jane (53)
ພໍ່ແມ່ຍຸກໃໝ່ຄວນອ່ານ ຊ່ວຍລູກໃນຊ່ວງໄວລຸ້ນຮັບມືກັບຄວາມກັງວົນ ແລະ ຄວາມກົດດັນ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 18 September, 2025

เทคนิคดูแลความเครียดในวัยรุ่น -  ภาพโลโก้ของสำนักงานกองทุนสนับสนุนการสร้างเสริมสุขภาพ (สสส.)

 

ການແຂ່ງຂັນທີ່ໜັກໜ່ວງໃນໂຮງຮຽນ ສັງຄົມ ແລະ ໂລກອອນລາຍ ກາຍເປັນແຮງກົດດັນຢ່າງດຸເດືອດໃສ່ລູກຂອງທ່ານໃນຊ່ວງໄວລຸ້ນຢ່າງບໍ່ຢຸດພັກ ບັນດາພໍ່ ແລະ ແມ່ຈຶ່ງຕ້ອງມີບົດບາດຫຼາຍກວ່າການໃຊ້ຄຳສັ່ງ ແຕ່ຄືການເຂົ້າໃຈ ແລະສະໜັບສະໜຸນຢ່າງເລິກເຊິ່ງ ຈຶ່ງຂໍນຳສະເໜີ 6 ເທັກນິກທີ່ໃຫ້ທ່ານໄດ້ນຳໄປຊ່ວຍລູກຈັດການຄວາມເຄັ່ງຕຶງໄດ້ຢ່າງໝັ້ນໃຈ ແລະ ຖືກທິດທາງຫຼາຍຂື້ນ

Digital Marketing Agency in Laos - Emerging Digital Solutions

 

6 ເທັກນິກຊ່ວຍລູກໄວຮຸ່ນຈັດການຄວາມກັງວົນ ແລະ ຄວາມກົດດັນ

 

1. ສ້າງພື້ນທີ່ປອດໄພທາງອາລົມ ລູກໄວລຸ້ນອາດບໍ່ເວົ້າກົງໆ ວ່າກຳລັງກັງວົນ ແຕ່ພຶດຕິກຳບາງຢ່າງ ເຊັ່ນ ງຽບລົງ ຫງຸດຫງິດງ່າຍ ຫຼື ຫຼີກລ່ຽງການໂອ້ລົມ ອາດເປັນສັນຍານທີ່ພໍ່ ຫຼື ແມ່ຕ້ອງສັງເກດ ການສ້າງພື້ນທີ່ປອດໄພທາງອາລົມໃຫ້ລູກຮູ້ສຶກວ່າເວົ້າໄດ້ໂດຍບໍ່ຖືກຕັດສິນ ຄືຈຸດເລີ່ມຕົ້ນຂອງການຈັດການຄວາມກັງວົນຢ່າງມີປະສິດທິພາບ ເທັກນິກການລ້ຽງລູກໄວລຸ້ນທີ່ດີຄືການຟັງຢ່າງຕັ້ງໃຈ ບໍ່ແມ່ນພຽງແຕ່ຖາມແລ້ວຈົບ ແຕ່ຕ້ອງເປີດໃຈຮັບຟັງເຖິງແມ່ນວ່າຈະເປັນໃນເລື່ອງທີ່ເບິ່ງເລັກນ້ອຍກໍຕາມ

 

2. ຊວນລູກຕັ້ງເປົ້າໝາຍທີ່ສົມຈິງ ໃນຍຸກທີ່ທຸກຄົນເບິ່ງຄືຈະປະສົບຄວາມສຳເລັດໄວ ລູກໄວລຸ້ນອາດຮູ້ສຶກວ່າຕ້ອງຮີບຕາມໃຫ້ທັນ ເຊິ່ງນຳໄປສູ່ຄວາມກັງວົນສະສົມ ພໍ່ແມ່ຄວນຊ່ວຍລູກຕັ້ງເປົ້າໝາຍທີ່ເໝາະສົມກັບຕົວເອງ ບໍ່ແມ່ນພຽງແຕ່ຕາມໝູ່ເພື່ອນ ຫຼື ສິ່ງທີ່ເຫັນໃນໂຊຊຽວ ການໂອ້ລົມເລື່ອງເປົ້າໝາຍຢ່າງເປີດໃຈ ເຊັ່ນ ຢາກຮຽນຫຍັງເພາະຫຍັງ ຫຼື ຖ້າບໍ່ຕິດຄະນະທີ່ຫວັງໄວ້ຈະມີແຜນສຳຮອງແນວໃດ ຈະຊ່ວຍໃຫ້ລູກມີທິດທາງທີ່ຊັດເຈນ ແລະ ຫຼຸດແຮງກົດດັນຈາກພາຍນອກ ເທັກນິກການລ້ຽງລູກໄວລຸ້ນໃນຍຸກນີ້ຄືການຊ່ວຍລູກເບິ່ງເຫັນຄຸນຄ່າໃນຕົວເອງ ບໍ່ແມ່ນເນັ້ນພຽງແຕ່ຜົນລັບ

