jane (9)
ຈີນກະກຽມແບນມືຈັບປະຕູລົດແບບເຊື່ອນທັງຄັນ! ຫຼັງພົບບັນຫາ ແລະ ອັນຕະລາຍ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 8 September, 2025

มือจับประตูแบบซ่อนอันตราย "รีเซ็ตกฎใหม่" ทั้งระบบ จีนย้ำ! ทำได้ แต่ต้องปลอดภัยจริงๆ โลกออนไลน์โวย “ควรทำแบบนี้ตั้งนานแล้ว” - รถใหม่วันนี้ ข่าวรถยนต์ EV ราคารถยนต์ไฟฟ้า และ สันดาป

 

ໃຜທີ່ເຫັນປະຕູລົດຍົນຕ໌ແບບຮຽບໂດຍສະເພາະຄ່າຍລົດຈີນ ຫຼື ລົດຢູໂຣບບາງຄ່າຍ ອາດຈະຕ້ອງຮູ້ວ່າອີກບໍ່ດົນປະຕູເຫຼົ່ານີ້ຈະຫາຍໄປ ເມື່ອລ່າສຸດທາງການຈີນກຳລັງກະກຽມອອກກົດລະບຽບເພື່ອຈັດການກັບສິ່ງທີ່ພວກເຂົາມອງວ່າເປັນຕົວຢ່າງທີ່ຊັດເຈນຂອງບັນຫານີ້ ນັ້ນຄື ມືຈັບປະຕູລົດຍົນຕ໌ແບບເຊື່ອນເກັບໄດ້ທັງຄັນ (Fully Retractable Door Handles) ຫາກກົດໝາຍນີ້ຜ່ານ ອາດສົ່ງຜົນກະທົບເປັນວົງກວ້າງໄປທົ່ວໂລກ

 

ລາຍງານຈາກ Mingjing Pro ລະບຸວ່າຂໍ້ສະເໜີດັ່ງກ່າວມາຈາກກະຊວງອຸດສາຫະກຳ ແລະ ເທັກໂນໂລຊີສານສົນເທດຂອງຈີນ ໂດຍຈະຫ້າມມືຈັບປະຕູແບບເຊື່ອນເກັບໄດ້ທັງຄັນ ແຕ່ຍັງຄົງອະນຸຍາດໃຫ້ໃຊ້ແບບເຊື່ອນໄດ້ບາງສ່ວນໄດ້ ຂໍ້ກຳໜົດສຳຄັນຄື ລົດຍົນທຸກຄັນຈະຕ້ອງມີລະບົບສຳຮອງແບບກົນໄກ ເພື່ອໃຫ້ສາມາດເປີດປະຕູໄດ້ໃນກໍລະນີສຸກດສີນ

 

ນອກຈາກນີ້ທາງ Car News China ລາຍງານວ່າກົດລະບຽບສະບັບສົມບູນອາດປະກາດໃຊ້ໄດ້ພາຍໃນທ້າຍເດືອນກັນຍານີ້ ແລະ ຈະເລີ່ມບັງຄັບໃຊ້ໃນປີ 2027 ເຮັດໃຫ້ຜູ້ຜະລິດມີເວລາກະກຽມຕົວໃນການປັບສາຍການຜະລິດ ເຊີ່ງຄາດວ່າຜູ້ຜະລິດລົດຍົນຫຼາຍລາຍຮູ້ເຖິງການປ່ຽນແປງນີ້ແລ້ວ ແລະ ອາດກຳລັງດຳເນີນການຫາທາງອອກຢູ່

 

 

batch_gac-s7-2026-wallpaper-1

 

 

ບັນຫາຂອງມືຈັບປະຕູແບບລຽບ ຕ້ອງບອກວ່າໃນບັນຫາຂອງມືຈັບປະຕູແບບລຽບສະເໝີກັບຕົວຖັງລົດ ໄດ້ກາຍເປັນຈຸດເດັ່ນຂອງລົດຍົນໄຟຟ້າສະໄໝໃໝ່ ແມ້ຈະເປັນເລື່ອງດີກັບອາກາດພົນລະສາດຂອງລົດ ແຕ່ຂໍ້ມູນຈາກການໃຊ້ງານຈິງເບິ່ງຄືຈະມາຂັດແຍ້ງໃນປະເດັນຫຼັງນີ້

