
ກອງປະຊຸມ ຄັ້ງທີ 2 ໃນການສ້າງເຄືອຂ່າຍຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບຂອງອາຊຽນ ແລະ ພັດທະນາແຜນດໍາເນີນງານເຄືອຂ່າຍຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບອາຊຽນ ໄດ້ຈັດຂຶ້ນໃວັນທີ່ 16-18 ກັນຍາ 2025 ທີ່ນະຄອນຫຼວງວຽງຈັນ.
ໃນໄລຍະກອງປະຊຸມ 3 ວັນນີ້ ບັນດາຜູ້ຕາງໜ້າປະເທດອາຊຽນ ຈະໄດ້ມີການສົນທະນາປືກສາຫາລື ແລະ ປະກອບຄຳເຫັນຈາກຜູ້ເຂົ້າຮ່ວມໃນບັນດາສະມາຊິກປະເທດອາຊຽນ ເພື່ອເຮັດໃຫ້ແຜນດໍາເນີນງານເຄືອຂ່າຍຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບອາຊຽນ ຄົບຖ້ວນສົມບູນ ແລະ ເປັນເອກະພາບໃນຂົງເຂດພາກພື້ນອາຊຽນ, ນອກຈາກນັ້ນ ຍັງຈະໄດ້ກຳນົດກີດຈະກຳລະອຽດເພື່ອລະບຸບັນດາປະເທດທີ່ຈະເປັນຜູ້ນຳພາ ແລະ ຄູ່ຮ່ວມງານໃນການຈັດຕັ້ງປະຕິບັດໃນແຕ່ລະຂົງເຂດວຽກງານຢ່າງລະອຽດ ທັງນັ້ນກໍ່ເພື່ອຮັບປະກັນໃນການເປັນເຈົ້າການຮ່ວມກັນໃນການຮ່ວມມືເສີມສ້າງຄວາມເຂັ້ມແຂງໃນຂົງເຂດພາກພື້ນອາຊຽນໃນການປ້ອງກັນ, ຄົ້ນຫາແຕ່ຫົວທີ ແລະ ໂຕ້ຕອບບັນດາໄພຂົ່ມຂູ່ທາງດ້ານຊີວະພາບທີ່ອາດຈະເກີດການລະບາດໃຫ່ຍຂື້ນໃນຕໍ່ໜ້າ.
ພ້ອມກັນນັ້ນ, ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອ ປືກສາຫາລື ແລະ ລາຍງານຄວາມຄືບໜ້າສຳລັບການຮັບຮອງ ພາລະບົດບາດຂອງເຄືອຂ່າຍອາຊຽນຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ; ກຳນົດ ແລະ ບູລິມະສິດກິດຈະກຳພາກພື້ນ ແລະ ຜູ້ຈັດຕັ້ງປະຕິບັດຫຼັກ, ຄູ່ຮ່ວມງານ ສຳລັບແຜນດຳເນີນງານເຄືອຂ່າຍຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບໂດຍປະຕິບັດຕາມຄຳໝັ້ນສັນຍາຂອງຖະແຫຼງການຜູ້ນຳອາຊຽນຕໍ່ການເສີມສ້າງຄວາມເຂັ້ມແຂງພາກພື້ນສຳລັບ ຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ; ເພື່ອກຳນົດບາດກ້າວໃນຕໍ່ໜ້າສຳລັບການຈັດຕັ້ງປະຕິບັດແຜນປະຕິບັດງານ ແລະ ກອງປະຊຸມຄັ້ງທຳອິດຂອງເຄືອຂ່າຍອາຊຽນຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ.
ກອງປະຊຸມຄັ້ງນີ້ ໂດຍການເຂົ້າຮ່ວມຈາກບັນດາຜູ້ແທນ ຈາກປະເທດສະມາຊິກອາຊຽນ 10 ປະເທດ, ຕີມໍເລດສະເຕ, ຄະນະກຳມະການຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ ສປປ ລາວ, ກອງເລຂາອາຊຽນ, ທີ່ປືກສາອາວຸໂສ ແລະ ຜູ້ປະສານງານຂອງໂຄງການຫຼຸດຜ່ອນໄພຂົມຂູ່ດ້ານຊີວະພາບ (MBT) ແລະ ບັນດາຄູ່ຮ່ວມພັດທະນາຈາກ EU CBRN CoE, Canada’s WTRP , Australia , UKHSA , U.S. CDC , KDCA, UK HSP, IFBA, WHO, ASEAN EOC Network, The US Embassy Vientiane, Institute Pasteur of Laos.
ກອງປະຊຸມຄັ້ງນີ້ ໄດ້ຍົກໃຫ້ເຫັນເຖີງຄວາມໝາຍຄວາມສໍາຄັນ ໃນການເສີມສ້າງຄວາມເຂັ້ມແຂງຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານສຸຂະພາບໃນຂົງເຂດພາກພື້ນກໍ່ຄືໃນບັນດາປະເທດອາຊຽນ, ກໍ່ຄືແຜນດໍາເນີນງານເຄືອຂ່າຍຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບອາຊຽນເພື່ອເປັນເອກະສານອ້າງອີງໃນການຈັດຕັ້ງປະຕິບັດຕາມຖະແຫຼງການຜູ້ນຳອາຊຽນວ່າດ້ວຍຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ ທີ່ຖືກຮອງຮັບໃນກອງປະຊຸມສຸດຍອດອາຊຽນຄັ້ງທີ່ 44 ແລະ 45 ປີ 2024 ທີ່ນະຄອນຫຼວງວຽງຈັນ.
ຂ່າວ: ເພັດໂພໄຊ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,526 | 21,803 |
![]() THB | 662.81 | 673.41 |
![]() EUR | 24,425 | 24,914 |
![]() CNY | 2,956 | 3,015 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |