jane (47)
7 ໝາກໄມ້ທີ່ນິຍົມກິນຫ້າມຟ້າວແຊ່ຕູ້ເຢັນເດັດຂາດຈະເຮັດໃຫ້ ລົດຊາດເສຍ - ສ່ຽງເສຍສຸຂະພາບ ຄຸນຄ່າທາງໂພຊະນາການຫຼຸດລົງ!
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 17 September, 2025

ผลไม้หลากหลายชนิด

 

ເກືອບທຸກບ້ານມີຕູ້ເຢັນເປັນອຸປະກອນສຳຄັນເພື່ອເກັບອາຫານໃຫ້ສົດອຍູ່ໄດ້ນານ ບໍ່ວ່າຈະເປັນຜັກ ໝາກໄມ້ ຫຼື ອາຫານເຫຼືອຈາກມື້ກ່ອນ ແຕ່ຮູ້ບໍ່ວ່າ ໝາກໄມ້ບາງຊະນິດເມື່ອແຊ່ເຢັນໄວເກີນໄປ ຈະສູນເສຍລົດຊາດ ກິ່ນ ແລະ ຄຸນຄ່າທາງໂພຊະນາການ ຫຼື ທີ່ບໍ່ດີກວ່ານັ້ນ ອາດກະທົບຕໍ່ສຸຂະພາບໄດ້

 

ເປັນຫຍັງໝາກໄມ້ບາງຊະນິດບໍ່ຄວນແຊ່ເຢັນທັນທີ

 

ໝາກໄມ້ບາງຊະນິດຍັງຕ້ອງ “ສຸກຕໍ່” ທີ່ອຸນຫະພູມຫ້ອງເພື່ອໃຫ້ເກີດຂະບວນການຜະລິດນ້ຳຕານ ກິ່ນ ແລະ ເອທິລີນ (ethylene) ໄດ້ຢ່າງເຕັມທີ່ ການແຊ່ເຢັນໄວເກີນໄປຈະຂັດຂວາງຂະບວນການເຫຼົ່ານີ້ ເຮັດໃຫ້ລົດຊາດຈືດ ກິ່ນຫຼຸດລົງ ຜິວເປືອກຊ້ຳໄວ

 

ຖ້າໝາກໄມ້ປະເພດສຸກຊ້າ ເຊັ່ນ ກ້ວຍ ຫຼື ອາໂວຄາໂດ ໃຫ້ປ່ອຍໄວ້ທີ່ອຸນຫະພູມຫ້ອງຈົນກວ່າສຸກເຕັມທີ່ກ່ອນ ຖ້າແຊ່ຕອນຍັງດິບຈະເຮັດໃຫ້ເນື້ອບໍ່ສຸກດີ ແລະ ອາດສູນເສຍລົດຫວານ

 

7 ໝາກໄມ້ທີ່ຄວນເກັບທີ່ອຸນຫະພູມຫ້ອງກ່ອນແຊ່ເຢັນ

 

1. ໝາກເລັ່ນ ໝາກເຂືອທີ່ແຊ່ເຢັນຕັ້ງແຕ່ຍັງດິບ ຈະຢຸດການສຸກຕາມທຳມະຊາດ ແລະ ລົດຊາດຈະອ່ອນລົງ ໝົດຄວາມຫອມ ແລະ ບໍ່ຫວານເທົ່າທີ່ຄວນ ຄວນວາງໄວ້ເທິງໂຕະຄົວ ຫຼີກເວັ້ນແສງແດດຈັດ ແລ້ວຄ່ອຍຊອຍເປັນປ່ຽງ ຫຼື ແຊ່ຫຼັງຈາກສຸກແລ້ວຖ້າຈຳເປັນ

 

มะเขือเทศ" ประโยชน์ และอันตรายที่อาจเกิดขึ้นได้

 

