
ການເປີດໄຟໃສ່ໃນຂະນະນອນຈະຂັດຂວາງການຜະລິດເມລາໂທນິນ (ຮໍໂມນການນອນ) ຂອງຮ່າງກາຍ ເຊິ່ງສົ່ງຜົນໃຫ້ຄຸນນະພາບການນອນຊຸດລົງ ແລະ ສົ່ງຜົນກະທົບຕໍ່ສຸຂະພາບໂດຍລວມ
ຄວນນອນໃນຫ້ອງທີ່ມືດ ຫຼື ປິດໄຟທັງໝົດເພື່ອໃຫ້ຮ່າງກາຍຜະລິດເມລາໂທນິນໄດ້ຢ່າງມີປະສິດທິພາບ
ຫຼາຍຄົນມັກໃນການເປີດໄຟນອນຫຼາຍ ບໍ່ວ່າຈະເປັນເພາະເຫດຜົນຈາກການຢ້ານຄວາມມືດ ຫຼື ເຜີຫຼັບໄປທັງທີ່ຍັງເປີດໄຟຢູ່ ເຊິ່ງໃນໄລຍະສັ້ນອາດບໍ່ໄດ້ສົ່ງຜົນຫຍັງຫຼາຍຕໍ່ສຸຂະພາບ ແຕ່ຫາກເຮັດຈົນເປັນນິໄສອາດເຮັດໃຫ້ກະທົບການນອນຫຼັບ ແລະສຸຂະພາບໃນໄລຍະຍາວໄດ້
ຂໍ້ມູນຈາກໂຮງໝໍຈຸລາລົງກອນ ສະພາກາຊາດໄທ ເປີດເຜີຍວ່າ ການນອນເປີດໄຟເຮັດໃຫ້ການຫຼັ່ງເມລາໂທນິນລຸດລົງ ເຊິ່ງເປັນຮໍໂມນສຳຄັນຕໍ່ການນອນຫຼັບ ລະບົບຄວາມຈຳ ລະບົບເມຕາບໍລິຊຶມ ແລະ ການຄວບຄຸມຄວາມດັນໂລຫິດ ສົ່ງຜົນໃຫ້ນອນຫຼັບບໍ່ດີ ແລະ ອາດສ່ຽງຕໍ່ໂລກອານໄຊເມີ ໂລກອ້ວນ ຄວາມດັນຜິດປົກກະຕິຫາຍໃຈມີສຽງວີດ ສັນຍານຫອບຫືດ ຕ້ອງລະວັງອັນຕະລາຍເຖິງຊີວິດ
“ໂລກສະມາທິສັ້ນໃນຜູ້ໃຫຍ່” ວອກແວກງ່າຍ ມີບັນຫາກັບຄົນອື່ນບໍ່ ຕ້ອງເຊັກ!
ນອກຈາກນັ້ນຍັງມີງານວິໄຈທີ່ຕີພິມໃນວາລະສານ JAMA Internal Medicine ທີ່ສຶກສາໃນຜູ້ຍິງກວ່າ 4 ໝື່ນຄົນ ເລື່ອງການເປີດ ແລະ ປິດໄຟນອນທີ່ອາດສົ່ງຜົນຕໍ່ການເພີ່ມຂຶ້ນຂອງນ້ຳໜັກຕົວ ຫຼັງຈາກການຕິດຕາມໃນໄລຍະ 5 ປີ ພົບວ່າຄົນທີ່ເປີດໄຟນອນມີນ້ຳໜັກເພີ່ມຫຼາຍຂຶ້ນກວ່າຄົນທີ່ປິດໄຟນອນ ໂດຍນ້ຳໜັກເພີ່ມຂຶ້ນເຖິງ 5 ກິໂລກຣາມ ດັ່ງນັ້ນຄວາມສວ່າງຈາກການເປີດໄຟນອນຈຶ່ງມີຄວາມສຳພັນກັບການເພີ່ມຂຶ້ນຂອງນ້ຳໜັກຕົວ
9 ເທັກນິກງ່າຍໆ ຊ່ວຍໃຫ້ທ່ານຫຼັບໄດ້ງ່າຍຂຶ້ນ
- ອອກກຳລັງກາຍຊ່ວງແລງ 30 ນາທີ ໃນຊ່ວງ 4-6 ຊົ່ວໂມງກ່ອນນອນ
- ກິນກ້ວຍຫອມ ເພາະຜິວຂອງກ້ວຍຫອມມີฤທທິ໌ເໝືອນຢານອນລຽງ ແລະ ມີກົດອະມິໂນທີ່ຊື່ວ່າ ທຣິບໂຕຟານ (Tryptophan) ເຊິ່ງຈະປ່ຽນເປັນສານເຊໂຣໂທນິນ (Serotonin) ຊ່ວຍໃຫ້ງ່ວງນອນ ຮູ້ສຶກຄ່າຍຄຣຽດ ຄ່າຍກັງວົນ ແລະ ເຮັດໃຫ້ຫຼັບສະບາຍ
- ຫຼີກເວັ່ນອາຫານໜັກ ແລະ ອາຫານລົດຈັດກ່ອນນອນ ເພາະຮ່າງກາຍຕ້ອງໃຊ້ເວລາ 2-3 ຊົ່ວໂມງໃນການຍ່ອຍອາຫານ
- ຫຼີກເວັ່ນການດື່ມກາເຟ ແອລກໍຮໍ ຫຼື ເຄື່ອງດື່ມກະຕຸ້ນປະສາດ 4-6 ຊົ່ວໂມງກ່ອນນອນ
