jane (31)
ເຄື່ອງປະດັບເສີມການແຕ່ງຕົວຕາມລາສີ ເພີ່ມສະເໜ່ໄດ້ງ່າຍໆ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 15 September, 2025

ການແຕ່ງຕົວບໍ່ໄດ້ເປັນພຽງແຕ່ເລື່ອງຂອງແຟຊັ່ນ ແຕ່ຍັງຊ່ວຍເສີມບຸກຄະລິກ ແລະ ພະລັງງານໃນຊີວິດປະຈຳວັນໄດ້ດ້ວຍ ໂດຍສະເພາະຖ້າເລືອກໄອເທັມທີ່ຕົງກັບລາສີ ຈະຊ່ວຍຂັບສະເໜ່

ແລະ ສົ່ງເສີມຄວາມໝັ້ນໃຈໂດຍບໍ່ຕ້ອງປັບລຸກຫຼາຍ! ມາມ່ວນໄປກັບການແຕ່ງຕົວຕາມລາສີໄປນຳກັນ.

 

อัปเดตแฟชั่นปี 2024! 4 ไอเท็มสีน้ำเงินที่คุณต้องมีในตู้เสื้อผ้า สร้างลุคเย็นสบายตลอดฤดูร้อน

 

ລາສີເມກ Venus in Aries  ຜູ້ທີ່ເກີດລາສີເມກມີຄວາມກະຕືລືລົ້ນ ແລະ ມັກຄວາມທ້າທາຍ ການເພີ່ມໄອເທັມສີແດງ ຫຼື ເຄື່ອງປະດັບທີ່ມີດີໄຊແປກຕາ ຈະຊ່ວຍຂັບພະລັງຄວາມໝັ້ນໃຈ ແລະ ສະທ້ອນຄວາມເປັນຜູ້ນຳໃນຕົວໄດ້ຢ່າງຊັດ

 

 

ລາສີພຶສະພາ Venus in Taurus  ລາສີພຶສະພາເປັນຄົນຮັກຄວາມສະບາຍ ແລະ ມີສະໄຕລທີ່ໝັ້ນຄົງ ການເລືອກກະເປົາໜັງດີໄຊງ່າຍຫຼູຫຼາ ຫຼື ເກີບທີ່ເບິ່ງເປັນຜູ້ໃຫຍ່ຈະຊ່ວຍຂັບສະເໜ່ໃຫ້ເບິ່ງໜ້າເຊື່ອຖື ແລະ ເພີ່ມຄວາມໝັ້ນຄົງທາງດ້ານພະລັງງານ

 

 

ລາສີເມຖຸນ Venus in Gemini ຊາວເມຖຸນມີຄວາມສົດໃສ ແລະ ຊອບການປ່ຽນແປງ ການເສີມຜ້າພັນຄໍສີສົດ ຫຼື ເຄື່ອງປະດັບນ້ອຍໆທີ່ສາມາດປ່ຽນໄດ້ຫຼາຍແບບ ຈະຊ່ວຍເສີມສະເໜ່ໃນແບບຄົນທີ່ສົນທະນາມີສີສັນມ່ວນຊື່ນ ແລະ ບໍ່ຈຳເຈ

 

 

 

ລາສີກໍລະກົດ Venus in Cancer ຄົນລາສີກໍລະກົດມັກມີຄວາມອ່ອນໄຫວ ແລະ ຮັກຄອບຄົວ ການເລືອກເສື້ອຜ້າໂທນຂາວ, ນ້ຳຟ້າອ່ອນ ຫຼື ເຄື່ອງປະດັບທີ່ເຮັດຈາກໄຂ່ມຸກ ຈະຊ່ວຍເສີມພາບລັກສະນະທີ່ອ່ອນໂຍນ ແລະ ໜ້າໄວ້ໃຈ

 

 

ລາສີສິງ Venus in Leo  ລາສີສິງເຕັມໄປດ້ວຍເສໜ່ ແລະ ຄວາມໝັ້ນໃຈ ການເພີ່ມເຄື່ອງປະດັບສີທອງ ຫຼື ເສື້ອຜ້າທີ່ມີລາຍເດັ່ນໂດດເດັ່ນ ຈະຊ່ວຍຂັບລັດສະໝີຄວາມໂດດເດັ່ນ ແລະ ພະລັງງານທີ່ໃຜກໍຈັບຕາເບິ່ງ

 

 

ລາສີກັນ Venus in Virgo ຜູ້ທີ່ເກີດລາສີກັນມີຄວາມລະອຽດອ່ອນ ແລະ ຮັກຄວາມຮຽບງ່າຍ ໄອເທັມທີ່ເໝາະສົມຄືເສື້ອເຊີດສີຂາວ ຫຼື ກະເປົາໜັງຊົງມີນິມໍ ເພາະຊ່ວຍຂັບຄວາມເປັນລະບຽບ ແລະ ຄວາມໜ້າເຊື່ອຖືຂອງຕົວຕົນ

