jane (23)
ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 11 September, 2025

อาจเป็นรูปภาพของ 2 คน และ ข้อความ

 

ຄະນະກໍາມະການອະໄພຍະໂທດລະດັບຊາດ ໄດ້ຈັດກອງປະຊຸມຄົ້ນຄວ້າພິຈາລະນາການສະເໜີຂໍອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ການໃຫ້ອະໄພຍະໂທດ ປ່ອຍຕົວນັກໂທດປະຈຳປີ 2025 ຈັດຂຶ້ນໃນວັນທີ 10 ກັນຍານີ້ ທີ່ອົງການໄອຍະການປະຊາຊົນສູງສຸດ ພາຍໃຕ້ການເປັນປະທານຂອງທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ປະທານຄະນະກຳມະການອະໄພຍະໂທດລະດັບຊາດ, ມີທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຮອງປະທານຄະນະກໍາມະການອະໄພຍະໂທດລະດັບຊ

 

ທ່ານ ໄຊຊະນະ ໂຄດພູທອນ ໄດ້ລາຍງານຜົນການກວດກາ ແລະ ຄົ້ນຄວ້າພິຈາລະນາການສະເໜີຂໍ ອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ອະໄພຍະໂທດປ່ອຍຕົວນັກໂທດປະຈຳປີ 2025 ວ່າ: ນັກໂທດທີ່ສະເໜີຂໍ ອະໄພຍະໂທດມີຈໍານວນທັງໝົດ 2,867 ຄົນ ຍິງ 364 ຄົນ; ຕ່າງປະເທດ 59 ຄົນ ຍິງ 7 ຄົນ; ໃນນີ້, ມີນັກໂທດສະເໜີຂໍອະໄພຍະໂທດ ຫຼຸດຜ່ອນໂທດຈໍານວນ 2,640 ຄົນ ຍິງ 334 ຄົນ, ຕ່າງປະເທດ 58 ຄົນ ຍິງ 7 ຄົນ; ນັກໂທດຂໍອະໄພຍະໂທດປ່ອຍຕົວຈໍານວນທັງໝົດ 227 ຄົນ ຍິງ 30 ຄົນ, ຕ່າງປະເທດ 1 ຄົນ.

 

ພ້ອມນັ້ນ, ຄະນະກໍາມະການອະໄພຍະໂທດແຕ່ລະຂັ້ນຍັງໄດ້ຊຸກຍູ້ພະແນກຍຸຕິທຳ ແລະ ອົງການປະຕິບັດຄໍາຕັດສິນຂອງສານໃນຂອບເຂດທົ່ວປະເທດເກັບຄ່າປັບໃໝ ແລະ ຄ່າເສຍຫາຍທາງແພ່ງທີ່ນັກໂທດໄດ້ຊຳລະໃນບັ້ນການຄົ້ນຄວ້າສະເໜີຂໍອະໄພຍະໂທດປະຈຳປີ 2025 ມີຈໍານວນ 13,358,712,126 ກີບ, ໃນນີ້ມີຄ່າເສຍຫາຍທາງແພ່ງຈໍານວນ 3,133,719,286 ກີບ; ຄ່າປັບໃໝທາງອາຍາຈໍານວນ 10,224,992,840 ກີບ.

 

ໂອກາດນີ້, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ໄດ້ເນັ້ນໃຫ້ບັນດາຄະນະກຳມະການອະໄພຍະໂທດລະດັບຊາດ, ກອງເລຂາຄະນະກໍາມະການອະໄພຍະໂທດລະດັບຊາດ ເພີ່ມທະວີຄວາມຮັບຜິດຊອບໃນການກວດກາ, ຄົ້ນຄວ້າໂດຍອີງໃສ່ກົດໝາຍ, ລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ ແລະ ນິຕິກໍາທີ່ກ່ຽວຂ້ອງເປັນພື້ນຖານໃນການຄົ້ນຄວ້າພິຈາລະນາເພື່ອເຮັດໃຫ້ການສະເໜີຂໍອະໄພຍະໂທດໃຫ້ນັກໂທດ ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ທັນຕາມກໍານົດເວລາ ແລະ ຮັບປະກັນຄວາມຍຸຕິທໍາໃນສັງຄົມ.

 

ຂ່າວ: ກະແຕ

 

อาจเป็นรูปภาพของ 8 คน และ ข้อความ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
jane - 2025-10-31T144044.963
ກະຊວງການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ
pele - 2025-10-31T142703.575
ມະຕິສະພາ ວ່າດ້ວຍການດຳເຊີນກອງປະຊຸມສະໄຫມສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX
site cover1 - 2025-10-31T133121.415
ການເຕີບໂຕຂອງທຸລະກິດ Cloud ໄດ້ຊ່ວຍໃຫ້ລາຍຮັບຂອງ Microsoft ເພີ່ມຂຶ້ນ 18% ຈາກປີກ່ອນ
jane - 2025-10-31T131832.545
ເຈົ້າໜ້າທີ່ໄທ ບຸກຄົ້ນໂຮງງານຜະລິດຢາດົມຫົງໄທ ໃນ 2 ຈັງຫວັດ, ພ້ອມຍຶດຂອງກາງ 2,400,000 ອັນ
jane - 2025-10-31T121727.657
ເປີດຕຳນານຈຸດທົດສອບ "ລະເບີດນິວເຄລຍ" ຂອງສະຫະລັດ ຈຸດຊະນວນປະລະມານູເກືອບພັນລູກ ທີ່ອາດກັບມາໃນຍຸກທຣຳ
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
ຢ່າລື່ມກົດຕິດຕາມ