jane (28)
ສະຫະລັດ ອາເມຣິກາ ຈະທຳລາຍສະຖິຕິການໃຊ້ໄຟຟ້າຢ່າງຕໍ່ເນື່ອງຈົນເຖິງປີໜ້າ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 12 September, 2025

เทพีเสรีภาพในเวลากลางคืนในนิวยอร์กซิตี้ สหรัฐอเมริกา เทพีเสรีภาพ เหนือฉากทิวทัศน์เมืองนิวยอร์กริมแม่น้ำ ซึ่งเป็นที่ตั้งของแมนฮัตตันตอนล่าง สร้างโดย AI | รูปภาพ Premium ที่สร้างด้วย AI

 

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້ວ່າ: ອົງການຂໍ້ມູນຂ່າວສານດ້ານພະລັງງານຂອງ ສະຫະລັດ ອາເມຣິກາ (EIA) ໄດ້ເປີດເຜີຍບົດລາຍງານທ່າອ່ຽງພະລັງງານໄລຍະສັ້ນ (STEO) ໃນວັນ 9 ກັນຍາ ຜ່ານມາ ຄາດວ່າ, ຄວາມຕ້ອງການໃຊ້ໄຟຟ້າຂອງ ສະຫະລັດ ອາເມຣິກາ ຈະສືບຕໍ່ສ້າງສະຖິຕິສູງສຸດຄັ້ງໃໝ່ໃນປີ 2025 ແລະ 2026, ທຳລາຍສະຖິຕິທີ່ຜ່ານມາ 4,097 ພັນຕື້ກິໂລວັດຕໍ່ຊົ່ວໂມງ (kWh) ໃນປີ 2024.

 

ໂດຍຈະເພີ່ມຂຶ້ນເປັນ 4,187 ພັນຕື້ kWh ໃນປີ 2025 ແລະ ເພີ່ມຂຶ້ນອີກເປັນ 4,305 ພັນຕື້ kWh ໃນປີ 2026 ຊຶ່ງປັດໄຈຕົ້ນຕໍມາຈາກການຂະຫຍາຍຕົວຂອງສູນຂໍ້ມູນທີ່ຮອງຮັບປັນຍາປະດິດ (AI) ແລະ cryptocurrencies, ລວມເຖິງການຫັນປ່ຽນຂອງຄົວເຮືອນ ແລະ ຂະແໜງທຸລະກິດ ທີ່ໃຊ້ໄຟຟ້າແທນນໍ້າມັນເຊື້ອໄຟໃນການເຮັດຄວາມຮ້ອນ ແລະ ການຂົນສົ່ງ.

 

ກ່ຽວກັບການຂາຍໄຟຟ້າ, EIA ຄາດວ່າໃນປີ 2025 ຈະເພີ່ມຂຶ້ນເປັນ 1,508 ພັນຕື້ kWh ສໍາລັບຄົວເຮືອນ, 1,482 ພັນຕື້ kWh ສໍາລັບການນໍາໃຊ້ໃນການຄ້າ ແລະ 1,055 ພັນຕື້ kWh ສໍາລັບອຸດສາຫະກໍາ. ເມື່ອປຽບທຽບກັບສະຖິຕິສູງສຸດທີ່ຜ່ານມາ ຢູ່ທີ່ 1,509 ພັນຕື້ kWh ສໍາລັບຄົວເຮືອນໃນປີ 2022, 1,434 ພັນຕື້ kWh ສໍາລັບຂະ ແໜງການຄ້າໃນປີ 2024 ແລະ 1,064 ພັນຕື້ kWh ສໍາລັບຂະແໜງອຸດສາຫະກໍາໃນປີ 2000.

 

EIA ຍັງໄດ້ຄາດຄະເນກ່ຽວກັບທ່າອ່ຽງອັດຕາສ່ວນພະລັງງານໃນການຜະລິດໄຟຟ້າ, ໂດຍອັດຕາສ່ວນອາຍແກ໊ສທໍາມະຊາດຈະຫຼຸດລົງຈາກ 42% ໃນປີ 2024 ເປັນ 40% ໃນປີ 2025 ແລະ 2026.

 

ອັດຕາສ່ວນຂອງຖ່ານຫີນຈະເພີ່ມຂຶ້ນຈາກ 16% ໃນປີ 2024 ເປັນ 17% ໃນປີ 2025, ກ່ອນທີ່ຈະຫຼຸດລົງເປັນ 16% ໃນປີ 2026. ໃນຂະນະດຽວກັນ, ອັດຕາສ່ວນຂອງພະລັງງານໝູນວຽນຄາດວ່າຈະເພີ່ມຂຶ້ນຈາກ 23% ໃນປີ 2024 ເປັນ 25% ໃນປີ 2025 ແລະ 26% ໃນປີ 2026.

 

ສຳລັບອັດຕາສ່ວນຂອງພະລັງງານນິວເຄລຍຈະຫຼຸດລົງຈາກ 19% ໃນປີ 2024 ເປັນ 18% ໃນປີ 2025 ແລະ 2026.

 

File:United States at night.jpg - Wikimedia Commons

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