 

ວິສະວະກອນລະບຸວ່າການຫຼຸດແຮງຕ້ານອາກາດຈາກມືຈັບປະຕູແບບຮຽບນັ້ນ ຢູ່ທີ່ພຽງ 0.005-0.01 Cd ເຊິ່ງຊ່ວຍປະຢັດພະລັງງານໄດ້ປະມານ 0.6 kWh ຕໍ່ 100 ກມ. ເທົ່ານັ້ນ ເຊິ່ງຖືເປັນປະລິມານທີ່ໜ້ອຍຫຼາຍ ແລະ ເກືອບຈະບໍ່ມີປັດໄຈສຳຄັນສຳຫຼັບຜູ້ທີ່ຊາດໄຟທີ່ບ້ານ ໃນຂະນະດຽວກັນ ການເພີ່ມມໍເຕີ ແລະ ກົນໄກທີ່ເຮັດໃຫ້ມືຈັບເຫຼົ່ານີ້ທຳງານໄດ້ ສາມາດເພີ່ມນ້ຳໜັກໃຫ້ກັບຕົວລົດໄດ້ເຖິງ 7-8 ກກ.

 

ແຕ່ສິ່ງທີ່ມີບັນຫາທີ່ເເທ້ຈິງ ແລະ ເກີດຂຶ້ນຫຼາຍຄັ້ງຄື ມີລາຍງານບັນຫາກ່ຽວກັບຄວາມລົ້ມເຫຼວຂອງມືຈັບປະຕູແບບນີ້ຢູ່ບ່ອຍຄັ້ງ ເຊັ່ນ ມໍເຕີແຂງຕົວເຮັດໃຫ້ຜູ້ຂັບຂີ່ຕິດຢູ່ໃນລົດ ຫຼື ຂໍ້ມູນການເກີດການກະແທກທີ່ລະບຸວ່າມືຈັບອາດເສຍຫາຍຫຼາຍກວ່າ 30 ເປີເຊັນ ຫຼັງຈາກການກະແທກດ້ານຂ້າງ ແລະ ເມື່ອເຖິງເວລາຕ້ອງປ່ຽນ ຊິ້ນສ່ວນເຫຼົ່ານີ້ກໍມີລາຄາແພງກວ່າຫຼາຍ

 

 

batch_infiniti-qx80-handle-0_

 

ຢ່າງໃດກໍຕາມຫາກຈີນເດີນໜ້າສັ່ງຫ້າມການໃຊ້ງານມືຈັບປະຕູແບບເຊື່ອນເກັບໄດ້ທັງຄັນຈິງ ຜົນກະທົບອາດລາມໄປເຖິງການອອກແບບມືຈັບປະຕູລົດຍົນທົ່ວໂລກໄດ້ ເນື່ອງຈາກຕະຫຼາດລົດຍົນຂອງຈີນເປັນຕະຫຼາດທີ່ໃຫຍ່ທີ່ສຸດໃນໂລກ ແລະເປັນສ່ວນສຳຄັນໃນແຜນທຸລະກິດຂອງຜູ້ຜະລິດລົດຍົນຈຳນວນຫຼາຍ ການປ່ຽນແປງການອອກແບບເພື່ອໃຫ້ເປັນໄປຕາມກົດລະບຽບຂອງຈີນ

 

ອາດໝາຍເຖິງການທີ່ຜູ້ຜະລິດຕັດສິນໃຈໃຊ້ດີໄຊມືຈັບແບບບໍ່ລຽບສະເໝີກັບຕົວຖັງດຽວກັນນີ້ໃນຕະຫຼາດອື່ນໆ ທົ່ວໂລກນຳ ແຕ່ທັງໝົດຍັງເປັນເລື່ອງໃນອະນາຄົດທີ່ຕ້ອງຕິດຕາມກັນຕໍ່ໄປ

