jane (12)
ທ່ານ ຊິເງຣຸ ອິຊິບະ ນາຍົກລັດຖະມົນຕີ ຍີ່ປຸ່ນ ລາອອກຈາກຕຳແໜ່ງ ຫວັງຫລຸດຄວາມຂັດແຍ່ງພາຍໃນພັກ ແລະ ເປີດທາງໃຫ້ເລືອກຫົວໜ້າພັກຄົນໃໝ່
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 9 September, 2025

"อิชิบะ ชิเงรุ" ลาออกนายกฯ ญี่ปุ่น รับผิดชอบแพ้เลือกตั้ง สว.

 

ໃນວັນທີ 7 ກັນຍາ 2025 ທ່ານ ຊິເງຣຸ ອິຊິບະ ນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ຖະແຫລ່ງຂ່າວ ລາອອກຈາກຕຳແໜ່ງ ຫລັງຈາກທີ່ຖືກແຮງກົດດັນພາຍໃນພັກໃນໄລຍະຫລາຍອາທິດທີ່ຜ່ານມາ. ໃນລະຫວ່າງການຖະແຫລ່ງຂ່າວ ທ່ານ ຊິເງຣຸ ອິຊິບະ ກ່າວວ່າ: “ຂ້ອຍຕັດສິນໃຈຢ່າງຍາກລຳບາກທີ່ຈະກ້າວລົງຈາກຕຳແໜ່ງ” ແລະ ກ່າວເພີ່ມເຕີມອີກວ່າ: ຕົນມີຄວາມປາຖະໜາດີຢ່າງແຮງກ້າທີ່ຈະໃຫ້ສະມາຊິກພັກເສລີປະຊາທິປະໄຕ (LDP) ເອົາຊະນະ “ຄວາມແຕກແຍກທີ່ຍາກລຳບາກ” ພາຍໃນພັກໃຫ້ໄດ້.

 

 

ທ່ານ ຊິເງຣຸ ອິຊິບະ ລະບຸວ່າ: ທ່ານເອງໄດ້ພິຈາລະນາເລື່ອງຕຳແໜ່ງນາຍົກລັດຖະມົນຕີມາຕັ້ງແຕ່ການເລືອກຕັ້ງເມື່ອປີທີ່ຜ່ານມາ ແຕ່ເປັນເລື່ອງຂອງການຫາໄລຍະເວລາທີ່ເໝາະສົມ ພ້ອມທັງກ່າວຕື່ມວ່າ ທ່ານຕັດສິນໃຈປະກາດລາອອກໃນຕອນນີ້ເພາະເຫັນວ່າຂໍ້ຕົກລົງເລື່ອງພາສີກັບສະຫະລັດອາເມລິກາ ມີການດຳເນີນການຈົນເກີດຜົນເປັນຮູບປະທຳ.

 

 

ຜ່ານມາ ຍີ່ປຸ່ນ ພະຍາຍາມຕໍ່ສູ້ຍ່າງໜັກເພື່ອບັນລຸຂໍ້ຕົກລົງທາງການຄ້າກັບສະຫະລັດອາເມລິກາ ແລະ ປົກປ້ອງອຸດສາຫະກຳລົດຍົນຂະໜາດໃຫຍ່ຂອງຕົນຈາກພາສີທີ່ສູງ, ໂດຍເມື່ອວັນທີ 4 ກັນຍາ 2025 ປະທານາທິບໍດີ ໂດນັລ ທຣຳ ໄດ້ລົງນາມໃນຄຳສັ່ງຝ່າຍບໍລິຫານເພື່ອບັງຄັບໃຊ້ຂໍ້ຕົກລົງທາງການຄ້າກັບຍີ່ປຸ່ນ ເຊິ່ງລວມເຖິງການເກັບພາສີພື້ນຖານ 15% ຈາກສິນຄ້າສ່ວນຫລາຍຂອງຍີ່ປຸ່ນ ເຊິ່ງຄວບຄຸມໄປເຖິງກຸ່ມລົດຍົນອີກດ້ວຍ.

 

 

ທັງນີ້, ທ່ານ ຊິເງຣຸ ອິຊິບະ ໄດ້ຮຽກຮ້ອງໃຫ້ພັກ LDP ຈັດການເລືອກຕັ້ງຫົວໜ້າພັກສຸກເສີນ ໂດຍຢືນຢັນວ່າຕົນເອງຈະບໍ່ຮ່ວມລົງສະໝັກ ແລະ ຈະຍັງປະຕິບັດໜ້າທີ່ຕໍ່ໄປຈົນກ່ວາຈະມີການເລືອກຜູ້ສືບທອດຕຳແໜ່ງຄົນໃໝ່ໄດ້.

 

 

ຍີ່ປຸ່ນ ເປັນປະເທດທີ່ມີເສດຖະກິດຂະໜາດໃຫຍ່ອັນດັບ 4 ຂອງໂລກ ພົບກັບຄວາມບໍ່ແນ່ນອນທາງການເມືອງນັບຕັ້ງແຕ່ພັກ LDP ສູນເສຍການເປັນຝ່າຍທີ່ມີສຽງຂ້າງຫລາຍ ໃນລັດສະພາຈາກການເລືອກຕັ້ງໃນທ້າຍປີທີ່ຜ່ານມາ ເຊິງຖືເປັນຄັ້ງທຳອິດນັບຕັ້ງແຕ່ປີ 2009 ທີ່ພັກ LDP ສູນເສຍສຽງຂ້າງຫລາຍໃນສະພາ ແລະ ແຮງກົດດັນໄດ້ເພີ່ມຂຶ້ນເມື່ອພັກຮ່ວມລັດຖະບານເຮັດຜົນງານໄດ້ຕຳກວ່າຄາດໝາຍໃນການເລືອກຕັ້ງສະພາສູງເມື່ອເດືອນ ກໍລະກົດ ຜ່ານມາ.

 

 

ການລາອອກຂອງທ່ານ ຊິເງຣຸ ອິຊິບະ ສົ່ງຜົນໃຫ້ຍີ່ປຸ່ນພົບກັບຄວາມປັ່ນປ່ວນທາງການເມືອງ ໂດຍສະຖານະການຄັ້ງນີ້ມີຄວາມຊັບຊ້ອນຫລາຍຂຶ້ນ ເນື່ອງຈາກພັກ LDP ບໍ່ໄດ້ມີສຽງຂ້າງຫລາຍໃນທັງສອງສະພາ ເຮັດໃຫ້ການເລືອກຕັ້ງຫົວໜ້າພັກຄົນໃໝ່ອາດບໍ່ສາມາດຮັບປະກັນໄດ້ວ່າຜູ້ຊະນະຈະໄດ້ຮັບຕຳແໜ່ງນາຍົກລັດຖະມົນຕີຄົນຕໍ່ໄປຂອງຍີ່ປຸ່ນ.

 

"อิชิบะ ชิเงรุ" ลาออกนายกฯ ญี่ปุ่น รับผิดชอบแพ้เลือกตั้ง สว.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