດບວກ ຈິນຕະນາການເໝືອນສຳເລັດແລ້ວ ແລະ ລົງມືເຮັດໄປພ້ອມກັນ ຈະຊ່ວຍດຶງດູດສິ່ງທີ່ຕ້ອງການເຂົ້າມາໄດ້ຈິງ ແຕ່ຕ້ອງຫຼີກລ່ຽງຄວາມເຂົ້າໃຈຜິດ ເຊັ່ນ ການຄິດຢ່າງດຽວໂດຍບໍ່ລົງມືເຮັດ ຫຼື ຄາດຫວັງຜົນໄວເກີນໄປ

 

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 24 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
656.97
668.14
european-union
EUR
24,150
24,634
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 24 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
45,730,000
46,260,000
45,163,000
46,369,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-24T162031.289
ຈັບຕາເບິ່ງລາຄາທອງຄຳດີດຂຶ້ນ ຫຼັງຕົກລົງແຮງສອງວັນ ຈັບຕາເງິນເຟີ້ ແລະ ການຄວໍ່າບາດ
jane - 2025-10-24T153618.386
ໄລຍະ 9 ເດືອນປີ 2025 ເກັບລາຍຮັບ 13 ຕື້ກວ່າກີບ ດ່ານພາສີສາກົນປາກຕາພານ ມ.ລະຄອນເພັງ ຂ.ສາລະວັນ.
pele - 2025-10-24T152015.139
ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກສສ ຫວຽດນາມ
pele - 2025-10-24T140909.129
ແຈ້ງການມອດ 25,26,28/10/2025
jane - 2025-10-24T141822.033
ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025ໃນຂອບເຂດທົ່ວປະເທດ ເຫັນດີໃຫ້ປ່ຽນສີເຄື່ອງຫມາຍຊາດ
jane - 2025-10-24T135934.304
ຂ່າວຈາກ: BBCລາຍງານວ່າ ທຳນຽບຂາວຢືນຢັນ ປະທານາທິບໍດີໂດນັລ ທຣຳ ຈະພົບກັບ ປະທານາທິບໍດີສີຈິ້ນຜິງຂອງຈີນ ນອກຮອບທ້າຍເດືອນຕຸລານີ້
jane - 2025-10-24T112507.108
ຂ່າວຕ່າງປະເທດລາຍງານປະເທດເອຢິບ ຄົ້ນພົບບໍ່ນໍ້າມັນ ແລະ ອາຍແກ໊ສທຳມະຊາດຫຼາຍແຫ່ງ
jane - 2025-10-24T105214.259
ທີມຊາດລາວ ຢູ່ກຸ່ມ B ແຂ່ງຂັນບານເຕະ ໃນງານມະຫະກຳກິລາຊີເກມ 2025 ທີ່ປະເທດໄທ
pele - 2025-10-24T104749.867
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ
pele - 2025-10-24T091435.209
ໄອສະປອດ ສະໜັບສະໜູນເຄື່ອງນຸ່ງກິລາ 30 ຊຸດ ໃຫ້ທີມເຕະບານຍິງ ນວ
ຢ່າລື່ມກົດຕິດຕາມ