jane (10)
ແກ້ໄຂຄວາມຂ້ອງໃຈ: "ຟ້າຜ່າ" ສາມາດຜ່າຊ້ຳລົງຈຸດເດີມໄດ້ ຫຼື ບໍ່? ຄຳຕອບອາດຈະເຮັດໃຫ້ທ່ານແປກໃຈ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 8 September, 2025

ทำนายฝัน ฝันเห็นฟ้าผ่า ฝันเห็นสายฟ้าผ่า ฝันเห็นฟ้าผ่าเปรี้ยง!

 

 

ຟ້າຜ່າ ເປັນປາກົດການທຳມະຊາດທີ່ທັງໜ້າຕື່ນເຕັ້ນ ແລະ ໜ້າຢ້ານໃນເວລາດຽວກັນ ແຕ່ທ່ານເຄີຍສົງໄສບໍ່ວ່າ ຟ້າສາມາດຜ່າລົງບ່ອນເດີມໄດ້ແທ້ບໍ?

 

ຫຼາຍຄົນມັກໄດ້ຍິນຄຳເວົ້າທີ່ວ່າ “ຟ້າບໍ່ຜ່າບ່ອນເກົ່າສອງຄັ້ງ” ແຕ່ຄວາມຈິງໃນທາງວິທະຍາສາດກັບບອກເລື່ອງອື່ນ ເພາະຟ້າຜ່າສາມາດເລືອກ ເປົ້າໝາຍຊ້ຳ” ໄດ້ຢ່າງຊັດເຈນ ໂດຍສະເພາະວັດຖຸສູງຫຼືເປັນຕົວນຳໄຟຟ້າ

 

ເລື່ອງນີ້ບໍ່ພຽງແຕ່ກ່ຽວຂ້ອງກັບຟິສິກຂອງໄຟຟ້າ ແລະ ອາກາດ ແຕ່ຍັງມີຜົນຕໍ່ຄວາມປອດໄພໃນຊີວິດປະຈຳວັນຂອງພວກເຮົາອີກດ້ວຍ

 

ບົດຄວາມນີ້ຈະພາໄປເຮັດຄວາມເຂົ້າໃຈວ່າຟ້າຜ່າສາມາດຜ່າຊ້ຳບ່ອນເດີມໄດ້ຈິງຫຼືບໍ່? ພ້ອມຕົວຢ່າງຈິງຈາກທົ່ວໂລກ

 

bb

 

ຟ້າຜ່າແມ່ນຫຍັງ?

 

ຟ້າຜ່າ ເກີດຈາກການສະສົມຂອງປະຈຸໄຟຟ້າໃນເມກ ແລະ ພື້ນດິນ ເມື່ອປະຈຸແຕກຕ່າງກັນຫຼາຍຈົນເກີດສະໜາມໄຟຟ້າແຮງສູງ ກະແສໄຟຟ້າຈະຖືກປ່ອຍອອກມາໃນຮູບແບບຂອງຟ້າແມບ ຫຼື ຟ້າຜ່າ

 

ຟ້າຜ່າບໍ່ໄດ້ເກີດແບບສຸ່ມທັງໝົດ ບໍລິເວນທີ່ສູງໆ ເຊັ່ນ ຕຶກສູງ ສະຖານີສົ່ງໄຟຟ້າ ຫຼື ເສົາໂລຫະ ມັກເປັນເປົ້າໝາຍຫຼັກຂອງຟ້າຜ່າ

 

ຟ້າຜ່າສາມາດຜ່າລົງບ່ອນເກົ່າໄດ້ຫຼືບໍ່?

 

ຄຳຕອບແມ່ນ ໄດ້ ຟ້າຜ່າສາມາດຜ່າລົງບ່ອນເກົ່າຊ້ຳໄດ້ຫຼາຍຄັ້ງ ໂດຍສະເພາະວັດຖຸສູງທີ່ເປັນຕົວນຳໄຟຟ້າ ຕົວຢ່າງເຊັ່ນ ຕຶກຟ້າ Burj Khalifa ໃນດູໄບ ຖືກຟ້າຜ່າຫຼາຍກວ່າ 100 ຄັ້ງຕໍ່ປີ ສ່ວນອາຄານສູງອື່ນໆໃນເມືອງໃຫຍ່ກໍເຈົ້າຟ້າຜ່າຊ້ຳເລື້ອຍເຊັ່ນກັນ

 

ເປັນຫຍັງຟ້າຜ່າຈຶ່ງຜ່າຊ້ຳໄດ້?

 

burj-khalifa-lightning

 

  • ຄວາມສູງ ແລະ ໂຄງສ້າງ: ວັດຖຸສູງມີໂອກາດເປັນທາງຜ່ານຂອງກະແສໄຟຟ້າໄດ້ຫຼາຍກວ່າ

 

  • ຄວາມເປັນຕົວນຳໄຟຟ້າ: ໂລຫະ ເຊັ່ນ ເສົາໄຟ ເສົາເຫຼັກ ຫຼື ອາຄານມີໂອກາດຖືກຟ້າຜ່າສູງ

 

  • ສະພາບອາກາດ: ເມກຝົນຫຼື ພາຍຸທີ່ມີປະຈຸໄຟຟ້າສະສົມຫຼາຍ ຈະເຮັດໃຫ້ພື້ນທີ່ເດີມມີຄວາມສ່ຽງຟ້າຜ່າຊ້ຳ