2. ໝາກມ່ວງ ຖ້າໝາກມ່ວງຍັງດິບ ໃຫ້ປ່ອຍໃຫ້ສຸກທີ່ອຸນຫະພູມຫ້ອງກ່ອນ ເພາະອຸນຫະພູມຕ່ຳ (ໂດຍສະເພາະຕ່ຳກວ່າ 10°C) ຈະຂັດຂວາງການສ້າງນ້ຳຕານພາຍໃນຜິວເນື້ອໝາກມ່ວງ ເຮັດໃຫ້ເນື້ອແຂງ ແລະ ລົດຊາດຈືດລົງ ເມື່ອສຸກແລ້ວຄ່ອຍເກັບໃນຕູ້ເຢັນເພື່ອຍືດອາຍຸຂອງໝາກໄມ້

 

ผลมะม่วงหัวช้างสุก

 

3. ໝາກນັດ ໝາກນັດເປັນໝາກໄມ້ເຂດຮ້ອນທີ່ບໍ່ມັກຄວາມເຢັນຫຼາຍ ການແຊ່ເຢັນທັງໜ່ວຍອາດເຮັດໃຫ້ເນື້ອອ່ອນ ເສຍໂຄງສ້າງ ແລະ ລົດຊາດຫວານຫຼຸດລົງ ຫຼັງຈາກຊື້ມາແລ້ວຄວນວາງໄວ້ໃນທີ່ເຢັນແຕ່ບໍ່ເຢັນຈັດ ໃຊ້ພາຍໃນ 2-3 ວັນ ຖ້າຊປາດເປັນປ່ຽງແລ້ວ ຄວນເກັບໃນຕູ້ເຢັນຫໍ່ໃຫ້ມິດຊິດ ແລະ ຮັບປະທານໃຫ້ໄວບໍຄວນແຊ່ໄວ້ດົນ

 

 

4. ໝາກອາໂວຄາໂດ ໝາກອາໂວຄາໂດດິບແຂງ ບໍ່ຄວນແຊ່ເຢັນທັນທີ ເພາະຈະຢຸດການສຸກຕາມທຳມະຊາດ ໃຫ້ພັກໄວ້ທີ່ອຸນຫະພູມຫ້ອງຈົນເນື້ອອ່ອນ ແລະ ເປືອກປ່ຽນສີ ເມື່ອສຸກແລ້ວ ສາມາດເກັບໃນຕູ້ເຢັນໄດ້ປະມານ 4-5 ວັນ ຖ້າຕັດແລ້ວ ຄວນຄຸມກັນອາກາດ ແລະ ຮີບນຳອອກມາໃຊ້ງານ

 

ประโยชน์ของอะโวคาโด ที่ดีต่อสุขภาพ พร้อมคุณค่าทางโภชนาการ

 

5. ໝາກກ້ວຍ ໝາກກ້ວຍທີ່ແຊ່ເຢັນທັນທີມັກຈະມີເປືອກດຳ ແລະ ເນື້ອເສຍລົດຊາດໄດ້ງ່າຍ ຄວາມເຢັນຈະເຮັດໃຫ້ຂະບວນການສຸກຊ້າ ຫຼື ຢຸດຂະບວນການສຸກລົງໄດ້ ແລະ ຖ້າຄືນຄວາມອຸ່ນ ແລ້ວຍັງແຂງຢູ່ຈະມີລົດຝາດ ໃຫ້ເກັບກ້ວຍໄວ້ທີ່ອຸນຫະພູມຫ້ອງຈົນສຸກເຕັມທີ່ ແລ້ວຄ່ອຍແຊ່ເຢັນຖ້າຕ້ອງການຍືດອາຍຸການເກັບຮັກສາໄວ້

 

"กล้วย" สุกระดับไหน ให้ประโยชน์มากที่สุด

 