- ຜ່ອນຄາຍຮ່າງກາຍ ແລະ ຈິດໃຈ ດ້ວຍການອາບນ້ຳອຸ່ນກ່ອນນອນ ຟັງເພງເບົາໆ ສວດມົນສູດສາທະນາ ຫຼື ການນັ່ງສະມາທິ
- ຈັດລະບຽບຫ້ອງນອນແລະກຳຈັດສິ່ງລົບກວນ ດ້ວຍການປິດໄຟ ແລະ ອຸປະກອນໄຟຟ້າຕ່າງໆ ເພື່ອໃຫ້ມີບັນຍາກາດມືດທີ່ສຸດເທົ່າທີ່ຈະເຮັດໄດ້ ເພື່ອໃຫ້ຮ່າງກາຍເກີດການສ້າງເມລາໂທນິນ (Melatonin) ເຊິ່ງເປັນຮໍໂມນງ່ວງ ທີ່ຮ່າງກາຍຫຼັ່ງຕາມປົກກະຕິ ເມື່ອເຖິງເວລານອນ
- ຫຼີກເວັ່ນການສູບຢາ (Active smoker) ລວມເຖິງຢູ່ໃກ້ຄວັນຢາສູບ(Passive smoker) ເພາະສານນິໂຄຕິນ (Nicotine) ຈະເຮັດໃຫ້ລຽງຍາກ ລຽງບໍ່ສະນິດ ຕື່ນບໍ່ ແລະ ຝັນຮ້າຍ ຈາກຜົນການກະຕຸ້ນລະບົບປະສາດຂອງສານນິໂຄຕິນ
- ພະຍາຍາມກຳໜົດເວລາເຂົ້ານອນໃຫ້ເປັນເວລາ ໂດຍພະຍາຍາມນອນກ່ອນ 5 ໂມງແລງ ແລະ ຕື່ນກ່ອນ 6 ໂມງເຊົ້າ ເນື່ອງຈາກຮໍໂມນທີ່ເລັ່ງການເຈີນເຕີບໂຕ ແລະ ຮໍໂມນທີ່ຊ່ວຍຊ່ອມແຊມຮ່າງກາຍຫຼັ່ງຫຼາຍທີ່ສຸດໃນຊ່ວງກາງດຶກ ຄື 23.00-04.00 ນ. ດັ່ງນັ້ນຊ່ວງເວລາດັ່ງກ່າວຄວນຫຼັບສະນິດເພື່ອໃຫ້ຮ່າງກາຍໄດ້ສ້ອມແຊມຕົວເອງເຕັມທີ່
- ເມື່ອຫຼັງຕື່ນນອນທຸກວັນ ຄວນໃຫ້ຜິວໜັງໄດ້ໂດນແສງແດດຍາມເຊົ້າ ເພື່ອໃຫ້ຮ່າງກາຍໄດ້ສັງເຄາະວິຕາມິນດີຢ່າງພຽງພໍ ແລະ ການໄດ້ຮັບແສງແດດຍາມເຊົ້າທຸກໆວັນ ວັນລະ 5-10 ນາທີ ຊ່ວຍເຮັດໃຫ້ການນອນລຽງຕອນກາງຄືນເປັນການລຽງທີ່ສະນິດແລະມີຄຸນນະພາບ ອີກທັງວິຕາມິນດີຍັງເປັນສານຕ້ານອະນຸມູນອິສຣະຕາມທຳມະຊາດ ຊ່ວຍປ້ອງກັນໂລກ ແລະ ຊ່ວຍໃຫ້ເຮົາຮູ້ສຶກສົດຊື່ນຕະຫຼອດວັນອີກດ້ວຍ
ການນອນເປັນຊ່ວງເວລາເຖິງປະມານ 1 ໃນ 3 ຂອງຊີວິດ ການນອນຈຶ່ງເປັນສິ່ງສຳຄັນ ບໍ່ເພາະຈຳນວນຊົ່ວໂມງ ຫຼື ຊ່ວງເວລາຂອງການນອນເທົ່ານັ້ນທີ່ສຳຄັນ ຄຸນນະພາບຂອງການນອນທີ່ດີເປັນສິ່ງທີ່ສຳຄັນທີ່ສຸດ ການນອນທີ່ດີ ຕ້ອງລຽງສະນິດ ບໍ່ຕື່ນກາງເດິກ ຕື່ນມາແລ້ວຕ້ອງບໍ່ງ່ວງນອນລະຫວ່າງວັນ ສະໝອງ ແລະ ລະບົບປະສາດຕ້ອງຕື່ນຕົວແລະພ້ອມເຮັດວຽກຢູ່ສະເໝີ ຫາກມີບັນຫາຄວນຮີບປຶກສາແພດເພື່ອວາງແຜນການຮັກສາ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 656.97 | 668.14 |
EUR | 24,150 | 24,634 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 45,730,000 | 46,260,000 |
![]() | 45,163,000 | 46,369,000 |