 

ຕົວຢ່າງຈິງຈາກໂລກ

 

ນອກຈາກ Burj Khalifa ແລ້ວສະພານ Golden Gate ແລະ ຕຶກ Empire State ກໍຖືກຟ້າຜ່າຊ້ຳຫຼາຍຄັ້ງທຸກປີ ສະແດງໃຫ້ເຫັນວ່າຟ້າຜ່າບໍ່ໄດ້ເລືອກແບບສຸ່ມເທົ່ານັ້ນ ແຕ່ເລືອກຕາມລັກສະນະທາງຟິສິກຂອງວັດຖຸ

 

djjnsgew4aewd0j

 

 

ຄວາມປອດໄພເມື່ອຢູ່ທ່າມກາງຟ້າຜ່າ

 

  • ຫຼີກເວັ້ນການຢູ່ກາງແຈ້ງໃນຊ່ວງຝົນຟ້າຄະນອງ

 

  • ຢ່າເຂົ້າໃກ້ເສົາໂລຫະ ຕົ້ນໄມ້ສູງ ຫຼື ສິ່ງກໍ່ສ້າງສູງໃນຊ່ວງພາຍຸ

 

  • ຖ້າຢູ່ໃນເຮືອນ ຫຼື ພາຍໃນອາຄານ ຄວນຫຼີກເວັ້ນການສໍາຜັດອຸປະກອນໄຟຟ້າ ແລະ ທໍ່ນ້ຳໂລຫະ

 

ບົດສະຫຼຸບ

 

ເຖິງແມ່ນວ່າຄຳເວົ້າທີ່ວ່າ “ຟ້າບໍ່ຜ່າບ່ອນເກົ່າສອງຄັ້ງ” ຈະຟັງເບິ່ງໜ້າເຊື່ອ ແຕ່ໃນຄວາມຈິງທາງວິທະຍາສາດ ຟ້າຜ່າສາມາດຜ່າຊ້ຳລົງບ່ອນເກົ່າໄດ້ ໂດຍສະເພາະວັດຖຸສູງຫຼືເປັນຕົວນຳໄຟຟ້າ

 

ການເຂົ້າໃຈເລື່ອງນີ້ບໍ່ພຽງແຕ່ຊ່ວຍໃຫ້ພວກເຮົາເຂົ້າໃຈປາກົດການທຳມະຊາດ ແຕ່ຍັງຊ່ວຍເພີ່ມຄວາມປອດໄພໃຫ້ກັບຊີວິດປະຈຳວັນດ້ວຍ

 

 

ฟ้าผ่าใกล้ทำเนียบขาว ดับ 3 ศพ

 

 

ແຫຼ່ງອ້າງອິງ:

 

  • National Weather Service, Lightning Safety Tips

 

  • NASA, Lightning Research

 

  • Weather.com, Facts About Lightning Strikes

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 24 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
656.97
668.14
european-union
EUR
24,150
24,634
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 24 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
45,730,000
46,260,000
45,163,000
46,369,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-24T162031.289
ຈັບຕາເບິ່ງລາຄາທອງຄຳດີດຂຶ້ນ ຫຼັງຕົກລົງແຮງສອງວັນ ຈັບຕາເງິນເຟີ້ ແລະ ການຄວໍ່າບາດ
jane - 2025-10-24T153618.386
ໄລຍະ 9 ເດືອນປີ 2025 ເກັບລາຍຮັບ 13 ຕື້ກວ່າກີບ ດ່ານພາສີສາກົນປາກຕາພານ ມ.ລະຄອນເພັງ ຂ.ສາລະວັນ.
pele - 2025-10-24T152015.139
ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກສສ ຫວຽດນາມ
pele - 2025-10-24T140909.129
ແຈ້ງການມອດ 25,26,28/10/2025
jane - 2025-10-24T141822.033
ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025ໃນຂອບເຂດທົ່ວປະເທດ ເຫັນດີໃຫ້ປ່ຽນສີເຄື່ອງຫມາຍຊາດ
jane - 2025-10-24T135934.304
ຂ່າວຈາກ: BBCລາຍງານວ່າ ທຳນຽບຂາວຢືນຢັນ ປະທານາທິບໍດີໂດນັລ ທຣຳ ຈະພົບກັບ ປະທານາທິບໍດີສີຈິ້ນຜິງຂອງຈີນ ນອກຮອບທ້າຍເດືອນຕຸລານີ້
jane - 2025-10-24T112507.108
ຂ່າວຕ່າງປະເທດລາຍງານປະເທດເອຢິບ ຄົ້ນພົບບໍ່ນໍ້າມັນ ແລະ ອາຍແກ໊ສທຳມະຊາດຫຼາຍແຫ່ງ
jane - 2025-10-24T105214.259
ທີມຊາດລາວ ຢູ່ກຸ່ມ B ແຂ່ງຂັນບານເຕະ ໃນງານມະຫະກຳກິລາຊີເກມ 2025 ທີ່ປະເທດໄທ
pele - 2025-10-24T104749.867
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ
pele - 2025-10-24T091435.209
ໄອສະປອດ ສະໜັບສະໜູນເຄື່ອງນຸ່ງກິລາ 30 ຊຸດ ໃຫ້ທີມເຕະບານຍິງ ນວ
ຢ່າລື່ມກົດຕິດຕາມ