jane (16)
ສານໄທ ຕັດສິນໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ຈຳຄຸກ 1 ປີ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 9 September, 2025

9ก.ย.ทักษิณ คุก-ไม่คุก? เปิด3สูตรแนวคำสั่งศาลฎีกา

 

ສານໄທ ຕັດສິນໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ຈຳຄຸກ 1 ປີ ຄະດີການຮັກສາຕົວຢູ່ຊັ້ນ 14 ໂຮງໝໍຕຳຫລວດ

 


ວັນທີ 9 ກັນຍາ 2025 ສານດີກາ (ໄທ) ອ່ານຄຳສັ່ງໄຕ່ສວນບັງຄັບໂທດ ຕັດສິນ ໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີຂອງໄທ ກັບຄືນໄປຮັບໂທດດ້ວຍການຈຳຄຸກ 1 ປີ ໃນຄະດີການເຂົ້າຮັກສາປິ່ນປົວຢູ່ຊັ້ນ 14 ໂຮງໝໍຕຳຫລວດ

 

ວັນນີ້ (9 ກ.ຍ.) ເມື່ອເວລາ 09.30 ທ່ານ ທັກສິນ ຊິນນະວັດ  ເດີນທາງມາເຖິງສານສູງສຸດ ດ້ວຍສີໜ້າຍິ້ມແຍ້ມ ພ້ອມດ້ວຍລູກສາວ ນ.ສ.ແພທອງທາ ຊິນວັດ ອະດີດນາຍົກລັດຖະມົນຕີ ແລະ ສາມີ ນ.ສ.ພິນທອງທາ ຊິນວັດ ຄຸນາກອນວົງ ແລະສາມີ ລວມທັງ ວິນຍັດ ຊາຕິມົນຕີ ທະນາຍຄວາມ ເດີນທາງຮ່ວມຄະນະມາດ້ວຍ ເຊິ່ງ ທັກສິນ ຊິນນະວັດ ໄດ້ໂບກມືທັກທາຍມວນຊົນທີ່ມາໃຫ້ກຳລັງໃຈ

 

ໃນວັນນີ້ ສານຈະມີຄຳສັ່ງຊີ້ຂາດວ່າເຫດການຄະດີຊັ້ນ 14 ດັ່ງກ່າວ ຖືວ່າມີການບັງຄັບໂທດບໍ່ເປັນໄປຕາມຄຳພິພາກສາ ຫຼື ຂັດຕໍ່ກົດໝາຍ ຫຼື ບໍ່ ແລະ ຈະມີຄຳສັ່ງ ຫຼື ແນວທາງການດຳເນີນການໃດຕໍ່ໄປຕາມຜົນການວິນິດໄສ

 

ຫຼ້າສຸດ ເມື່ອເວລາ 10.00  ສານສູງສຸດຜະແນກຄະດີອາຍາຂອງຜູ້ດຳລົງຕຳແໜ່ງທາງການເມືອງພິພາກສາວ່າ ກະບວນການສົ່ງຕົວ ທ່ານ ທັກສິນ ຊິນວັດ ອະດີດນາຍົກລັດຖະມົນຕີ ໄປຮັກສາຕົວທີ່ໂຮງໝໍຕຳຫຼວດ ເປັນກະບວນການທີ່ບໍ່ຊອບທຳດ້ວຍກົດໝາຍ ເຮັດໃຫ້ສານສັ່ງໃຫ້ປະຕິບັດຕາມຄຳສັ່ງທຳອິດ ຄື ຈຳຄຸກເປັນເວລາ 1 ປີ ໂດຍຈະນຳໂຕເຂົ້າເຮືອນຈຳໃນວັນນີ້ທັນທີ

 

ກ່າວມາດັ່ງນີ້ ການພິພາກສາໃນຄັ້ງນີ້ຂອງສານສູງສຸດ ບໍ່ແມ່ນການຕັດສິນຄວາມຜິດຂອງທັກສິນແຕ່ຢ່າງໃດ ເນື່ອງຈາກສານມີຄຳພິພາກສາຄວາມຜິດຂອງທັກສິນໄປຮຽບຮ້ອຍແລ້ວກ່ອນໜ້າ ໂດຍຕ້ອງຄຳພິພາກສາລົງໂທດຈຳຄຸກ 8 ປີ ແລະ ໃນເວລາຕໍ່ມາໄດ້ຮັບການພະຣາຊະທານອະໄພໂທດເຫຼືອ 1 ປີ ເມື່ອວັນທີ 31 ສິງຫາຄົມ 2566.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