
Apple ໄດ້ປ່ອຍອັບເດດລະບົບປະຕິບັດການ iOS 26 ຢ່າງເປັນທາງການໃນ ວັນທີ 15 ກັນຍາ ພ້ອມສ້າງຄວາມປ່ຽນແປງຄັ້ງສຳຄັນຕໍ່ລະບົບປະຕິບັດການເທິງ iPhone ດ້ວຍການປັບປຸງດີໄຊນ໌ຄັ້ງໃຫຍ່ທີ່ສຸດນັບຕັ້ງແຕ່ iOS 7
ໂດຍນຳສະເໜີພາສາການອອກແບບໃໝ່ທີ່ເອີ້ນວ່າ “Liquid Glass” ເນັ້ນຄວາມໂປ່ງໃສ ແລະ ທັນສະໄໝ ພ້ອມຍົກລະດັບປະສົບການຜູ້ໃຊ້ (UX)
ແລະ ອັບເກຣດແອັບ ສຳຄັນຫຼາຍຕົວ ລວມທັງເສີມຄວາມສາມາດຂອງ Apple Intelligence ໃຫ້ສະຫຼາດ ແລະ ໃຊ້ງານໄດ້ກວ້າງຂຶ້ນ
ໄຮໄລທ໌ຟີເຈີໃໝ່ iOS 26
• ດີໄຊນ໌ Liquid Glass ອົງປະກອບ UI ຖືກປັບໃຫ້ໂປ່ງໃສ ແລະ ລື່ນໄຫຼຄືແກ້ວ ຜະສານແອນິເມຊັນທີ່ຕອບສະໜອງແບບໄດນາມິກ ໃຊ້ງານໄດ້ທຸກອຸປະກອນ Apple Ecosystem
• Lock Screen
- ສ້າງວໍເປບເປີ 3 ມິຕິຈາກພາບ 2 ມິຕິ
- ວິດເຈັດໂມງປັບຕຳແໜ່ງອັດຕະໂນມັດ
- ປົກອາລະບັ້ມ Apple Music ສະແດງເປັນພາບເຄື່ອນໄຫວ
CarPlay
- ດີໄຊນ໌ໃໝ່ Liquid Glass
- ໂໝດມືດ-ແຈ້ງ ແລະ ວິດເຈັດ Live Activities ຕິດຕາມສະຖານະກິດຈະກຳ
Messages
- ເພີ່ມການສ້າງໂພລໃນແຊັດກຸ່ມ
- ຟິລເຕີຂໍ້ຄວາມຈາກເບີທີ່ບໍ່ຮູ້ຈັກ
- ປ່ຽນພາບພື້ນຫຼັງໃນໜ້າຕ່າງສົນທະນາໄດ້
Maps
- “Visited Places” ລວມສະຖານທີ່ທີ່ເຄີຍໄປ ແບ່ງໝວດໄດ້
- ລະບົບຮຽນຮູ້ເສັ້ນທາງທີ່ໃຊ້ຕະຫຼອດ ແລະ ແນະນຳເສັ້ນທາງຫຼີກລ້ຽງໃຫ້
Apple Music
- Lyrics Translation ແປເນື້ອເພງອັດຕະໂນມັດ
- Lyrics Pronunciation ສະແດງຄຳອ່ານເພື່ອຮ້ອງຕາມ
- AutoMix ໃຊ້ AI ມິກສ໌ເພງຕໍ່ເນື່ອງລື່ນໄຫຼ
Phone
- Unified Layout ລວມ Favorites, Recents ແລະ Voicemail
- Call Screening ຮັບສາຍແທນ ແລະ ສະແດງຂໍ້ຄວາມເທິງຈໍ
- Hold Assist ລໍສາຍແທນຜູ້ໃຊ້ເມື່ອໂທເຂົ້າ Call Center
Safari
- ເປີດໃຊ້ Fingerprinting Protection ຂັ້ນສູງເພີ່ມຄວາມປອດໄພ
Games App
- ສູນລວມຄອນເທັນເກມ ແລະ Apple Arcade ໄວ້ໃນບ່ອນດຽວ
Apple Intelligence ອັບເກຣດເພາະ iPhone ລຸ້ນໃໝ່
• Live Translation ແປສົດທັງຂໍ້ຄວາມ ແລະ ສຽງໃນ Messages, Phone, FaceTime (ຍັງບໍ່ຮອງຮັບພາສາໄທ)
• Shortcuts ສະຫຼາດຂຶ້ນ ຮອງຮັບ Writing Tools ແລະ Image Playground
• Visual Intelligence ສອບຖາມສິ່ງທີ່ຢູ່ເທິງໜ້າຈໍໄດ້ ຄືກັບ Circle to Search
• Genmoji ສ້າງອີໂມຈິໃໝ່ຈາກການຜະສົມ ຫຼື ໃບໜ້າ
• Image Playground ເຮັດວຽກຮ່ວມກັບ ChatGPT ສ້າງພາບຫຼາກຫຼາຍສະໄຕລ໌
ຄຸນສົມບັດ Apple Intelligence ໃຊ້ງານໄດ້ເພາະເທິງ iPhone 15 Pro, iPhone 15 Pro Max, iPhone 16 ແລະ iPhone 17 ທຸກລຸ້ນ
ລຸ້ນທີ່ຮອງຮັບ iOS 26 ອັບເດດ ແລະ ກຳນົດການ
• ຮອງຮັບອັບເດດຟຣີເທິງ iPhone 11 ແລະ ລຸ້ນໃໝ່ກວ່າ
• Apple Intelligence ຈຳກັດເພາະລຸ້ນເຮືອທົງໃໝ່ (iPhone 15 Pro ຂຶ້ນໄປ)
• ເປີດອັບເດດ 15 ກັນຍາແລ້ວ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,526 | 21,803 |
![]() THB | 662.81 | 673.41 |
![]() EUR | 24,425 | 24,914 |
![]() CNY | 2,956 | 3,015 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |