
ໃນວັນທີ 15 ກັນຍາ ນີ້ ທີ່ວິທະຍາຄານ ນາຍທະຫານບົກ ກົມມະດໍາ ໄດ້ມີພິທີ ເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ຂຶ້ນຢ່າງເປັນທາງການ, ພາຍໃຕ້ຄໍາຂວັນ: “ຄຽງບ່າຄຽງໄຫຼ່ຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ” ໂດຍການເປັນຮ່ວມປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ຫົວໜ້າຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”, ສະຫາຍ ພັນເອກ ອີວານ ຕາຣາເຢັບ ຮັກສາການຮອງຜູ້ບັນຊາການທະຫານເຂດຕາເວັນອອກ ສ ຣັດເຊຍ ຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມ ຣັດເຊຍ-ລາວ “ລາໂຣສ-2025”, ມີຄະນະຮັບຜິດຊອບຊີ້ນຳຝ່າຍ ລາວ-ຣັດເຊຍ ພ້ອມດ້ວຍນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ແລະ ກອງທັບ ສ ຣັດເຊຍເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພັນເອກ ອີວານ ຕາຣາເຢັບ ໄດ້ກ່າວວ່າ: ການຊ້ອມຮົບຮ່ວມ ລາວ-ຣັດເຊຍ ໃນຄັ້ງນີ້ ຊຶ່ງຈັດຂຶ້ນເນື່ອງໃນໂອກາດ ຄົບຮອບ 65 ປີ ວັນສ້າງຕັ້ງພົວພັນທາງການທູດ ລະຫວ່າງ ສ ຣັດເຊຍ – ສປປ ລາວ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ປະເທດຂອງພວກເຮົາ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນຍາວນານບົນພື້ນຖານການເຄົາລົບນັບຖື, ໄວ້ເນື້ອເຊື່ອໃຈ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ. ການຊ້ອມຮົບຮ່ວມໃນຄັ້ງນີ້, ເປັນການປະກອບສ່ວນອັນສຳຄັນໃນການເສີມຂະຫຍາຍການຮ່ວມມືດ້ານວຽກງານປ້ອງກັນຊາດ, ຍົກລະດັບການປະສານສົມທົບສູ້ຮົບຮ່ວມກັນ, ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ແລະ ເສີມສ້າງຄວາມໝັ້ນຄົງໃນພາກພື້ນ ພ້ອມຕີລາຄາຕີສູງຕໍ່ຄວາມພ້ອມຂອງເພື່ອນມິດຝ່າຍລາວ ໃນການປະຕິບັດໜ້າທີ່ ພ້ອມທັງແລກປ່ຽນຄວາມຮູ້ຊຶ່ງກັນ ແລະ ກັນ ໃນການຊ້ອມຮົບຄັ້ງນີ້, ຈະສຳເລັດໄດ້ຢ່າງມີປະສິດທິຜົນສູງ ແລະ ບົດຮຽນທີ່ໄດ້ຮັບຈາກການຊ້ອມຮົບຈະເປັນພື້ນຖານອັນສໍາຄັນ ໃນການເສີມຂະຫຍາຍການຮ່ວມມືລະຫວ່າງຊາດ ຂອງພວກເຮົາ.
ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ກ່າວວ່າ: ການຊ້ອມຮົບ “ລາໂຣສ-2025” ຈັດຂຶ້ນຢູ່ ສປປ ລາວ ຄັ້ງນີ້ ໂດຍມີຈຸດປະສົງແນໃສ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມື ລະຫວ່າງສອງຊາດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ, ຣັດເຊຍ-ລາວ ໃຫ້ນັບມື້ເພີ່ມທະວີຄວາມໜັກແໜ້ນໝັ້ນຄົງທະນົງແກ່ນຍິ່ງໆຂຶ້ນ. ສະນັ້ນ, ການຊ້ອມຮົບ “ລາໂຣສ-2025” ແມ່ນມີຄວາມຈຳເປັນ ແລະ ສໍາຄັນຢ່າງຍິ່ງ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,526 | 21,803 |
![]() THB | 662.81 | 673.41 |
![]() EUR | 24,425 | 24,914 |
![]() CNY | 2,956 | 3,015 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |