ຂປລ. ກອງປະຊຸມເຜີຍແຜ່ຜົນການວິເຄາະກ່ຽວກັບ “ການເປັນຕົວແທນຂອງເພດຍິງ ແລະ ຄວາມສະເໝີ ພາບຍິງ-ຊາຍໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ” ຈັດຂຶ້ນໃນວັນທີ 9 ກັນຍາ 2027 ຢູ່ສະພາ ແຫ່ງຊາດ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການຍຸຕິທຳ, ປະທານ ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ເພດຍິງ ແລະ ທ່ານ ນາງ ການນິ ວິຍາຣາຈາ(Kanni Wignaraja) ຜູ້ຊ່ວຍເລຂາທິການໃຫຍ່, ຜູ້ອໍານວຍການພາກພື້ນອາຊີ-ປາຊີຟິກ, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP), ມີທ່ານ ນາງ ມາຕິນ ເທເຣີ ຜູ້ຕາງໜ້າ UNDP ປະຈໍາລາວ, ມີກຳມະການຄະນະປະຈໍາ ແລະ ຮອງປະ ທານກຳມາທິການ ສພຊ, ຮອງປະທານສະພາປະຊາຊົນແຂວງ (ສພຂ) ຫົວພັນ ແລະ ສາລະວັນ, ສສຊ ເພດຍິງ ປະຈໍາຢູ່ນະຄອນຫລວງວຽງຈັນ, ຜູ້ຕາງໜ້າຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການຕ່າງປະ ເທດ, ກະຊວງການເງິນ, ສະຖານທູດ, ອົງການຈັດຕັ້ງສາກົນ, ການຈັດຕັ້ງທາງສັງຄົມ, ຫົວໜ້າ-ຮອງຫົວໜ້າກົມ ພາຍໃນສະພາແຫ່ງຊາດ ເຂົ້າຮ່ວມ.
ທ່ານ ນາງ ທຸມມາລີ ວົງພະຈັນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ເພື່ອກະກຽມສະຫລຸບຕີລາຄາ ການປະຕິ ບັດບັນດາຄາດໝາຍດ້ານຕ່າງໆທີ່ກໍານົດໄວ້ ໄລຍະປີ 2021-2025. ໃນນັ້ນ, ມີ 4 ຄາດໝາຍດ້ານບົດບາດຍິງ-ຊາຍ ເຊິ່ງເປັນການຜັນຂະຫຍາຍເປົ້າໝາຍການພັດທະນາແບບຍືນຍົງ (SDG) ທີ 5 “ຄວາມສະເໝີພາບຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ, ໄວໜຸ່ມຍິງ” ກໍຄື ແຜນດໍາເນີນງານ ແລະ ແຜນປະຕິບັດງານ ວ່າດ້ວຍການ ສົ່ງເສີມການມີສ່ວນຮ່ວມທາງການເມືອງ ແລະ ຄວາມເປັນຜູ້ນໍາຂອງເພດຍິງ (WPPL 2024-2030) ຂອງສະມາ ຊິກລັດຖະສະພາລະຫວ່າງຊາດອາຊຽນ ແລະ ມະຕິວ່າດ້ວຍການສົ່ງເສີມລັດຖະສະພາ ທີ່ເອົາໃຈໃສ່ບົດບາດຍິງ-ຊາຍ ເພື່ອປະຊາຄົມອາຊຽນທີ່ເຂັ້ມແຂງ, ເຊື່ອມຈອດ ແລະ ກວມລວມ ທີ່ຖືກຮັບຮອງເອົາຢູ່ໃນກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບໃນປີ 2024 ໃຫ້ເປັນຮູບປະທໍາ.
ກອງປະຊຸມ ໄດ້ຮັບຟັງຄວາມເປັນມາຂອງການວິເຄາະສະພາບດ້ານບົດບາດຍິງ-ຊາຍ ແລະ ນຳສະເໜີຜົນ ການວິເຄາະກ່ຽວກັບການເປັນຕົວແທນຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍ ໃນ ສພຊ ແລະ ສພຂ ເພື່ອ ເປັນຂໍ້ມູນໃຫ້ແກ່ການກະກຽມໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເຊິ່ງຈະດໍາເນີນໃນຕົ້ນປີ 2026 ໃຫ້ເພດຍິງ ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາ ບັນລຸຄາດໝາຍ 30% ຂຶ້ນໄປ ແລະ ເປັນການເຜີຍ ແຜ່ຜົນການຄົ້ນຄວ້າ ແລະ ການນໍາໃຊ້ຂໍ້ມູນດັ່ງກ່າວຢ່າງເປັນທາງການ.
ຈາກນັ້ນ, ກໍໄດ້ຮ່ວມກັນປະກອບຄໍາເຫັນ ເພື່ອເປັນກໍາລັງແຮງໃຫ້ແກ່ຄະນະ ສສຊ ເພດຍິງ ກໍຄື ສພຊ ແລະ ສພຂ ເພື່ອສູ້ຊົນໃຫ້ບັນລຸຄາດໝາຍດ້ານບົດບາດ ຍິງ-ຊາຍ.
ຂ່າວ: ອາລິນ ສຸພິມມະປະດິດ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |