jane (40)
ປກສ ແຂວງຊຽງຂວາງ ກວດຢຶດ ແລະ ກັກຕົວຜູ້ ລັກລອບຂຸດຄົ້ນແຮ່ຄຳ ຢູ່ເຂດພູແຮ່ ເມືອງແປກ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 16 September, 2025

อาจเป็นรูปภาพของ 8 คน และ ไฟ

 

ປກສ ແຂວງຊຽງຂວາງ ລາຍງານວ່າ: 11 ກັນຍາ 2025 ກໍາລັງປ້ອງກັນຄວາມສະຫງົບ ສົມທົບກັບກໍາລັງປ້ອງກັນຊາດແຂວງຊຽງຂວາງ ນໍາໂດຍທ່ານ ພັອມ ຈູຊົ່ງ ຈື່ໄຊ ຮອງຫົວໜ້າປ້ອງກັນຄວາມສະຫງົບ ແຂວງຊຽງຂວາງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ລົງກວດກາແກ້ໄຂບັນຫາລັກລອບຂຸດຄົ້ນແຮ່ຄໍາ ຢູ່ພູແຮ່ ເມືອງແປກ ແຂວງຊຽງຂວາງ. ໃນນີ້ໄດ້ພົບເຫັນແຮ່ທີ່ຖືກຂຸດຄົ້ນອອກມາຈໍານວນຫລວງຫລາຍ ແລະ ສາມາດກັກຕົວຜູ້ລັກລອບໄດ້ຈໍານວນໜຶ່ງ ພ້ອມຢຶດອຸປະກອນທີ່ໃຊ້ໃນການຂຸດຄົ້ນ ເປັນຕົ້ນ ຈັກປັ່ນໄຟຟ້າ, ຈົກ, ຊວ້ານ ແລະ ອຸປະກອນອື່ນໆ ອີກຈໍານວນໜຶ່ງ ເພື່ອທໍາລາຍຖິ້ມ.

 

ไม่มีคำอธิบายรูปภาพ

 

ສ່ວນແຮ່ທາດທີ່ຖືກຈຸດຄົ້ນອອກມາ ເຈົ້າໜ້າທີ່ຈະໄດ້ຢຶດໄວ້ເປັນຫລັກຖານ ເພື່ອດໍາເນີນຄະດີຕໍ່ຜູ້ລັກລອບຕາມລະບຽບກົດໝາຍ. ທັງນີ້ກໍເພື່ອແນ່ໃສ່ແກ້ໄຂບັນຫາ ລັກລອບ ຂຸດຄົ້ນຊັບພະຍາກອນທໍາມະຊາດ ເປັນຕົ້ນແມ່ນແຮ່ຄໍາ ຢູ່ຈຸດພູແຮ່ ເມືອງແປກ ແຂວງຊຽງຂວາງ ໃຫ້ຫລຸດລົງ ແລະ ກ້າວໄປສູ່ການຢຸດຕິໃນອະນາຄົດ.

 

ໃນໄລຍະຜ່ານມາບັນຫາລັກລອບຂຸດຄົ້ນແຮ່ທໍາມະຊາດດັ່ງກ່າວ, ໄດ້ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ເປັນຕົ້ນແມ່ນ ດິນຖະຫລົ່ມທັບຖົມຄົນເສຍຊີວິດ, ທັບຖົມພື້ນທີ່ທໍາການຜະລິດ ແລະ ເຮັດໃຫ້ເສຍຊັບສິນຂອງປະເທດຊາດ.

 

ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ໂດຍສະພາະ ແມ່ນກຸ່ມແກ້ງທີ່ກໍາລັງລັກລອບຂຸດຄົ້ນແຮ່ທໍາມະຊາດຢູ່ພາຍໃນ ແຂວງຊຽງຂວາງ ໃຫ້ຢຸດເຊົາ ຖ້າຫາກເຈົ້າໜ້າທີ່ພົບເຫັນ ຈະໄດ້ດໍາເນີນຄະດີຕາມລະບຽບກົດໝາຍ.

 

อาจเป็นรูปภาพของ 2 คน, ผู้คนกำลังตั้งแคมป์, รถจี๊ป และ รถออฟโรด

 

ไม่มีคำอธิบายรูปภาพ

 

อาจเป็นรูปภาพของ 9 คน

 

ແຫຼ່ງຂ່າວ: ປກສແຂວງຊຽງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
jane - 2025-10-31T144044.963
ກະຊວງການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ
pele - 2025-10-31T142703.575
ມະຕິສະພາ ວ່າດ້ວຍການດຳເຊີນກອງປະຊຸມສະໄຫມສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX
site cover1 - 2025-10-31T133121.415
ການເຕີບໂຕຂອງທຸລະກິດ Cloud ໄດ້ຊ່ວຍໃຫ້ລາຍຮັບຂອງ Microsoft ເພີ່ມຂຶ້ນ 18% ຈາກປີກ່ອນ
jane - 2025-10-31T131832.545
ເຈົ້າໜ້າທີ່ໄທ ບຸກຄົ້ນໂຮງງານຜະລິດຢາດົມຫົງໄທ ໃນ 2 ຈັງຫວັດ, ພ້ອມຍຶດຂອງກາງ 2,400,000 ອັນ
jane - 2025-10-31T121727.657
ເປີດຕຳນານຈຸດທົດສອບ "ລະເບີດນິວເຄລຍ" ຂອງສະຫະລັດ ຈຸດຊະນວນປະລະມານູເກືອບພັນລູກ ທີ່ອາດກັບມາໃນຍຸກທຣຳ
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
ຢ່າລື່ມກົດຕິດຕາມ