jane (50)
ນາທີຊີວິດເຫດສາວຈີນດື່ມຊານົມໄຂ່ມຸກແລ້ວໄຂ່ມຸກໄຫລເຂົ້າໄປໃນຫລອດລົມ ໂຊກດີພົນລະເມືອງດີເຂົ້າຊ່ວຍຊີວິດທັນໃນຊ່ວງ 4 ນາທີລະທຶກ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 17 September, 2025

เด็กสาวจีนเกือบขาดอากาศตายกลางห้าง หลังไข่มุกชานมไหลอุดหลอดลม

 

ເກີດເຫດການລະທຶກ ສາວຈີນທີ່ກຳລັງດື່ມຊານົມໄຂ່ມຸກແລ້ວເຜີດູດໄຂ່ມຸກໄຫລເຂົ້າໄປໃນຫລອດລົມ ຈົນອຸດກັ້ນທາງເດີນຫາຍໃຈ ໂຊກດີພົນລະເມືອງດີເຂົ້າຊ່ວຍຊີວິດທັນໃນຊ່ວງ 4 ນາທີລະທຶກ

 

ໂລກໂຊຊຽວ ມີການແຊຣ໌ຄລິບວິນາທີຊີວິດຂອງສາວຊາວຈີນຜູ້ນັ້ນ ທີ່ເກືອບຈະເອາຊີວິດບໍ່ລອດ ນາທີຊີວິດ ຫຼັງໄຂ່ມຸກໃນຊານົມເຄື່ອງດື່ມຍອດນິຍົມ ຫລຸດເຂົ້າໄປຕິດໃນຫລອດລົມ ເຮັດໃຫ້ຜູ້ກ່ຽວຫາຍໃຈບໍ່ອອກ ມີອາການມືງໍ ໃບໜ້າເລີ່ມຂຽວ ແລະ ເກືອບໝົດສະຕິ ໂຊກດີທີ່ໃນຈັງຫວະນັ້ນ ມີພົນລະເມືອງດີເຫັນເຫດການ ແລະ ເລັ່ງເຂົ້າມາໃຫ້ການຊ່ວຍເຫຼືອ ໂດຍຜັດກັນເຮັດ ທ່າຮັມລິກ (Heimlich manoeuvre) ເພື່ອພະຍາຍາມດັນສິ່ງອຸດກັ້ນອອກມາ ຢ່າງໃດກໍ່ຕາມ ເນື່ອງຈາກຜູ້ປະສົບເຫດມີຮູບຮ່າງສູງ ແລະ ອາການເຂົ້າຂັ້ນວິກິດຈົນບໍ່ສາມາດຢືນໄດ້ ເຮັດໃຫ້ການເຮັດຮັມລິກແບບມາຕະຖານເປັນໄປຢ່າງຍາກລຳບາກ

 

ໂຊກດີທີ່ຫລັງຈາກຄວາມພະຍາຍາມຕໍ່ເນື່ອງເກືອບ 4 ນາທີ ເດັກສາວຜູ້ນັ້ນກໍ່ສາມາດຂັບສິ່ງອຸດກັ້ນອອກມາໄດ້ທັນເວລາ ແລະ ພົ້ນຈາກພາວະອັນຕະລາຍຢ່າງທ່ວງທັນ ຫວິດຜ່ານນາທີຊີວິດມາໄດ້

 

ເຫດການນີ້ສະທ້ອນເຖິງຄວາມສຳຄັນຂອງການຮູ້ຈັກ ແລະ ໃຊ້ທ່າຮັມລິກຢ່າງຖືກວິທີ ເພາະການຊ່ວຍເຫຼືອທີ່ໄວວາໃນ “4 ນາທີທອງ” ມີສ່ວນສຳຄັນຕໍ່ການຊ່ວຍຊີວິດ ຂະນະດຽວກັນກໍເຜີຍໃຫ້ເຫັນຂໍ້ຈຳກັດ ເຊັ່ນ:  ເຫດການແຕກຕື່ນ ແລະ ການເຮັດທ່າຊ່ວຍເຫລືອຜິດວິທີ ທີ່ອາດເຮັດໃຫ້ປະສິດທິພາບຫລຸດລົງ

 

ແພດຜູ້ຊ່ຽວຊານຊີ້ວ່າ ທ່າຮັມລິກ (Heimlich manoeuvre) ເໝາະສຳລັບຜູ້ປ່ວຍທີ່ຍັງຮູ້ສຶກຕົວ ແລະ ມີການອຸດກັ້ນທາງເດີນຫາຍໃຈຢ່າງສົມບູນ ແຕ່ຫາກຜູ້ປ່ວຍເລີ່ມໝົດສະຕິຫຼືບໍ່ຕອບສະໜອງ ການເຮັດ CPR ອາດໄດ້ຜົນຫຼາຍກວ່າ ເນື່ອງຈາກແຮງດັນຈາກການກົດໜ້າອົກສາມາດຊ່ວຍຂັບສິ່ງແປກປອມອອກຈາກຫລອດລົມໄດ້.

 

ຂໍໃຫ້ທຸກທ່ານຮັບປະທານອາຫານຢ່າງລະມັດລະວັງເພື່ອປ້ອງກັນບໍ່ໃຫ້ເກິດເຫດການຄ້າຍເຫດການດັ່ງກ່າວເປັນສິ່ງປອດໄພຕໍ່ຊີວິດຂອງທ່ານເອງ

 

ທີ່ມາ : Newsflare

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