VP-Square (1)
ແຈ້ງຫຼີກລ່ຽງການສັນຈອນຊົ່ວຄາວ ຢູ່ຖະໜົນໄກສອນພົມວິຫານ (ປະຕູໄຊ-ຫໍປະຊຸມແຫ່ງຊາດ) ວັນທີ 5-7 ກັນຍາ 2025ນີ້
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 4 September, 2025

เตรียมร่มได้เลย ทั่วไทยฝนเพิ่มขึ้น ตกหนักบางแห่ง

 

 

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ຜູ້ນໍາໃຊ້ລົດ ໃຊ້ຖະຫນົນ ໃນທົ່ວນະຄອນຫຼວງວຽງຈັນ ຮັບຊາບວ່າ ໃນລະຫວ່າງວັນທີ 05-07 ກັນຍາ 2025 ຈະໄດ້ມີການຈັດງານ ເທດສະການຄ້າລາວ ຢູ່ທີ່ຫໍປະຊຸມແຫ່ງຊາດ ເຊິ່ງເປັນການຈັດງານລະດັບຊາດປະຈໍາປີ ທີ່ເຕົ້າໂຮມທຸກພາກສ່ວນໃນ ຂະແໜງການຄ້າຄໍາ ແລະ ປິ່ນອ້ອມ ເພື່ອຊຸກຍູ້ສົ່ງເສີມໃຫ້ຂະແຫນງການອຸດສາຫະກໍາຄໍາລາວ ເຕີບໃຫຍ່ຂະຫຍາຍຕົວ.

 

 

ສະນັ້ນ, ເພື່ອອໍານວຍຄວາມສະດວກໃຫ້ແກ່ການສັນຈອນ ແລະ ຮັບປະກັນຄວາມປອດໄພໃນການຈັດງານ ເທດສະການດັ່ງກ່າວ ຈຶ່ງຂໍຮຽກຮ້ອງມາຍັງ ຜູ້ນໍາໃຊ້ລົດໃຊ້ຖະໜົນ ໃນທົ່ວນະຄອນຫຼວງວຽງຈັນ ຖ້າບໍ່ຈໍາເປັນແມ່ນ ໃຫ້ຫຼີກລ້ຽງການສັນຈອນ ຢູ່ຖະໜົນໄກສອນພົມວິຫານ ເລີ່ມແຕ່ ປະຕູໄຊ ຫາ ຫໍປະຊຸມແຫ່ງຊາດ ໃນຊ່ວງໄລຍະວັນ ຈັດງານເທດສະການດັ່ງກ່າວ ຫຼື ສາມາດນໍາໃຊ້ເສັ້ນທາງເວັ້ນດັ່ງນີ້:

 

 

1. ຜູ້ນໍາໃຊ້ລົດໃຊ້ຖະຫນົນ ຢູ່ເຂດເມືອງສີສັດຕະນາກ ແລະ ເມືອງໄຊເສດຖາ ທີ່ມີຈຸດປະສົງໄປດົງໂດກ ຫຼື ສະຖານທີ່ ທີ່ຈໍາເປັນຕ້ອງໃຊ້ເສັ້ນທາງໄກສອນພົມວິຫານ ແມ່ນສາມາດໄປນໍາໃຊ້ເສັ້ນທາງຫົວຂົວ ໄປຫາ ຕະຫຼາດໜອງໜ່ຽງ ອອກໃສ່ເສັ້ນທາງຄູ່ຂະໜານກັບຖະໜົນໄກສອນພົມວິຫານ ອອກໃສ່ ຖະຫນົນ 450 ປີ ແລະ ອອກໃສ່ດົງໂດກ.

 

 

2. ຜູ້ນໍາໃຊ້ລົດໃຊ້ຖະໜົນ ຢູ່ເຂດເມືອງຈັນທະບູລີ ແລະ ເມືອງສີໂຄດຕະບອງ ແມ່ນສາມາດໄປນໍາໃຊ້ ຖະໜົນ 13 ເໜືອ, ຖະໜົນໂພນຕ້ອງ ແລະ ຖະໜົນເຈົ້າອານຸວົງ (ເສັ້ນທາງຫ້ວຍຫົງ) ອອກໃສ່ຕານມີໄຊ ຫາ ດົງໂດກ.

 

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