jane (25)
ເຄັດລັບຄວາມງາມຂອງເຈົ້າຍິງ ແລະ ລາຊິນີໃນອະດີດສູ່ປັດຈຸບັນ ທີ່ເຈົ້າກໍ່ສາມາດປະຕິບັດຕາມໄດ້!
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 12 September, 2025

เคล็ดลับความงามของหญิงสาวในอดีต | Jeban.com | LINE TODAY

 

ເມື່ອເວົ້າເຖິງລາຊະວົງ ແລະ ເຈົ້າຍິງຜູ້ສູງສັກ ພາບຄວາມງາມສະຫງ່າທີ່ບໍ່ມີຈຸດຕິມັກປາກົດຂຶ້ນໃນຈິນຕະນາການສະເໝີ ເພາະບໍ່ວ່າຈະເປັນຍຸກສະໄໝໃດ ຜິວພັນທີ່ຜຸດຜ່ອງ ແລະ ໃບໜ້າທີ່ສົມບູນແບບແມ່ນສິ່ງທີ່ພວກພຣະນາງຕ້ອງດູແລຢ່າງ

ພິຖີພິຖັນ ມື້ນີ້ພວກເຮົາຈຶ່ງຂໍເປີດເຜີຍ ຄວາມງາມຂອງຣາຊະວົງ ຈາກ 7 ພຣະອົງຜູ້ໂດດເດັ່ນຕະຫຼອດການ ມາເບິ່ງກັນວ່າເຄັດລັບຄວາມງາມລະດັບໂລກທີ່ສືບທອດມາຈະມີສິ່ງໃດແດ່ ແລະ ທ່ານສາມາດນຳໄປປັບໃຊ້ໄດ້ແນວໃດ

 

ເບິ່ງຄວາມງາມຂອງລາຊະວົງທັງ 7 ພຣະອົງຜູ້ໂດດເດັ່ນຕະຫຼອດການ

1. ມາຣີ ອົງຕົວແນັດ (Marie Antoinette)

 

 

ອະດີດພຣະລາຊິນີແຫ່ງຝຣັ່ງຜູ້ນີ້ມີສູດມາສກ໌ໜ້າສະເພາະຕົວທີ່ໂດ່ງດັງ ສ່ວນປະສົມປະກອບດ້ວຍ ກົນຍາກ(Cognac), ນົມຜົງ, ໄຂ່ຂາວ ແລະ ນ້ຳມະນາວ ເຊິ່ງຊ່ວຍກະຕຸ້ນການໄຫຼວຽນຂອງເລືອດ, ກະຊັບຮູຂຸມຂົນ ແລະ ຜັດເຊນຜິວທີ່ຕາຍແລ້ວໃຫ້ຫຼຸດອອກໄປຢ່າງອ່ອນໂຍນ

 

2. ສົມເດັດພຣະລາຊິນີນາດເອລິຊາເບດທີ 1 (Queen Elizabeth I)

 

 

ໃນຍຸກທີ່ຜິວຂາວຈືດ (ຜິວຈືດ) ແມ່ນເທຣນຄວາມງາມ ພຣະນາງໄດ້ໃຊ້ແປ້ງ Ceruse ທີ່ມີສ່ວນປະສົມຂອງຕະກັ່ວສີຂາວເພື່ອຮັກສາພາບລັກສະນະ “ລາຊິນີຜູ້ຊົງພົມມະຈັນ”ນອກຈາກນີ້ພຣະນາງຍັງເປັນຜູ້ລິເລີ່ມເທຣນໜ້າຜາກສູງດ້ວຍການຖອນ

ຜົມນ້ອຍອອກ (ຜົມອ່ອນທີ່ຢູ່ບໍລິເວນໜ້າຜາກ) ເຊິ່ງຖືເປັນຄວາມງາມທີ່ແຕກຕ່າງແນວໃນຍຸກນັ້ນ

 

3. ສົມເດັດພຣະລາຊິນີນາດວິກຕໍເຣັຍ (Queen Victoria)

 

 

ພຣະນາງວິກຕໍເຣັຍມີເຄັດລັບແປກໃໝ່ໃນການເພີ່ມຄວາມຫອມດ້ວຍການພົມນ້ຳມັນດອກກຸຫລາບລົງໃສ່ຖົງມືກ່ອນສວມໃສ່ທຸກຄັ້ງ

 

4. ສົມເດັດພຣະລາຊິນີນາດເອລິຊາເບດທີ 2 (Queen Elizabeth II)

 

 

ພຣະລາຊິນີຜູ້ເປັນແຟນຕົວຍົງ (ຜູ້ທີ່ມັກຮັກໃນ) ລິບສະຕິກຈາກແບຣນ Clarins ເຖິງຂະໜາດມີສີປະຈຳຕົວຂອງຕົວເອງຊື່ “The Balmoral Lipstick” ເຊິ່ງເປັນສີແດງອ່ອນທີ່ພຣະນາງໃຊ້ເປັນປະຈຳໃນພິທີສຳຄັນ

