jane (22)
ເບິ່ງດວງການງານ-ເງິນ ແລະ ຄວາມຮັກຄົບຈົບປະຈຳວັນທີ 11 ກັນຍາ 2025 ໄດ້ແລ້ວ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 11 September, 2025

4ราศีดวงความรักเด่นพิเศษ ใครโสดได้เจอคู่แท้นำโชค ใคร

 

ດວງສຳລັບຄົນເກີດວັນອາທິດ

 

  • ການງານ-ການເງິນ: ຜົນຈາກການທຸ່ມເທວຽກງານເຕັມທີ່ ເຮັດໃຫ້ທ່ານມີໂອກາດໄດ້ຮັບຄຳຊົມເຊີຍຈາກເຈົ້ານາຍ ນອກຈາກນັ້ນຍັງມີເກນ ໄດ້ໄປ ສຳມະນາ ຫຼື ອອກງານສັງຄົມ ດ້ານການເງິນ ໃຊ້ເງິນຟຸມເຟືອຍ ຈົນໝຸນເງິນບໍ່ທັນໃນຕອນຫຼັງ

 

  • ຄວາມຮັກຄົນໂສດ: ຈະມີຄົນແຫ່ມາເອົາໃຈ ຈົນເລືອກລົມບໍ່ຖືກ ຈົນທ່ານປະຫຼາດໃຈແຕ່ກໍມີຄວາມສຸກດ້ວຍ

 

  • ຄວາມຮັກຄົນມີຄູ່: ຈະໄດ້ຄວງແຂນແຟນອອກງານ ທ່ານຮູ້ສຶກດີທີ່ໄດ້ເປັນທີ່ຍອມຮັບໃນສັງຄົມແຟນ ຮູ້ສຶກວ່າແຟນໃຫ້ກຽດທ່ານດີ

 

ດວງສຳລັບຄົນເກີດວັນຈັນ

 

  • ການງານ-ການເງິນ: ວັນນີ້ຈະມີໂອກາດເຮັດວຽກຮ່ວມກັນເປັນກຸ່ມ ມີການລິເລີ່ມເຮັດວຽກທີ່ສຳຄັນ ແຖມທ່ານໂຊກຍັງດີ ຈະໄດ້ໂຊກລາບກັບຄົນຮອບຂ້າງອີກດ້ວຍ

 

  • ຄວາມຮັກຄົນໂສດ: ຍັງຕ້ອງເຈັບຈາກການແອບຮັກຂ້າງດຽວຕໍ່ໄປ ແຖມເຂົາຍັງບໍ່ມີທ່າທີຈະຫັນມາສົນໃຈທ່ານດ້ວຍ

 

  • ຄວາມຮັກຄົນມີຄູ່: ແຟນຈະເຮັດຕົວຜິດນັດ ຫຼື ປ່ຽນແຜນກະທັນຫັນ

 

ດວງສຳລັບຄົນເກີດວັນອັງຄານ

 

  • ການງານ-ການເງິນ: ເຖິງແມ່ນວ່າຈະເຈົ້າອຸປະສັກ ແຕ່ດີທີ່ທ່ານຈະສາມາດແກ້ໄຂບັນຫາໃຫ້ຜ່ານໄປໄດ້ດ້ວຍດີ ມີເກນໄດ້ຮັບຄຳຊົມຈາກຄົນຮອບຂ້າງ ນອກນັ້ນໃຜທີ່ການເງິນຕິດຂັດ ກໍຈະດີຂຶ້ນ ມີຄົນເຂົ້າມາຊ່ວຍເຫຼືອ

 

  • ຄວາມຮັກຄົນໂສດ: ມີເກນເຈິເນື້ອຄູ່ ແບບຖືກໃຈໃຊ່ເລີຍ ເຂົາຈະເຂົ້າມາໂດຍມີແມ່ສື່ແນະນຳໃຫ້ຮູ້ຈັກ

 

  • ຄວາມຮັກຄົນມີຄູ່: ທ່ອງທ່ຽວດ້ວຍກັນ ຫຼື ວາງແຜນໄປເຮັດກິດຈະກຳໃໝ່ໆ ຄວາມສຳພັນຈຶ່ງໜຽວແໜ້ນຂຶ້ນ

 

ດວງສຳລັບຄົນເກີດວັນພຸດ

 

