
ຂ່າວຕ່າງປະເທດລາຍງານ ໃນວັນທີ 15 ກັນຍາ ຜ່ານມາວ່າ: ອົງການອະນາໄມໂລກ ຫຼື WHO ໄດ້ລາຍງານວ່າ ຈຳນວນຜູ້ເປັນພະຍາດອະຫິວາ ແລະ ຜູ້ເສຍຊີວິດຈາກພະຍາດອະຫິວາໃນທົ່ວໂລກ ໃນປີ 2024 ໄດ້ເພີ່ມຂຶ້ນຢ່າງເປັນໜ້າວິຕົກກັງວົນ, ໂດຍມີຜູ້ຕິດເຊື້ອຫຼາຍກວ່າ 560,000 ຄົນ ແລະ ເສຍຊີວິດເພີ່ມຂຶ້ນ 50% ພາຍໃນປີດຽວ.
ບົດລາຍງານຂອງ WHO ຊີ້ໃຫ້ເຫັນວ່າ: ພະຍາດອະຫິວາຍັງແຜ່ລະບາດໜັກຢູ່ໃນອາຟຣິກາ, ຕາເວັນອອກກາງແລະ ອາຊີ ຊຶ່ງກວມເຖິງ 98% ຂອງຄົນເຈັບທັງໝົດ. ໂດຍມີ 12 ປະເທດໄດ້ລາຍງານຜູ້ຕິດເຊື້ອຫຼາຍກວ່າ 10,000 ຄົນ ແລະ 7 ປະເທດໄດ້ປະສົບກັບການລະບາດຄັ້ງໃຫຍ່ເປັນຄັ້ງທໍາອິດໃນປີຜ່ານມາ.
ເປັນທີ່ໜ້າສົນໃຈຄື ປະເທດໂຄໂມໂຣສ ເກາະນ້ອຍໆໃນອາຟຣິກາຕາເວັນອອກໄດ້ພົບການກັບມາຂອງພະຍາດອະຫິວາ ຫຼັງຈາກໄດ້ຫາຍສາບສູນໄປ 15 ປີ.
ຈຳນວນຄົນເຈັບ ແລະ ຜູ້ເສຍຊີວິດຈາກພະຍາດອະຫິວາທົ່ວໂລກໃນປີ 2024 ຍັງສືບຕໍ່ເພີ່ມຂຶ້ນໃນອັດຕາທີ່ໜ້າເປັນຫ່ວງ, ໂດຍມີລາຍງານຄົນເຈັບຫຼາຍກວ່າ 560,000 ຄົນ ໃນ 60 ປະເທດ ແລະ ເຂດແຄວ້ນ, ເພີ່ມຂຶ້ນປະມານ 5% ເມື່ອທຽບກັບປີ 2023. ຂະນະທີ່ການເສຍຊີວິດໄດ້ເພີ່ມຂຶ້ນຫຼາຍກວ່າ 6,000 ຄົນ ຫຼື ເພີ່ມຂຶ້ນ 50% ພາຍໃນປີດຽວ, ສະເພາະໃນອາຟຣິກາ.
ອັດຕາການຕາຍຕໍ່ຈຳນວນຄົນເຈັບ ເພີ່ມຂຶ້ນຈາກ 1.4% ໃນປີ 2023 ເປັນ 1.9% ໃນປີ 2024 ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຮຸນແຮງຂອງສະຖານະການ.
ອົງການ WHO ກ່າວວ່າ: ປັດໄຈສຳຄັນທີ່ເຮັດໃຫ້ພະຍາດອະທິວາແຜ່ລະບາດຢ່າງຕໍ່ເນື່ອງ ຍ້ອນຄວາມຂັດແຍ່ງ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ການເຄື່ອນຍ້າຍຖິ່ນຖານ ແລະ ບັນຫາການຂາດແຄນໂຄງສ້າງພື້ນຖານດ້ານນ້ຳ ແລະ ສຸຂາພິບານ, ພະຍາດດັ່ງກ່າວແຜ່ລາມຢ່າງໄວວາໂດຍຜ່ານນໍ້າທີ່ປົນເປື້ອນອາຈົມ.
ຂໍ້ມູນເບື້ອງຕົ້ນໃນປີ 2025 ລະບຸວ່າ: ນັບແຕ່ຕົ້ນປີ 2025 ຫາ ວັນທີ 17 ສິງຫາ ຜ່ານມາ, ມີ 31 ປະເທດ ແລະ ເຂດແຄວ້ນ ລາຍງານການລະບາດຂອງພະຍາດອະຫິວາ ແລະ ຖອກທ້ອງຮຸ່ນແຮງ, ໂດຍມີຜູ້ຕິດເຊື້ອຫຼາຍກວ່າ 409,000 ຄົນທົ່ວໂລກ,
ຫຼຸດລົງ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ຢ່າງໃດກໍຕາມ, ຈໍານວນຜູ້ເສຍຊີວິດເພີ່ມຂຶ້ນ 46%, ໂດຍມີຜູ້ເສຍຊີວິດແລ້ວ 4,738 ຄົນ ຊຶ່ງຊີ້ໃຫ້ເຫັນເຖິງສິ່ງທ້າທາຍທີ່ສໍາຄັນທີ່ປະຊາຄົມໂລກຕ້ອງແກ້ໄຂໃນການຄວບຄຸມພະຍາດທີ່ຍັງສືບຕໍ່ເອົາຊີວິດຜູ້ຄົນຈຳນວນຫຼາຍ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