 

5. ເຈົ້າຍິງເກຣສແຫ່ງໂມນາໂກ (Grace Kelly)

 

 

ນັກສະແດງສາວຜູ້ຜັນຕົວມາເປັນເຈົ້າຍິງມີເຄັດລັບໃນການດູແລມືໃຫ້ເບິ່ງອ່ອນເຍົາວ໌ຢູ່ສະເໝີ ດ້ວຍການທາຄຣີມບຳລຸງມືທຸກວັນ ເພາະເຊື່ອວ່າມືເປັນສ່ວນທີ່ບົ່ງບອກເຖິງອາຍຸທີ່ແທ້ຈິງ

 

6. ເຈົ້າຍິງໄດອານ່າ (Princess Diana)

 

 

ຊ່າງແຕ່ງໜ້າສ່ວນຕົວຂອງເຈົ້າຍິງໄດອານ່າເປີດເຜີຍວ່າ ຫຼັງຈາກໄດ້ຮັບຄຳແນະນຳໃຫ້ເຊົາໃຊ້ອາຍລາຍເນີສີຟ້າ ພຣະນາງກໍເລີ່ມປັບປ່ຽນພຶດຕິກຳດູແລຕົວເອງຢ່າງຈິງຈັງ ເຊັ່ນການຫຼຸດເຄື່ອງດື່ມແອລກໍຮໍເພື່ອໃຫ້ຜິວພັນເບິ່ງສົມບູນແບບ

 

7. ເຄດ ມິດເດິນຕັນ (Kate Middleton)

 

 

ດັດເຊສແຫ່ງເຄມບຣິດຈ໌ຜູ້ນີ້ຊື່ນຊອບມັກຮັກໃນຜະລິດຕະພັນຈາກຮ້ານຂາຍຢາ ໂດຍສະເພາະ Nivea Soft Moisturizing Crème ແລະ ນາງຍັງໃຊ້ Rosehip Oil ຫຼືນ້ຳມັນໂຣສຮິບເພື່ອຊ່ວຍຕ້ານຮິ້ວຮອຍ ເຊີ່ງເປັນເຄັດລັບຄວາມງາມທີ່ເຂົ້າເຖິງໄດ້ສຳລັບທຸກຄົນ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 24 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
656.97
668.14
european-union
EUR
24,150
24,634
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 24 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
45,730,000
46,260,000
45,163,000
46,369,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-24T162031.289
ຈັບຕາເບິ່ງລາຄາທອງຄຳດີດຂຶ້ນ ຫຼັງຕົກລົງແຮງສອງວັນ ຈັບຕາເງິນເຟີ້ ແລະ ການຄວໍ່າບາດ
jane - 2025-10-24T153618.386
ໄລຍະ 9 ເດືອນປີ 2025 ເກັບລາຍຮັບ 13 ຕື້ກວ່າກີບ ດ່ານພາສີສາກົນປາກຕາພານ ມ.ລະຄອນເພັງ ຂ.ສາລະວັນ.
pele - 2025-10-24T152015.139
ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກສສ ຫວຽດນາມ
pele - 2025-10-24T140909.129
ແຈ້ງການມອດ 25,26,28/10/2025
jane - 2025-10-24T141822.033
ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025ໃນຂອບເຂດທົ່ວປະເທດ ເຫັນດີໃຫ້ປ່ຽນສີເຄື່ອງຫມາຍຊາດ
jane - 2025-10-24T135934.304
ຂ່າວຈາກ: BBCລາຍງານວ່າ ທຳນຽບຂາວຢືນຢັນ ປະທານາທິບໍດີໂດນັລ ທຣຳ ຈະພົບກັບ ປະທານາທິບໍດີສີຈິ້ນຜິງຂອງຈີນ ນອກຮອບທ້າຍເດືອນຕຸລານີ້
jane - 2025-10-24T112507.108
ຂ່າວຕ່າງປະເທດລາຍງານປະເທດເອຢິບ ຄົ້ນພົບບໍ່ນໍ້າມັນ ແລະ ອາຍແກ໊ສທຳມະຊາດຫຼາຍແຫ່ງ
jane - 2025-10-24T105214.259
ທີມຊາດລາວ ຢູ່ກຸ່ມ B ແຂ່ງຂັນບານເຕະ ໃນງານມະຫະກຳກິລາຊີເກມ 2025 ທີ່ປະເທດໄທ
pele - 2025-10-24T104749.867
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ
pele - 2025-10-24T091435.209
ໄອສະປອດ ສະໜັບສະໜູນເຄື່ອງນຸ່ງກິລາ 30 ຊຸດ ໃຫ້ທີມເຕະບານຍິງ ນວ
ຢ່າລື່ມກົດຕິດຕາມ