 

3. ສອນໃຫ້ລູກຈັດການເວລາຢ່າງມີສົມດຸນ ຄວາມກັງວົນ ເຄັ່ງຕຶງຂອງໄວລຸ້ນມັກເກີດຈາກການຈັດເວລາບໍ່ດີ ທັງຮຽນເພີ່ມ ວຽກບ້ານ ແລະ ກິດຈະກຳຕ່າງໆ ທ່ານສາມາດຊ່ວຍລູກວາງແຜນເວລາໃຫ້ມີສົມດຸນລະຫວ່າງການຮຽນ ການພັກຜ່ອນ ແລະ ການເຂົ້າສັງຄົມ ເຊັ່ນ ການໃຊ້ປະຕິທິນຮ່ວມກັນ ຫຼື ການຕັ້ງເວລາພັກໜ້າຈໍ ເພື່ອໃຫ້ລູກໄດ້ພັກສະໝອງແທ້ໆ ການຈັດການເວລາຢ່າງມີລະບົບຈະຊ່ວຍຫຼຸດຄວາມຮູ້ສຶກວ່າບໍ່ມີເວລາ ແລະ ເຮັດໃຫ້ລູກມີພື້ນທີ່ໃນການດູແລຕົວເອງຫຼາຍຂື້ນ

 

4. ສ້າງກິດຈະກຳຮ່ວມກັນທີ່ບໍ່ເນັ້ນຜົນລັບ ໃນວັນທີ່ລູກເຄັ່ງຕຶງ ກັງວົນ ຈາກການຮຽນ ຫຼື ການສອບເສັງ ພໍ່ແມ່ຄວນຊວນລູກເຮັດກິດຈະກຳທີ່ບໍ່ກ່ຽວກັບຄວາມສຳເລັດ ເຊັ່ນ ປູກຕົ້ນໄມ້ ເຮັດອາຫານ ຫຼື ອອກໄປເດີນຫຼິ້ນ ການໃຊ້ເວລາຮ່ວມກັນໂດຍບໍ່ເວົ້າເຖິງເລື່ອງຮຽນ ຫຼື ເປົ້າໝາຍ ຈະຊ່ວຍໃຫ້ລູກຮູ້ສຶກຜ່ອນຄາຍ ແລະ ເຊື່ອມໂຍງກັບຄອບຄົວຫຼາຍຂື້ນ ກິດຈະກຳເຫຼົ່ານີ້ຍັງເປັນໂອກາດໃຫ້ທ່ານໄດ້ສັງເກດອາລົມຂອງລູກ ແລະ ເປີດບົດສົນທະນາຢ່າງເປັນທຳມະຊາດ ເທັກນິກການລ້ຽງລູກໄວຮຸ່ນຈຶ່ງບໍ່ແມ່ນພຽງແຕ່ການສອນ ແຕ່ຄືການຢູ່ຮ່ວມກັນຢ່າງເຂົ້າໃຈ

 

5. ສອນໃຫ້ລູກເຂົ້າໃຈຄວາມເຄັ່ງຕຶງ ຫຼື ກັງວົນ ຫຼາຍຄົນເບິ່ງຄວາມເຄັ່ງຕຶງເປັນສິ່ງທີ່ຕ້ອງຫຼີກລ່ຽງ ແຕ່ຄວາມຈິງຄືຄວາມເຄັ່ງຕຶງສາມາດເປັນແຮງຜັກດັນໄດ້ ຫາກຮູ້ຈັກຈັດການຢ່າງຖືກຕ້ອງ ພໍ່ແມ່ຄວນສອນລູກໃຫ້ເຂົ້າໃຈວ່າອາລົມເຄັ່ງຕຶງ ກັງວົນ ຄື ສັນຍານທີ່ຮ່າງກາຍຕ້ອງການພັກ ຫຼື ປັບປ່ຽນບາງຢ່າງ ການຝຶກໃຫ້ລູກສັງເກດຕົວເອງ ເຊັ່ນ ມື້ນີ້ຮູ້ສຶກແນວໃດ ຫຼື ຫຍັງເຮັດໃຫ້ເຄັ່ງຕຶງ ຈະຊ່ວຍໃຫ້ລູກມີທັກສະໃນການດູແລສຸຂະພາບຈິດຂອງຕົວເອງໃນໄລຍະຍາວ

 

