
ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຫ້ອງການສະຖິຕິແຫ່ງຊາດຂອງນູແວນເຊລັງເປີດເຜີຍຂໍ້ມູນຄາດຄະເນລ້າສຸດວ່າ, ນູແວນເຊລັງ ຈະມີປະຊາກອນເຊື້ອສາຍອາຊີປະມານ 33% ໃນປີ 2048, ເພີ່ມຂຶ້ນຈາກ 19% ໃນປີ 2023. ໂດຍຜູ້ທີ່ມີເຊື້ອສາຍຈີນຈະເພີ່ມຂຶ້ນຈາກ 6% ເປັນປະມານ 8%, ໃນຂະນະທີ່ເຊື້ອສາຍອິນເດຍຈະເພີ່ມຂຶ້ນຈາກ 7% ເປັນປະມານ 12%.
ຫ້ອງການດັ່ງກ່າວໄດ້ຄາດຄະເນວ່າ: ອັດຕາສ່ວນຂອງປະຊາກອນຊົນເຜົ່າອື່ນໆເຊັ່ນ: ເມົາຣີ, ປາຊີຟິກ ແລະ ຕາເວັນອອກກາງ/ອາເມຣິກາ ລາຕິນອາ/ອາຟຣິກາ ຈະເພີ່ມຂຶ້ນເຊັ່ນດຽວກັນ, ແຕ່ປະຊາກອນເຊື້ອສາຍເອີຣົບ ຫຼື ເຊື້ອສາຍອື່ນໆ, ລວມທັງຊາວນູແວນເຊລັງ ຄາດວ່າຈະຍັງຄົງຢູ່ທີ່ປະມານ 3.5 ລ້ານຄົນ.
ທ່ານ ວິກຕໍເຣຍ ເທຣລິຟວິງ ໂຄສົກຂອງຫ້ອງການດັ່ງກ່າວຄາດຄະເນວ່າ: ຈຳນວນປະຊາກອນເຊື້ອສາຍເອີຣົບ ຫຼື ເຊື້ອສາຍອື່ນໆ ຊຶ່ງເປັນກຸ່ມຊົນເຜົ່າທີ່ສໍາຄັນພຽງກຸ່ມດຽວທີ່ຄາດວ່າຈະຫຼຸດລົງເມື່ອທຽບໃສ່ປະຊາກອນນູແວນເຊລັງທັງໝົດ, ຈະຫຼຸດລົງຈາກ 67% ໃນປີ 2023 ເປັນປະມານ 52% ໃນປີ 2048.
ທ່ານ ເທຣລິຟວິງ ກ່າວວ່າ: ການຄາດຄະເນນີ້ຍັງຊີ້ໃຫ້ເຫັນວ່າປະຊາກອນທຸກກຸ່ມເຊື້ອສາຍແມ່ນກຳລັງກ້າວເຂົ້າສູ່ສັງຄົມຜູ້ອາຍຸສູງເພີ່ມຂຶ້ນ, ໂດຍອັດຕາສ່ວນຂອງຜູ້ທີ່ມີອາຍຸ 65 ປີຂຶ້ນໄປຈະເພີ່ມຂຶ້ນຍ້ອນອັດຕາການຈະເລີນພັນຫຼຸດລົງ, ການເຄື່ອນຍ້າຍ ແລະ ອາຍຸຍືນສະເລ່ຍເພີ່ມຂຶ້ນ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














