jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 10 September, 2025

อาจเป็นรูปภาพของ 1 คน และ ข้อความ

 

ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ ພາຍໃຕ້ຄໍາຂັວນ: ຍົກສູງບົດບາດການນໍາພາຂອງພັກເຂົ້າໃນວຽກງານບໍລິຫານສານ-ບໍລິຫານຄະດີໃນໄລຍະໃໝ່ ເພື່ອໃຫ້ສານປະຊາຊົນມີການພັດທະນາຢ່າງບໍ່ຢຸດຢັ້ງ​ໃນວັນທີ 10 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາ​ຊົນ​ສູງ​ສຸດແຫ່ງ ສປປ ລາວ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

ກອງ​ປະຊມ​​ໃຫຍສະມາຊກພກ ຄງ​ທ V ອງຄະ​ນະພກສາ​ນປະຊາຊນ​ສງ​ສດ - image 1

 

ສະຫາຍ ນາງ ວຽງທອງ ສີພັນດອນ ໄດ້ກ່າວເປີດກອງປະຊຸມ ແລະ ຜ່ານຮ່າງບົດລາຍງານການເມືອງຂອງຄະນະບໍລິຫານງານພັກສະໄໝທີ IV (2021-2025) ຍົກໃຫ້ເຫັນຜົນງານໃນໄລຍະ 5 ປີຜ່ານມາແຫ່ງການ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກສານປະຊາຊົນສູງສຸດ ເຖິງວ່າຈະມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ, ແຕ່ດ້ວຍການນໍາພາຂອງອົງຄະນະພັກ ແລະ ຄວາມບຸກບືນເປັນເຈົ້າການນໍາໜ້າຂອງສະມາຊິກພັກ ເຮັດໃຫ້ສານປະຊາຊົນຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ສາມາດຍາດໄດ້ຜົນງານໃຫຍ່ຫຼວງໃນແຕ່ລະດ້ານ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

 

ບັນດາສະຫາຍຄະນະພັກ, ຄະນະໜ່ວຍພັກ, ກົມ, ຫ້ອງການ, ສະຖາບັນຝຶກອົບຮົມ, ບັນດາຄະນະສານ, ອົງການຈັດຕັ້ງມະຫາຊົນ ຕະ ຫຼອດຮອດສະມາຊິກພັກ ພະນັກງານທຸກຄົນໃນທົ່ວສານປະຊາຊົນສູງສຸດ, ໄດ້ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບວຽກງານ 3 ສ້າງ ແລະ ປະຕິບັດ 5 ແຜນງານ 21 ໂຄງການ ທີ່ຄະນະພັກວາງອອກ. ໄດ້ມີການປັບປຸງ, ປ່ຽນແປງ ແລະ ຂະຫຍາຍດ້ານການຈັດຕັ້ງ ແລະ ບຸກຄະລາກອນເປັນກ້າວໆມາ, ການຕັດສິນຄະດີມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຍຸຕິທໍາເທື່ອລະກ້າວ ເຮັດໃຫ້ສານປະຊາຊົນໄດ້ຮັບຄວາມເຄົາລົບນັບຖື, ໄດ້ຮັບຄວາມໄວ້ວາງໃຈຈາກພັກ-ລັດ ປະຊາຊົນນັບມື້ສູງຂຶ້ນ.

 

ສະແດງອອກ 5 ປີຜ່ານມາ ຄະດີເຂົ້າມາສານທຸກຂັ້ນມີ 35,068 ເລື່ອງ, ແກ້ໄຂ 31,937 ເລື່ອງ ເທົ່າກັບ 91,07% ທຽບໃສ່ມະຕິກອງປະ ຊຸມໃຫຍ່ຄັ້ງທີ IV ປະຕິບັດໄດ້ລື່ນຄາດໝາຍທີ່ວາງໄວ້ 85%. ຄະດີຍັງຄ້າງ 3,131 ເລື່ອງ. ປັດຈຸບັນອົງຄະນະພັກສານປະຊາຊົນສູງສຸດ ມີຄະນະບໍລິຫານງານພັກ 10 ສະຫາຍ ຍິງ 3 ສະຫາຍ ມີ 14 ໜ່ວຍພັກຮາກຖານຂຶ້ນກັບ, ມີສະມາຊິກພັກທັງໝົດ 224 ສະຫາຍ ຍິງ 90 ສະຫາຍ, ສະມາຊິກພັກສຳຮອງ 5 ສະຫາຍ ຍິງ 3 ສະຫາຍ, ທຽບໃສ່ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກສານປະຊາຊົນສູງສຸດສະໄໝທີ IV ເພີ່ມຂຶ້ນ 62 ສະຫາຍ ເທົ່າກັບ 28,70 %.

 

ກອງປະຊຸມໄດ້ຜ່ານບົດສະຫຼຸບການຊີ້ນຳ-ນໍາພາຂອງອົງຄະນະພັກສານປະຊາຊົນສູງສຸດ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກສານປະຊາຊົນສູງສຸດໃນ 5 ປີກວ່າທີ່ຜ່ານມາ, ພ້ອມທັງວາງທິດທາງແຜນການໃນ 5 ປີຕໍ່ໜ້າ. ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກສານປະຊາຊົນສູງສຸດຊຸດໃໝ່.

 

ກອງ​ປະຊມ​​ໃຫຍສະມາຊກພກ ຄງ​ທ V ອງຄະ​ນະພກສາ​ນປະຊາຊນ​ສງ​ສດ - image 2

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