6. ໝາກແອັບເປີ້ນ ໝາກແອັບເປີ້ນເກັບໃນຕູ້ເຢັນອາດສູນເສຍຄວາມກອບ ແລະ ອາດດູດຊັບກິ່ນຈາກອາຫານອື່ນໆ ໃນຕູ້ເຢັນ ເຮັດໃຫ້ລົດຊາດປ່ຽນໄປ ຖ້າຢາກເກັບໄວ້ໄລຍະສັ້ນໆ ໃຫ້ວາງໄວ້ໃນທີ່ແຫ້ງ ມີອາກາດຖ່າຍເທດີ ຫາກຕ້ອງເກັບເຢັນ ຄວນໃຊ້ກະເປົ໋າ ຫຼື ຫໍ່ກັນກິ່ນ

 

Apples scattered on a wooden surface

 

7. ໝາກໂມ ໝາກໂມທັງໝາກທີ່ແຊ່ເຢັນທັນທີຈະເຮັດໃຫ້ສານຕ້ານອະນຸມູນອິດສະຫຼະ ເຊັ່ນ ໄລໂຄປີນ ແລະ ວິຕາມິນຊີຫຼຸດລົງ ຄວາມເຢັນຈັດຍັງເຮັດໃຫ້ເນື້ອໝາກໂມເສຍຄວາມສົດ ໃຫ້ເກັບໄວ້ທີ່ອຸນຫະພູມຫ້ອງປະມານ 7-10 ວັນກ່ອນ ຖ້າຕັດແລ້ວໃຫ້ຄຸມ ແລະ ເກັບເຢັນທັນທີເພື່ອປ້ອງກັນແບັກທີເຣຍ

 

แตงโม

 

ເຄັດລັບນ້ອຍໆ ກ່ອນໃຊ້ຕູ້ເຢັນ ເພື່ອຮັກສາລົດຊາດ ແລະ ຄຸນຄ່າຂອງໝາກໄມ້

 

  • ປະເມີນລະດັບຄວາມສຸກກ່ອນ ຖ້າດິບ ໃຫ້ຖ້າສຸກທີ່ອຸນຫະພູມຫ້ອງ

 

  • ຖ້າໝາກໄມ້ຖືກປາກເປັນປ່ຽງແລ້ວ ໃຫ້ຄຸມໃຫ້ສະນິດຊິດ ຫຼື ໃສ່ພາຊະນະທີ່ປິດສະນິດ ແລ້ວເກັບໃນຕູ້ເຢັນ

 

  • ຫຼີກເວັ້ນໝາກໄມ້ທີ່ປ່ອຍແກັສເອທິລີນຫຼາຍເກີນໄປໃນຕູ້ເຢັນ ເພາະອາດເຮັດໃຫ້ໝາກໄມ້ຊະນິດອື່ນສຸກໄວເກີນໂດຍບໍ່ຄວນ

 

ບໍ່ແມ່ນໝາກໄມ້ທຸກຊະນິດທີ່ໃສ່ຕູ້ເຢັນແລ້ວຈະດີ ບາງຊະນິດຖ້າທັນໃດເກັບເຢັນໄວເກີນໄປ ອາດເຮັດໃຫ້ລົດຊາດ ກິ່ນ ຫຼື ຄຸນຄ່າທາງໂພຊະນາການຫຼຸດລົງ ເລືອກໃຫ້ເໝາະສົມກັບຊະນິດ ແລະ ລະດັບຄວາມສຸກ ແລ້ວຄ່ອຍເກັບເຢັນຖ້າຈຳເປັນ ຈະ

 

ຊ່ວຍໃຫ້ໝາກໄມ້ຂອງທ່ານຍັງແຊບທີ່ສຸດຢູ່ສະເໝີ.

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
istock-1271713477(1)
4 ອາຫານທີ່ບໍ່ຄວນ “ເກັບຄ້າງຄືນ” ອຸ່ນຊ້ຳກໍຍັງສ່ຽງອັນຕະລາຍ ຢ່າເສຍດາຍ ໃຫ້ຖິ້ມໄປເລີຍ!
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
ຢ່າລື່ມກົດຕິດຕາມ