 

 

ລາສີຕຸລາ Venus in Libra ລາສີຕຸລາມັກຄວາມສົມດຸນ ແລະ ຮັກຄວາມສວຍງາມ ການເລືອກເຄື່ອງປະດັບນ້ອຍທີ່ມີດີໄຊຫຼູຫຼາ ຫຼື ເສື້ອຜ້າໂທນສີພາສເທລ ຈະຊ່ວຍເສີມສະເໜ່ໃນດ້ານຄວາມອ່ອນໂຍນ ແລະ ໜ້າດຶງດູດ

 

 

ລາສີພະຈິກ Venus in Scorpio ຄົນລາສີພະຈິກເຕັມໄປດ້ວຍສະເໜ່ລຶກລັບ ແລະ ໜ້າຄົ້ນຫາ ການເລືອກເສື້ອຜ້າໂທນເຂັ້ມຄືດຳ ຫຼື ມ່ວງເຂັ້ມ ພ້ອມດ້ວຍເຄື່ອງປະດັບທີ່ມີດີໄຊສະເພາະ ຈະຊ່ວຍເສີມພະລັງຄວາມໜ້າຫຼົງໄຫຼ

 

 

ລາສີທະນູ Venus in Sagittarius ລາສີທະນູເປັນຄົນຮັກອິສະລະ ແລະ ມັກການຜະຈົນໄພ ໄອເທັມທີ່ຄວນມີຄືແຈັກເກັດ ຫຼື ເກີບບູດ ທີ່ໃຫ້ຄວາມຮູ້ສຶກຄ່ອງຕົວ ແລະ ພ້ອມເດີນທາງ ເຊິ່ງຊ່ວຍຂັບຄວາມເປັນນັກສຳຫຼວດໃນຕົວເອງ

 

 

ລາສີມັງກອນ Venus in Capricorn ຜູ້ທີ່ເກີດລາສີມັງກອນຮັກຄວາມໝັ້ນຄົງແລະຈິງຈັງ ການເລືອກນາລິກາຄລາສສິກຫຼືເສື້ອຜ້າທີ່ມີໂຄງສ້າງຈະແຈ້ງ ຈະຊ່ວຍເສີມພາບລັກສະນະທີ່ເບິ່ງໜ້າເຊື່ອຖືແລະເຕັມໄປດ້ວຍຄວາມໝັ້ນໃຈ

 

 

ລາສີກຸມພາ Venus in Aquarius  ລາສີກຸມເປັນຄົນຮັກອິດສະຫຼະ ແລະ ມີຄວາມຄິດສ້າງສັນ ການເພີ່ມເຄື່ອງປະດັບດີໄຊປະຫຼາດ ແປກໃໝ່ ຫຼື ເສື້ອຜ້າທີ່ມີໂທນສີຟ້າ ແລະ ສີເງິນ ຈະຊ່ວຍຂັບສະເໜ່ດ້ານຄວາມຄິດສ້າງສັນ ແລະ ຄວາມແຕກຕ່າງ

 

 

ລາສີມີນ Venus in Pisces ລາສີມີນມີຄວາມອ່ອນໄຫວ ແລະ ເຕັມໄປດ້ວຍຈິນຕະນາການ ການເລືອກເສື້ອຜ້າ ຫຼື ເຄື່ອງປະດັບສີຟ້າອ່ອນ ຫຼື ໂທນພາສເທລ ຈະຊ່ວຍຂັບຄວາມລະມຸນໃນຕົວ ແລະເພີ່ມພະລັງງານທີ່ຜ່ອນຄາຍໃຫ້ກັບບຸກຄະລິກກະພາບ

 

 

ປະໂຫຍດຂອງການເສີມໄອເທັມການແຕ່ງຕົວຕາມລາສີ

 

ເພີ່ມຄວາມໝັ້ນໃຈ ເມື່ອເລືອກໄອເທັມທີ່ຕົງກັບບຸກຄະລິກ ແລະ ລາສີປະຈຳຕົວຈະຊ່ວຍເສີມຄວາມໝັ້ນ

ໃຈໃຫ້ຜູ້ສວມໃສ່

 

ດຶງດູດພະລັງງານດີ ໄອເທັມແຕ່ລະຢ່າງມີສີ ແລະ ພະລັງງານທີ່ຊ່ວຍເສີມດວງເລື່ອງການງານ, ຄວາມຮັກ ແລະ ການໃຊ້ຊີວິດ

 

ສະທ້ອນຄວາມເປັນຕົວເອງ ການແຕ່ງຕົວທີ່ສອດຄ່ອງກັບລາສີ ເຮັດໃຫ້ຄົນຮອບຂ້າງເບິ່ງເອກະລັກ ແລະ ຈົດຈຳໄດ້ງ່າຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