6. ເປັນຕົວຢ່າງໃນການຈັດການຄວາມເຄັ່ງຕຶງຢ່າງມີສະຕິ ພໍ່ຫຼືແມ່ທີ່ສາມາດຈັດການຄວາມເຄັ່ງຕຶງຂອງຕົວເອງໄດ້ດີ ຈະເປັນແບບຢ່າງທີ່ທາງພະລັງໃຫ້ລູກໄວລຸ້ນ ຫລື ໄວໜຸ່ມ ເຫັນວ່າຄວາມເຄັ່ງຕຶງບໍ່ແມ່ນເລື່ອງໜ້າເປັນຕາຢ້ານ ແຕ່ສາມາດຮັບມືໄດ້ຢ່າງມີສະຕິ ເຊັ່ນ ການອອກກຳລັງກາຍ ການໂອ້ລົມກັບໝູ່ເພື່ອນ ຫຼື ການພັກຜ່ອນຢ່າງຈິງຈັງ ເມື່ອລູກເຫັນພໍ່ ຫຼື ຜູ້ດູແລມີວິທີຮັບມືກັບຄວາມເຄັ່ງຕຶງຢ່າງສ້າງສັນ ກໍຈະກ້າເຮັດຕາມ ແລະ ພັດທະນາທັກສະນີ້ດ້ວຍຕົວເອງ

 

ຍຸກທີ່ການແຂ່ງຂັນສູງ ແລະ ຄວາມເຄັ່ງຕຶງມາງ່າຍ ການລ້ຽງລູກໄວນີ້ຕ້ອງອາໄສຄວາມເຂົ້າໃຈ ແລະ ຄວາມໃສ່ໃຈຈາກຄອບຄົວຢ່າງແທ້ຈິງ ຫາກຮູ້ຈັກຟັງ ສື່ສານ ແລະ ເປັນແບບຢ່າງທີ່ດີ ລູກຈະສາມາດຮັບມືກັບແຮງກົດດັນໄດ້ຢ່າງໝັ້ນໃຈ ເທັກນິກການລ້ຽງລູກໄວດັ່ງກ່າວຈຶ່ງບໍ່ແມ່ນພຽງແຕ່ການສອນ ແຕ່ຄືການເຕີບໂຕໄປພ້ອມກັນຢ່າງມີປະສິດທິພາບ

 

วัยรุ่นเครียดแซงวัยทำงาน 4 เท่า!

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 18 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,483
21,759
thailand (1)
THB
672.65
683.41
european-union
EUR
24,437
24,926
china
CNY
2,953
3,012
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (55)
ແຂວງຄໍາມ່ວນ ໃຊ້ມາດຕະການເດັດຂາດ ຕໍ່ຜູ້ທີ່ຈອດລົດຊະຊາຍຕາມແຄມທາງ ແລະ ພື້ນທີ່ຫ້າມຈອດ
jane (54)
ປະຊາຊົນສ່ອງແສງ! ຢາກໃຫ້ແກ້ໄຂປະຕູທາງຂຶ້ນຂົວຂ້າມທາງ
jane (53)
ພໍ່ແມ່ຍຸກໃໝ່ຄວນອ່ານ ຊ່ວຍລູກໃນຊ່ວງໄວລຸ້ນຮັບມືກັບຄວາມກັງວົນ ແລະ ຄວາມກົດດັນ
jane (52)
ດາວສຸກເຄື່ອນຍ້າຍລາສີ ເງິນ ໂຊກລາບ ສົ່ງຜົນຊັດເຈນ ກວດເບິ່ງດວງ 12 ລາສີ ໃຜມີເກນຮັບຊັບ
pele - 2025-09-18T100410.135
ຈີນ ​​ສ້າງ​ດິນ​ປູກ​ຝັງ​ມາດ​ຕະ​ຖານ​ສູງ​ຫຼາຍກວ່າ 66 ​ລ້ານ​ເຮັກ​ຕາ
pele - 2025-09-18T093604.546
8 ເດືອນປີນີ້ ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາ ສ​ປ​ປ ລາວ ເພີ່ມຂຶ້ນ 15%
jane (51)
ເເຈ້ງປັບຂຶ້ນລາຄານໍ້າມັນທຸກປະເພດ ເລີ່ມປະຕິບັດແລ້ວ ວັນທີ 18/09/2025 ແຕ່ເວລາ 6:00 ຂອງມື້ນີ້
pele - 2025-09-17T162708.001
ເປີດຫ້ອງວາງສະແດງເມືອງແຫ່ງສະເໜ່ຂອງ ສປປ ລາວ ໃນງານ CAEXPO
jane (50)
ນາທີຊີວິດເຫດສາວຈີນດື່ມຊານົມໄຂ່ມຸກແລ້ວໄຂ່ມຸກໄຫລເຂົ້າໄປໃນຫລອດລົມ ໂຊກດີພົນລະເມືອງດີເຂົ້າຊ່ວຍຊີວິດທັນໃນຊ່ວງ 4 ນາທີລະທຶກ
pele - 2025-09-17T145859.020
ອະນຸຍາດໃຫ້ພາຫະນະເຂົ້າໄປສັນຈອນ ໃນເສັ້ນທາງລົດເມດ່ວນ ໃນຊົ່ວໂມງເລັ່ງດ່ວນ
ຢ່າລື່ມກົດຕິດຕາມ