jane (49)
ຄບຕ ສຳເລັດວຽກປະດັບປະດາຕົວເມືອງ ຕ້ອນຮັບກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ນວ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 17 September, 2025
ໝວດ: ຂ່າວ

อาจเป็นรูปภาพของ 1 คน, อนุสาวรีย์ และ ข้อความ

 

ຂປລ. ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ເອົາໃຈໃສ່ເພີ່ມທະວີ ໃນການຈັດຕັ້ງປະຕິບັດວຽກງານສຳຄັນ ເພື່ອຕ້ອນຮັບກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ນະຄອນ ຫລວງວຽງຈັນ ຄັ້ງທີ VIII ທີ່ຈະໄຂຂຶ້ນໃນທ້າຍເດືອນກັນຍານີ້.

 

ມາຮອດປັດຈຸບັນ, ການກຽມຄວາມພ້ອມຕ່າງໆ ແມ່ນສຳເລັດ 100% ເປັນຕົ້ນ ວຽກງານອານະໄມຮັກສາຄວາມສະອາດບັນດາເສັ້ນທາງໃນຕົວເມືອງ, ວຽກງານບົວລະບັດຮັກສາ ສວນສາທາລະ, ສວນຍ່ອມຕາມເສັ້ນທາງສາທາລະນະ ໃນຕົວເມືອງ, ປະດັບປະດາ ຕິດຕັ້ງທຸງຕາມຈຸດສໍາຄັນຕ່າງໆ ໃນຕົວເມືອງ 7 ຈຸດ ຄື: ສວນເຈົ້າຟ້າງຸ່ມ, ສວນປະຕູໄຊ, ຫໍຄຳ, ຫໍປະຊຸມແຫ່ງຊາດ, ໄຟແດງດົງໂດກ, ສວນດອນໜູນ ແລະ ວົງວຽນ 450 ປີ.

 

อาจเป็นรูปภาพของ 5 คน, สกูตเตอร์, ถนน, ถนน และ ข้อความ

 

ທ່ານ ປັນຍາ ມະນີວົງ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 17 ກັນຍາ 2025 ນີ້ວ່າ: ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໄດ້ປະສານສົມທົບກັບອົງການປົກຄອງເມືອງ, ພາກສ່ວນກ່ຽວຂ້ອງຂຶ້ນແຜນ ແລະ ດໍາເນີນການສ້າງຂະບວນການອອກແຮງງານ ອະນາໄມເສັ້ນທາງທີ່ນອນໃນແຕ່ລະເມືອງ, ສ້າງຂະບວນການປະ ດັບປະດາທຸງຊາດ-ທຸງພັກ ໃສ່ເສົາໄຟແຄມທາງ ຈໍານວນ 2 ເສັ້ນທາງ (ເສັ້ນທາງ 23 ສິງຫາ ແລະ ເສັ້ນທາງ ໄກສອນ ພົມວິຫານ ແຕ່ສວນປະຕູໄຊ-ໄຟແດງດົງໂດກ), ຕິດຕັ້ງປ້າຍຄຳຂວັນກອງປະຊຸມໃສ່ ເສົາໄຟແຄມຖະໜົນລ້ານຊ້າງ, ຂຶ້ນປ້າຍຄຳຂວັນກອງປະຊຸມໃສ່ຈໍ LED ເກືອບ 10 ຈຸດໃນຕົວເມືອງ.

 

อาจเป็นรูปภาพของ วัด, อนุสาวรีย์ และ ข้อความ

 

ພ້ອມນີ້, ກໍໄດ້ກໍານົດຮູບແບບການປະດັບທຸງ ຕາມເສົາໄຟແຄມທາງ, ກາງທາງ ແລະ ກຳນົດຮູບແບບຂະໜາດທຸງຊາດ, ທຸງພັກ ຕິດຕາມສໍານັກງານ, ອົງການ, ເຮືອນຊານ ລວມທັງໄດ້ຈັດສັນເສັ້ນທາງໃຫ້ບັນດາເມືອງ ປະດັບປະດາ ເພື່ອຄວາມເປັນເອກະພາບ.

 

อาจเป็นรูปภาพของ อนุสาวรีย์ และ วัด

 

ພ້ອມນີ້, ຍັງໄດ້ເພີ່ມທະວີວຽກງານອະນາໄມ ເສັ້ນທາງສາຍຫລັກ ໂດຍສະເພາະແມ່ນເພີ່ມຮອບວຽນໃນການອະນາໄມ ເສັ້ນທາງໃຫ້ມີຄວາມສະອາດ, ປະສານສົມທົບຕິດຕາມຢ່າງໃກ້ຊິດ ໃນການເກັບ ມຽນຂີ້ເຫຍື້ອ ແນໃສ່ບໍ່ໃຫ້ມີຂີ້ເຫຍື້ອຊະຊາຍ ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ.

 

อาจเป็นรูปภาพของ ข้อความ

 

ຂ່າວ-ພາບ: ກິດຕາ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຢ່າລື່ມກົດຕິດຕາມ