 

ຢ່າງໃດກໍຕາມ ການແບນນີ້ຈະບໍ່ໄດ້ຄອບຄຸມເຖິງມືຈັບປະຕູແບບເຊື່ອນໄດ້ບາງສ່ວນ (Semi-Flush Handles) ເຊິ່ງໝາຍຄວາມວ່າເຮົາອາດຍັງໄດ້ເຫັນມືຈັບປະຕູທີ່ມີກົນໄກເຊື່ອນຢູ່ ແຕ່ຮູບແບບທີ່ຫຼົບຈົນລຽບນຽນໄປກັບຕົວຖັງທັງໝົດ ອາດຈະບໍ່ແມ່ນເທຣນໃນອະນາຄົດອີກຕໍ່ໄປ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 23 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,537
21,814
thailand (1)
THB
657.67
668.85
european-union
EUR
24,229
24,714
china
CNY
2,953
3,012
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 23 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
45,270,000
45,800,000
44,715,000
45,909,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-23T163614.854
ອັດຕະປື ອະນຸມັດໃຫ້ເອກະຊົນສຳປະທານພັດທະນາແຫຼ່ງທ່ອງທ່ຽວ ເຂດອ່າງນໍ້າ ເຂື່ອນເຊກະໝານ 1 ໃຫ້ກາຍເປັນແຫຼ່ງທ່ອງທ່ຽວຄົບວົງຈອນ ໄລຍະເວລາໃນການສຳປະທານ 30 ປີ.
pele - 2025-10-23T155235.940
ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ຈັດກິດຈະກຳສະຫຼອງວັນສາຍຕາໂລກ
jane - 2025-10-23T155744.673
ຂ່າວຕ່າງປະເທດລາຍງານສະຫະລັດສັ່ງຄວໍ່າບາດ 2 ບໍລິສັດນ້ຳມັນໃຫຍ່ໃນຣັດເຊຍ ຫວັງກົດດັນຢຸດຕິສົງຄາມຢູເຄຣນ
jane - 2025-10-23T144715.858
ແຂວງຊຽງຂວາງ ມີຜູ້ເສຍຊີວິດ 4 ຄົນ ຈາກການລັກລອບຂຸດຄົ້ນແຮ່ທາດ ໃນປີ 2025.
jane - 2025-10-23T140047.333
ຮູບພາບບັນຍາກາດການ ປະຖົມນິເທດ ຂອງງານ Dream Car Art Contest 2025-2026 ທີ່ Toyota Square, Parkson ຊັ້ນ 1.
jane - 2025-10-23T132809.890
ມີຂ່າວລືມາວ່າ Manchester United ກຳລັງເລັ່ງໂຕ ໂຣເບີດ ເລວານດອຟສກີ (Robert Lewandowski) ເພື່ອເສີມແນວຮຸກໂດຍບໍ່ມີຄ່າຕົວ - ນັກເຕະເປີດທາງພ້ອມຮ່ວມທັບ
pele - 2025-10-23T110938.092
ຂ່າວດີ! ຈະຜ່າຕັດສົບແຫວ່ງ-ເພດານໂຫວ່ ຟຣີ ທີ່ໂຮງໝໍມະໂຫສົດ
jane - 2025-10-23T105229.163
ຊ່ວງນີ້ໂຈນຊຸມຫລາຍໃນວັນທີ 22 ຕຸລາ 2025 ເຫດໂຈນງັດຮ້ານເພັດແຫ່ງໜຶ່ງຕັ້ງຢູ່ເຂດດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
jane - 2025-10-23T101117.899
ປະເທດຝຣັ່ງ ຍົກລະດັບເຕືອນໄພ ໄຂ້ຫວັດສັດປິກ ເປັນລະດັບສູງ
pele - 2025-10-23T095934.864
ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 23/10/2025
ຢ່າລື່ມກົດຕິດຕາມ