  • ການງານ-ການເງິນ: ວຽກງານກໍເດັ່ນບໍ່ແພ້ກັນ ຈະມີຊື່ສຽງຈາກການເຮັດວຽກ ໄດ້ໄປເຮັດວຽກທີ່ຕົວເອງມັກ ມີໂອກາດສະເຫຼີມສະຫຼອງໄຊຊະນະທີ່ເກີດຂຶ້ນ ຍິນດີດ້ວຍ ການເງິນ ຈະມີໂຊກການເງິນ ໄດ້ເງິນເຂົ້າມາສົມປາດຖະໜາ

 

  • ຄວາມຮັກຄົນໂສດ: ໂຊກຊະຕາເຂົ້າຂ້າງ ຈະມີໂອກາດເຈົ້າເນື້ອຄູ່ ໂດຍອີກຝ່າຍຈະເປັນຝ່າຍເຂົ້າຫາທ່ານກ່ອນ

 

  • ຄວາມຮັກຄົນມີຄູ່: ຄວາມສຳພັນດີຂຶ້ນເລື້ອຍໆ ຈະໄດ້ຂອງກຳນັນຈາກແຟນ ຫຼື ແຟນພາໄປທ່ຽວ

 

ດວງສຳລັບຄົນເກີດວັນພຸດກາງຄືນ

 

  • ການງານ-ການເງິນ: ເຈົ້ານາຍປຸ້ມທ່ານເປັນພິເສດ ແຖມວາງໃຈໃຫ້ທ່ານຮັບຜິດຊອບວຽກງານສຳຄັນອີກຕ່າງຫາກ ເຮັດເອົາເພື່ອນຮ່ວມງານອິດາເລີຍ ສ່ວນການເງິນ ຈັບຈ່າຍຄ່ອງມືຫຼາຍຂຶ້ນ

 

  • ຄວາມຮັກຄົນໂສດ: ຈະໄດ້ເຈົ້າຮັກໃໝ່ໃນງານລຽ້ງສັງສັນ ເຈົ້າແລ້ວປິ້ງກັນທັນທີ ໂດຍຄົນຮອບຂ້າງຈະຊ່ວຍເປັນແມ່ສື່

 

  • ຄວາມຮັກຄົນມີຄູ່: ແຟນແອບຫຶງທ່ານບໍ່ແມ່ນນ້ອຍ ເພາະທ່ານເປັນດາວເດັ່ນ ໄປໃສກໍມີແຕ່ຄົນໃຫ້ຄວາມສົນໃຈ

 

ດວງສຳລັບຄົນເກີດວັນພະຫັດ

 

  • ການງານ-ການເງິນ:  ໂອກາດໄດ້ເຮັດວຽກໃໝ່ໆ ທີ່ທ້າທາຍກວ່າເດີມ ແຖມໄດ້ຮັບການຍົກຍ້ອງຈາກຄົນຮອບຂ້າງດ້ວຍ ເຮັດໃຫ້ທ່ານເຮັດວຽກຢ່າງມີຄວາມສຸກຫຼາຍຂຶ້ນ ນອກຈາກນັ້ນ ຈະມີໂຊກຈາກຜູ້ໃຫຍ່ເຂົ້າມາ

 

  • ຄວາມຮັກຄົນໂສດ:  ພົບຮັກໃໝ່ກະທັນຫັນ ແຕ່ຄົນຮອບຂ້າງບໍ່ຄ່ອຍເຫັນດ້ວຍ ເພາະຄິດວ່າອີກຝ່າຍຍັງບໍ່ເໝາະກັບທ່ານເທົ່າໃດ

 

  • ຄວາມຮັກຄົນມີຄູ່:  ລະວັງເຈົ້າມືທີ່ສາມມາເຮັດໃຫ້ຮັກທ່ານສັ່ນຄອນ ຫຼື ເຮັດໃຫ້ແຟນທ່ານປ່ຽນໄປ

 

ດວງສຳລັບຄົນເກີດ ວັນສຸກ

 

  • ການງານ-ການເງິນ:  ມີເກນໄດ້ລາບຈາກການເຮັດວຽກ ແລະ ເຈົ້ານາຍຍົກຍ້ອງ ນອກຈາກນັ້ນ ລາຍຈ່າຍເຍີ້ຍເຫຼືອເກີນ ມີເງິນເຂົ້າມາເທົ່າໃດກໍໝົດ ລະວັງມີເກນທະເລາະກັນດ້ວຍເລື່ອງບໍ່ເປັນເລື່ອງ

 

  • ຄວາມຮັກຄົນໂສດ:  ມີເກນເຈົ້າຄົນຖືກໃຈໃນງານສັງຄົມ ຮູ້ສຶກວ່າເຂົາອາດເປັນຄົນທີ່ທ່ານເຝົ້າລໍມານານ

 

  • ຄວາມຮັກຄົນມີຄູ່:  ຊວນກັນທ່ຽວ ເຖິງແມ່ນເຈົ້າເລື່ອງຜິດແຜນບ້າງ ແຕ່ກໍຈະປັບຄວາມເຂົ້າໃຈກັນໄດ້ ກັບມາຫວານໄດ້ອີກ

 

ດວງສຳລັບຄົນເກີດ ວັນເສົາ

 

  • ການງານ-ການເງິນ:  ມີເກນປວດຫົວເລື່ອງບໍລິວານຫຼືຄົນໃກ້ຕົວ ເພາະເຂົາທິ້ງບັນຫາໄວ້ ຈົນທ່ານເດືອດຮ້ອນຕາມໄປດ້ວຍ ສ່ວນການເງິນ ມີເກນໃຊ້ເງິນກະທັນຫັນ ຈຶ່ງຄວນສຳຮອງເງິນໃຊ້ຈ່າຍໃຫ້ດີໆ

 

  • ຄວາມຮັກຄົນໂສດ: ມົວແຕ່ເສຍເວລາປຸ້ມຄົນມີເຈົ້າຂອງແລ້ວ ຈົນບໍ່ຍອມມອງຄົນອື່ນບ້າງເລີຍ ມີຄົນແອບມອງທ່ານຢູ່ນະ

 

  • ຄວາມຮັກຄົນມີຄູ່:  ເຖິງແຟນຈະເອົາໃຈ ແຕ່ທ່ານກໍຮູ້ວ່າແອບເຈົ້າຊູ້ໃສ່ຄົນອື່ນ ເລີຍຕ້ອງຕາມຕິດເຂົາເປັນເງົາຕາມຕົວ

 

 

แนวทางเลขเด่น 1 ก.ค. 2568 12 ราศีโชคลาภชัด เสี่ยงโชคที่ไหนดี?

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 21 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,536
21,813
thailand (1)
THB
660.47
671.37
european-union
EUR
24,193
24,678
china
CNY
2,939
2,997
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 21 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
47,920,000
48,450,000
47,296,000
48,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-21T110548.419
ແຈ້ງການຄຸ້ມຄອງການບໍລິການລົດແທັກຊີ ດ້ວຍລະບົບອອນລາຍ ເພື່ອປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ.
pele - 2025-10-21T110008.835
ຈະມີບໍລິການກວດ ແລະ ຜ່າຕັດແກ່ນຕາຂຸ້ນ ຟຣີ ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ
pele - 2025-10-21T102701.925
ເມືອງພຽງ ເປີດຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ພົນລະເມືອງ ຄັ້ງທີ V ປີ 2025
jane - 2025-10-21T101439.418
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ເຊື່ອມຕໍ່ແຂວງບໍລິຄຳໄຊ ກັບ ແຂວງບຶງການ ປະເທດໄທ (ປາກຊັນ-ບຶງການ) ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ
jane - 2025-10-21T092859.441
ສະພາບອາກາດປະຈໍາເຊົ້າວັນທີ 21 ຕຸລາ 2025
pele - 2025-10-21T091733.903
IMF ໜູນ​ຊ່ວຍ​ບັນດາ​ປະ​ເທດ​ອາຊີ - ປາຊີ​ຟິກ ​ກະຕຸ້ນຄວາມຕ້ອງການພາຍໃນ
Screenshot 2025-10-20 at 9.28.02 PM
ໄຟໄຫມ້ທີ່ສູນສິນຄ້າຂອງສະໜາມບິນ ສ້າງຜົນກະທົບຕໍ່ການສົ່ງອອກເສື້ອຜ້າຂອງບັງກະລາເທດ
jane - 2025-10-20T165736.536
ລະທຶກ! ເກີດເຫດເຄື່ອງບິນຂົນສົ່ງສິນຄ້າໄຖລົດອອກນອກລັນເວທີ່ສະໜາມບິນຮົງກົງ ຕົກລົງທະເລ ເສຍຊີວິດ 2 ຄົນ
pele - 2025-10-20T135048.115
ຕົ້ນເດືອນພະຈິກ ເລີ່ມສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ V
jane - 2025-10-20T130720.703
ແຈ້ງເຕືອນໄພ ພາຍຸໝູນເຂດຮ້ອນ ເຟິງເຊິນ (Fengshen)
ຢ່າລື່ມກົດຕິດຕາມ